Homeຂ່າວພາຍ​ໃນສູນການຄ້າໄອເຕັກມໍ ເປີດເປັນທາງການ ພ້ອມເຜີຍຈະສ້າງສວນນ້ຳ ພາຍໃນປີ 2016!

ສູນການຄ້າໄອເຕັກມໍ ເປີດເປັນທາງການ ພ້ອມເຜີຍຈະສ້າງສວນນ້ຳ ພາຍໃນປີ 2016!

Published on

4-1

ໄອເຕັກຈະກາຍເປັນ ສູນກາງການຄ້າການບໍລິການ ສຳຄັນອີກແຫ່ງໜຶ່ງຂອງນະຄອນຫຼວງ, ຫຼັງຈາກທີ່ອາຄານ ໄອເຕັກມໍໄດ້ເປີດບໍລິການຢ່າງ ເປັນ ທາງການ ໂດຍຫວັງວ່າຈະ ເປັນທາງເລືອກໃຫ້ຊາວນະ ຄອນຫຼວງເລືອກຊື້ – ຂາຍສິນ ຄ້າຢ່າງສະດວກສະບາຍ.
ທ່ານ ສັກໄຊ ວົງມາລາສິດ ປະທານບໍລິສັດລາວເວີນ ມະຫາຊົນກ່າວວ່າ:​ ອາຄານໄອ ເຕັກມໍເປັນການລົງທຶນໄລຍະ ສອງຂອງສັນຍາການລົງທຶນກໍ່ ສ້າງ ໂດຍໄດ້ເລີ່ມລົງມືກໍ່ສ້າງ ມາແຕ່ປີ 2014 ມູນຄ່າການກໍ່ ສ້າງທັງໝົດ 251 ຕື້ກີບ, ອາ ຄານສູງ 7 ຊັ້ນເຄິ່ງ ແລະ 2 ຊັ້ນ ໃຕ້ດິນ ຊຶ່ງຊັ້ນໃຕ້ດິນ B1 ຈະເປັນຮ້ານສະດວກຊື້ ແລະ ສະ ຖານທີ່ຈອດລົດ,​ ຊັ້ນໃຕ້ດິນ B2 ສຳລັບບ່ອນຈອດລົດ, ສ່ວນ ຊັ້ນທີ 1 ສຳລັບຮ້ານຂາຍເຄື່ອງ ທົ່ວໄປ, ທະນາ ຄານ ແລະ ສະ ຖາບັນການເງິນຕ່າງໆ,​ ຊັ້ນທີ 2 ຮ້ານຂາຍຄຳ, ເຄື່ອງເງິນ, ແວ່ນຕາ, ໂມງ ແລະ ອື່ນໆ; ຊັ້ນທີ 3 ແມ່ນຂາຍເຄື່ອງແຟເຊິນຕ່າງໆ; ຊັ້ນທີ​ 4 ແມ່ນຂາຍ ເຄື່ອງໃຊ້ໃນຄົວເຮືອນ ແລະ ອຸປະກອນໄຟຟ້າ; ຊັ້ນທີ 5 ຮ້ານປອດພາສີ; ຊັ້ນທີ 6 ຮ້ານຂາຍ ເຄື່ອງກິລາ, ບ່ອນອອກກຳລັງກາຍ ແລະ ຮ້ານອາຫານຕ່າງໆ ແລະ ຊັ້ນທີ 7 ແມ່ນໃຊ້ສຳລັບຈັດກິດຈະກຳຕ່າງໆເຊັ່ນ: ຫ້ອງ ປະຊຸມ ແລະ ງານວາງສະແດງ.
ທ່ານກ່າວອີກວ່າ: ແຜນການ ໃນຕໍ່ໜ້າຍັງຈະສ້າງສວນນ້ຳ ຄາດວ່າຈະເປີດນຳໃຊ້ໃນປີ 2016 ຈະເຖິງນີ້ ພ້ອມກັນນັ້ນ ຍັງກໍ່ສ້າງສະໜາມກິລາບານ ເຕະຫຍ້າທຽມ ແລະ ຈັດລະບົບ ການສັນຈອນ ເພື່ອບໍ່ໃຫ້ສັບ ສົນໃນການເຂົ້າ-ອອກ.
ທ່ານ ວິສັນ ນະວົງສັກ ຮອງ ປະທານບໍລິສັດລາວເວີນ ມະ ຫາຊົນກ່າວວ່າ: ມາເຖິງປະຈຸ ບັນການຈັບຈອງ ເພື່ອຄ້າ-ຂາຍ ຂອງຜູ້ປະກອນການຫຼາຍ ກ່ວາ 80% ແລ້ວ,​ ເຫຼືອພຽງແຕ່ຊັ້ນ ທີ 5 ຊຶ່ງເປັນຮ້ານຄ້າປອດພາ ສີ. ປະຈຸບັນຍັງຢູ່ຂັ້ນຕອນຂອງ ການແລ່ນເອກະສານ.
ຜ່ານການເປີດທົດລອງບໍລິ ການໄດ້ຮັບສຽງຕອບຮັບຈາກ ປະຊາຊົນຊາວນະຄອນຫຼວງ ວຽງຈັນເປັນຈຳນວນຫຼວງຫຼາຍ ຊຶ່ງພິທີເປີດບໍລິການຢ່າງເປັນ ທາງການໃນມື້ນີ້, ຍິ່ງຈະເຮັດ ໃຫ້ສັງຄົມໄດ້ຮັບຮູ້ຫຼາຍຂຶ້ນອີກ ໂດຍຫວັງວ່າ: ຈະເປັນທາງ ເລືອກໃຫ້ຜູ້ສົນໃຈໄດ້ມາຈັບ ຈ່າຍໃຊ້ສອຍໄດ້ຕາມຄວາມ ຕ້ອງການ ເພາະພວກເຮົາມີສິນ ຄ້າຫຼາກຫຼາຍປະເພດມາໂຮມ ໄວ້ໃນສະຖານທີ່ແຫ່ງນີ້.

 

ແຫລ່ງຂ່າວ:

ປຊຊ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...