spot_img
Homeຂ່າວທ້ອງຖິ່ນມສ ນາຊຽງດີ ໄດ້ຊົມໃຊ້ອາຄານຮຽນຫຼັງໃໝ່

ມສ ນາຊຽງດີ ໄດ້ຊົມໃຊ້ອາຄານຮຽນຫຼັງໃໝ່

Published on

ໃນວັນທີ 13 ພະຈິກ 2015 ນີ້, ທີມງານຄະນະກໍາມະການກວດກາການກໍ່ສ້າງຂັ້ນແຂວງ, ຂັ້ນເມືອງ ໄດ້ລົງກວດກາ ແລະ ມອບ-ຮັບ ໂຄງການກໍ່ສ້າງໂຮງຮຽນ ມສ ນາຊຽງດີ ເຊິ່ງເປັນໂຮງຮຽນທີ່ນອນຢູ່ໃນບ້ານ 3 ສ້າງ ເມືອງຮຸນ ແຂວງອຸດົມໄຊ.

ເຂົ້າຮ່ວມມີ ທ່ານ ບຸນເພັງ ແລງສຸທິພົງ ຕາງໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ຄໍາພູ ດວງທະລາ ຄະນະປະຈໍາພັກເມືອງຮຸນ ຜູ້ຊີ້ນໍາວຽກງານວັດທະນະທໍາສັງຄົມ, ມີຄະນະກໍາມະການກວດກາການກໍ່ສ້າງ ທີ່ມາຈາກຫ້ອງວ່າການປົກຄອງແຂວງ, ພະແນກແຜນການ ແລະ ການລົງທຶນ, ພະແນກໂຍທາທິການ ແລະ ຂົນສົ່ງ, ບໍລິສັດວິລະດາກໍ່ສ້າງ ແລະ ມີຄະນະກໍາມະການກວດກາການກໍ່ສ້າງຂັ້ນເມືອງເຂົ້າຮ່ວມນໍາ.

ໃນພິທີ ໄດ້ຕ້ອນຮັບຈາກອໍານາດການປົກຄອງບ້ານ, ຄະນະອໍານວຍການ, ຄູອາຈານ ແລະ ນ້ອງນັກຮຽນຈໍານວນໜຶ່ງ, ໃນໂອກາດນີ້ ໄດ້ຮັບຟັງການລາຍງານຈາກທາງຄະນະຮັບຜິດຊອບ ແລະ ທາງບ້ານ ກ່ຽວກັບ ສະພາບການກໍ່ສ້າງໃນໄລຍະຜ່ານມາ, ເມື່ອທາງທິມງານໄດ້ພາກັນຢາງກວດກາ ແລະ ສັງເກດເບິ່ງສະພາບການກໍ່ສ້າງອາຄານຮຽນຫຼັງໃໝ່ ຜ່ານການກວດກາ ເຫັນວ່າ ສະພາບອາຄານມີຄວາມສົມບູນ ແລະ ຖືກຕ້ອງຕາມຫຼັກວິຊາການ, ຈາກນັ້ນ ຈຶ່ງມີພິທີເຊັນສັນຍາມອບ-ຮັບລະຫວ່າງເຈົ້າຂອງໂຄງການ ແລະ ຜູ່ຮັບເໝົາ, ມອບໂດຍແມ່ນ ທ່ານ ວິລະສັນ ແວງທິສານ ຜູ່ອໍານວຍການບໍລິສັດວິລະດາກໍ່ສ້າງ ແລະ ຮັບໂດຍແມ່ນ ທ່ານ ບຸນຕຽງ ເພັດສະໄໝ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຮຸນ ຈາກນັ້ນ ກໍໄດ້ມອບຕໍ່ໃຫ້ທາງອໍານາດການປົກຄອງບ້ານກໍຄືໂຮງຮຽນເປັນຜູ້ຄຸ້ມຄອງປົກປັກຮັກສາ ແລະ ນໍາໃຊ້ຕໍ່ໄປ.

ໂຄງການນີ້ແມ່ນໄດ້ຮັບທຶນການກໍ່ສ້າງຈາກລັດຖະບານ ຮ່ວງນໍ້າເທີນ 2 ສົກ 2014-2015 ໂດຍແມ່ນບໍລິສັດ ວິລະດາ ກໍ່ສ້າງ ເປັນຜູ້ຮັບເໝົາ ໃນມູນຄາ 900 ລ້ານກີບ, ເປັນອາຄານຮຽນແບບຖາວອນ ຊັ້ນດຽວ 1 ຫຼັງ, ຂະໜາດ 48 x 9 ແມັດ, ມີ 6 ຫ້ອງຮຽນ, ປະກອບດ້ວຍ ເຟີນິເຈີ ຄົບຊຸດ ແລະ ຫ້ອງນໍ້າ 1 ຫຼັງ ມີ 4 ຫ້ອງ, ໄດ້ເລີ່ມລົງມືກໍ່ສ້າງມາແຕ່ ເດືອນ ມີນາ ຜ່ານມານີ້ ມາຮອດປັດຈຸບັນ ໄດ້ສຳເລັດແລ້ວ 100 %. ໂດຍໄດ້ໃຊ້ເວລາການກໍ່ສ້າງທັງໝົດ 8 ເດືອນ.

ຕອນທ້າຍພິທີ ທ່ານ ຄໍາພູ ດວງທະລາ ຄະນະປະຈໍາພັກເມືອງຮຸນ ໄດ້ມີຄໍາເຫັນ ແລະ ກ່າວສະແດງຄວາມຍ້ອງຍໍຊົມເຊີຍທຸກພາກສ່ວນທີ່ມີສ່ວນຮ່ວມ, ໃນການຊ່ວຍເຫຼືອເຊິງກັນ ແລະ ກັນ ໂດຍສະເພາະ ທາງບໍລິສັດໄດ້ເອົາໃຈໃສ່ປະຕິບັດໜ້າທີຂອງຕົນຈົນປະສົບຜົນສໍາເລັດ ທ່ວງທັນກັບເວລາທີ່ໄດ້ກໍານົດໄວ້ ທັງດໍາເນີນການກໍ່ສ້າງຖືກຕ້ອງຕາມຫຼັກວິຊາການ, ເພື່ອຜົນປະໂຫຍດອັນລວມ ກໍຄື ລູກຫຼານນັກຮຽນໄດ້ຊົມໃຊ້ອາຄານຮຽນຫຼັງໃໝ່, ມີບ່ອນສຶກສາຮໍ່າຮຽນທີ່ດີ ແລະ ສວຍງາມ.

11202110_1638078943109593_6707594616901982140_n

12239708_1638078329776321_1194651260022171645_n

12227189_1638078453109642_3829135304828765567_n

12243339_1638078279776326_8498939894181519340_n

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...