spot_img
Homeຂ່າວການພັດທະນານະຄອນຫລວງວຽງຈັນ ປະດັບປະດາຕົວເມືອງ ຕ້ອນຮັບ 40 ປີ ແຫ່ງ ສປປ ລາວ

ນະຄອນຫລວງວຽງຈັນ ປະດັບປະດາຕົວເມືອງ ຕ້ອນຮັບ 40 ປີ ແຫ່ງ ສປປ ລາວ

Published on

d8cccea201e09d94624113235d6a8e44

ວັນ​ທີ 12 ພະຈິກ 2015 ຜ່ານ​ມາ ທີ່​ຫ້ອງ​ວ່າການ​ນະຄອນຫຼວງ​ວຽງ​ຈັນ ໄດ້​ຈັດ​ງານ​ຖະແຫຼງ​ຂ່າວ​ຂອງ​ ທ່ານ ແກ້ວ​ພິລາ​ວັນ ອາ​ໄພ​ລາດ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ຕາງໜ້າ​ອະນຸ​ກຳມະການ​ອະນາໄມ​ປະດັບ​ປະດາ​ຕົວ​ເມືອງ ແລະ ແກ້​ໄຂ​ຄວາມ​ແອ​ອັດ​ໃນ​ນະຄອນຫຼວງ​ວຽງ​ຈັນ ກ່ຽວ​ກັບ​ວຽກ​ງານ​ປະດັບ​ປະດາ ເພື່ອ​ການ​ກະກຽມ​ໃຫ້​ແກ່​ການ​ສະເຫຼີມສະຫຼອງ ວັນ​ສະຖາປະນາ ​ສປປ ລາວ ຄົບຮອບ 40 ປີ ແລະ ກອງ​ປະຊຸມ​ສາກົນ​ຕ່າງໆ ໄດ້​ກ່າວ​ວ່າ: ເພື່ອ​ເປັນ​ການ​ຫ້າງ​ຫາ​ກະກຽມ​ວຽກ​ງານ​ອະນາໄມ ແລະ ປະດັບ​ປະດາ​ຕົວ​ເມືອງ ໃຫ້​ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ ຕ້ອນຮັບ​ວັນ​ສຳຄັນ​ຂອງ​ຊາດ ໂດຍ​ສະເພາະ​ແມ່ນ​ວັນ​ສະຖາປະນາ ​ສປປ ລາວ ຄົບຮອບ 40 ປີ (ວັນ​ທີ 2 ທັນວາ) ທີ່​ກຽມ​ຈະ​ສະຫຼອງ​ໃຫຍ່ ໃນ​ທ້າຍ​ປີ 2015 ແລະ ການ​ກະກຽມ​ເປັນ​ເຈົ້າພາບ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 28 ແລະ ກອງ​ປະຊຸມ​ເຈົ້າ​ຄອງ​ນະຄອນ​ອາ​ຊຽນ ແລະ ຄູ່​ຮ່ວມ ໃນ​ປີ 2016 ເຊິ່ງ​ວຽກ​ງານ​ດັ່ງກ່າວ ແມ່ນ​ຈະ​ໄດ້​ຈັດ​ຕັ້ງ​ປະຕິບັດ​ຢູ່​ນະຄອນຫຼວງ​ວຽງ​ຈັນ ເຊິ່ງ​ນະຄອນຫຼວງ​ວຽງ​ຈັນ ໄດ້​ເນັ້ນ​ເຖິງ​ການ​ຄຸ້ມ​ຄອງ​ຈັດ​ສັນ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ ຕາມ​ແຄມ​ທາງ ແລະ ການ​ສັນຈອນ​ຕາມ​ຖະໜົນ ວຽກ​ງານ​ປະດັບ​ປະດາ​ທຸງຊາດ ທຸງ​ພັກ ແລະ ທຸງ​ທິວ ພ້ອມ​ກັນ​ນີ້ ຍັງ​ໄດ້​ຮຽກຮ້ອງ​ອຳນາດ​ການ​ປົກຄອງ ແລະ ປວງ​ຊົນ ໃຫ້​ມີ​ການ​ເອົາໃຈໃສ່​ວຽກ​ງານ​ປັບປຸງ​ເສັ້ນທາງ​ໃຫ້​ມີ​ຄວາມ​ສະອາດ​ຈົບງາມ ເຊັ່ນ​ດຽວ​ກັບ​ວຽກ​ງານ​ມາດຖານ​ເຄຫາ​ສະຖານ​ສະອາດ ມາດຖານ​ຮັບປະກັນ​ພາຫະນະ​ສະອາດ ຮັບປະກັນ​ສາ​ທາ​ລະ​ນຸ​ປະໂຫຍດ​ສະອາດ ຮັບປະກັນ​ໂຮງ​ຈັກ​ໂຮງງານ​ສະອາດ ຮັບປະກັນ​ການ​ບໍລິໂພກ​ສະອາດ ນ້ຳ​ສະອາດ ແລະ ຮັບປະກັນ​ທ້ອງຟ້າ​ສົດໃສ​ປອດ​ຄວັນ​ລົດ ແລະ ຄວັນ​ການ​ຈູດ​ເຜົາ​ປົກ​ຄຸມ​ທ້ອງຟ້າ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...