spot_img
Homeຂ່າວເຫດການກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຄັ້ງທີ 1

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຄັ້ງທີ 1

Published on

meeting

ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 12 ພະຈິກ 2015, ທ່ານ ທອງ​ລຸນ ​ສີ​ສຸລິດ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ແຫ່ງ ສປປ ລາວ ​ໄດ້​ນຳ​ພາຄະ​ນະ​ຜູ້​ແທນ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດຂອບ​ກາ​ນຮ່ວມມື​ແມ່​ນ້ຳຂອງ-​ແມ່​ນ້ຳ​ລ້ານ​ຊ້າງຄັ້ງ​ປະຖົມ​ມະລຶກທີ່​ເມືອງ​ຊຽງ​ຮຸ່ງ, ​ແຂວງ​ຢຸນນານ, ສປຈີນ, ຊຶ່ງມີບັນດາທ່ານລັດຖະມົນຕີຕ່າງປະເທດ,ເຈົ້າໜ້າທີ່ອາວຸໂສ ແລະ ຄະນະຜູ້ແທນຈາກປະເທດສະມາຊິກແມ່ນ້ຳຂອງຄື: ກຳປູເຈຍ, ສປປລາວ, ສສ. ມຽນມາ, ໄທ ແລະ ສສ. ຫວຽດນາມ ພ້ອມດ້ວຍປະເທດເຈົ້າພາບ ສປ ຈີນ ເຂົ້າຮ່ວມຢ່າງພ້ອມພຽງ ແລະດຳເນີນໄປພາຍໃຕ້ການເປັນປະທານຮ່ວມຂອງທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງ ສປ ຈີນ ແລະ ໄທ.​ ເ​ພື່ອ​ກະກຽມ​ໃຫ້​ແກ່ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດຂອງ​ຂອບ​ການ​ຮ່ວມ​ມື​ດັ່ງກ່າວປະ​ເທດ​ສະມາຊິກ​ແມ່​ນ້ຳຂອງ ​ແລະ ສປ ຈີນ ​ໄດ້​​ຈັດ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂຶ້ນສອງ​ຄັ້ງ​ໃນ​ເດືອນ ​ເມສາ 2015 ທີ່ປັກ​ກິ່ງ ​ແລະ ​ເດືອນສິງຫາ 2015 ທີ່​ແຂວງ​ຊຽງ​ລາຍ. ​

ຈຸດປະສົງ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນ​ເພື່ອ​ປຶກສາ​ຫາລື​ ແລະ ຮັບຮອງ​ເອົາ​ເອກະສານ​ແນວ​ຄວາມ​ຄິດຂອບ​ການ​ຮ່ວມ​ມື​ແມ່​ນ້ຳຂອງ-​ແມ່​ນ້ຳ​ລ້ານ​ຊ້າງ​ ແລະ ຮັບຮອງ​ເອົາບົດ​ຖະ​ແຫຼ​ງຂ່າວ​ຮ່ວມຂອງ​ກອງ​ປະຊຸມ​ເພື່ອ​ປະກາດ​ການ​ສ້າງ​ຕັ້ງ​ກົນ​ໄກ​ການ​ຮ່ວມ​ມືຂອງ​ຂອບ​ການ​ຮ່ວມ​ມື​ແມ່​ນ້ຳຂອງ-​ແມ່​ນ້ຳ​ລ້ານ​ຊ້າງ​ຢ່າງ​ເປັນ​ທາງ​ການ. ​ພ້ອມ​ນີ້, ​ໄດ້​ປຶກສາ​ຫາລື​ແລະ​ແລກປ່ຽນ​ຄຳ​ຄິດ​ເຫັນກ່ຽວ​ກັບບັນດາ​ໂຄງການ​ທີ່​ເຫັນ​ຜົນ​ໄວຕາມ​ການສະ​ເໜີ​ຂອງ​ບັນດາ​ປະ​ເທດ​ສະມາຊິກຊຶ່ງ​ນອນຢູ່ໃນ3 ຂົງ​ເຂດ​ຫຼັກ​ ​ຄື: 1) ຂົ​ງ​ເຂດ​ການ​ເມືອງ​ແລະຄວາມ​ໝັ້ນຄົງ, 2) ຂົ​ງ​ເຂດ​ເສດຖະກິດແລະການພັດທະນາ​ແບບ​ຍືນ​ຍົງ, ​ແລະ 3) ຂົງ​ເຂດສັງຄົມ, ວັດທະນະທຳ​ ແລະ ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ປະຊາຊົນກັບປະ​ຊາ​ຊົນ. ​ເພື່ອເປັນການຈັດຕັ້ງຜັນຂະຫຍາຍການຮ່ວມມືໃນ 3 ຂົງເຂດຫລັກດັ່ງກ່າວ, ກອງປະຊຸມໄດ້ປຶກສາຫາລືກ່ຽວກັບ 5 ຂົງເຂດຮ່ວມມືບຸລິມະສິດ : ການເຊື່ອມຈອດ, ການຍົກລະດັບຂີດຄວາມສາມາດໃຫ້ແກ່ການຜະລິດ, ການຄຸ້ມຄອງຊັບພະຍາກອນນໍ້າຢ່າງຍືນຍົງ, ການພັດທະນາເຂດເສດຖະກິດຂ້າມຊາຍແດນ ແລະ ການຫຼຸດຜ່ອນຄວາມທຸກຍາກ.

ກອງ​ປະຊຸມ​ໄດ້​ຕົກລົງ​ເຫັນ​ດີ​ເປັນ​ເອກະ​ພາບ​ກັນກຳນົດ​ກົນ​ໄກ​ການ​ຮ່ວມ​ມື​ໃນ​ຫຼາຍ​ລະດັບຄື: ກອງປະຊຸມສຸດຍອດ, ກອງປະຊຸມຂັ້ນລັດຖະມົນຕີຕ່າງປະເທດ, ກອງປະຊຸມເຈົ້າໜ້າທີ່ອາວຸໂສ​ ແລະ ກອງປະຊຸມໜ່ວຍງານວິຊາການພ້ອມທັງເຫັນດີ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ຂອບ​ການ​ຮ່ວມ​ມື​ແມ່​ນ້ຳຂອງ-​ແມ່​ນ້ຳ​ລ້າ​ນຊ້າງຄັ້ງ​ປະຖົມມະລຶກຂຶ້ນ​ໃນ​ປີ 2016 ທີ່ ສປ ຈີນ.

​          ໃນຕອນບ່າຍຂອງວັນດຽວກັນ, ບັນດາລັດຖະມົນຕີຕ່າງປະເທດພ້ອມຄະນະໄດ້ໄປຢ້ຽມຊົມເຂື່ອນໄຟຟ້ານໍ້າຕົກຊຽງຮຸ່ງ, ຢ້ຽມຊົມລຳແມ່ນ້ຳລ້ານຊ້າງ ແລະ ໝູ່ບ້ານວັດທະນະທໍາຂອງຊຽງຮຸ່ງ.

​ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວນີ້, ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ມີໂອກາດພົບປະສອງຝ່າຍກັບທ່ານຫວັງຢີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງສປຈີນເພື່ອປຶກສາຫາລືກ່ຽວກັບການເສີມຂະຫຍາຍການຮ່ວມມືຂອງສອງປະເທດ ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບແຜນການຮ່ວມມືສອງຝ່າຍໃນຕໍ່ໜ້າໃນຖານະປະເທດເພື່ອນມິດໃກ້ຊິດ.

ຂ່າວຈາກ ໜັງສືພິມລາວພັດທະນາ

ລພນ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...