Homeຂ່າວພາຍ​ໃນເປີດສາກຂື້ນແລ້ວກັບບານເຕະ The Minister Cup 2015

ເປີດສາກຂື້ນແລ້ວກັບບານເຕະ The Minister Cup 2015

Published on

ການແຂ່ງຂັນຊິງຂັນທ່ານລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ The Minister Cup 2015 ຊິງເງິນລາງວັນລວມມູນຄ່າ150ລ້ານກີບ.

cb2838_b97aa13725c243a9858dc546aa774138

ທ່ານ ພັນທະຈິດ ອິນທິລາດ ປະທານບໍລິສັດອິນທຣາຄັອບເປຣຊັ່ນຈຳກັດ ກ່າວວ່າ: ” ການຈັດງານຄັ້ງນີ້ເປັນການສ້າງການເຄື່ອນໄຫວໃຫ້ບັນດາສະໂມສອນຕ່າງໆໄດ້ແຂ່ງຂັນຢ່າງຕໍ່ເນື່ອງ ກວ່າລາວພຣີເມຍລີກຈະເລີ່ມຂື້ນ ບັນດານັກກິລານໍ້າໜັກອາດຈະຂື້ນ ສະນັ້ນໃນໄລຍະພັກການແຂ່ງຂັນລາວລີກນີ້ພວກເຮົາຕ້ອງມີການເຄື່ອນໄຫວ ”
ນອກຈາກນີ້ທ່ານໄດ້ກ່າວວ່າການແຂ່ງຂັນຄັ້ງນີ້ເປັນການສ້າງຂະບວນການໂດຍສະເພາະການແຂ່ງຂັນກິລາບານເຕະເພື່ອຕ້ອນຮັບ 2 ວັນປະຫວັດສາດ.

cb2838_bb2f52009976485887562c59028454a0

ທ່ານ ສົມພູ ພົງສາ ຮອງປະທານ ແລະເລຂາທິການ ຄະນະກຳມະການໂອແລມປີກແຫ່ງຊາດລາວ ກ່າວວ່າ : ” ກ່ອນອື່ນຂໍສະແດງຄວາມຊົມເຊີຍນໍາແນວຄິດພັດທະນາຂອງຄະນະຈັດການແຂ່ງຂັນ ໂດຍສະເພາະປະທານສະໂມສອນລ້ານຊ້າງ ຢູໄນເຕັດທີ່ຢາກພັດທະນາວົງການກິລາບານເຕະໃນລາວເຮົາ, ຂໍຍ້ອງຍໍຊົມເຊີຍບັນດາທີມຕ່າງໆທີ່ເຂົ້າຮ່ວມການແຂ່ງຂັນ ” ແລະ ທ່ານຍັງຕາງໜ້າຄະນະຈັດການແຂ່ງຂັນສະແດງຄວາມຂອບໃຈຜູ້ສະໜັບສະໜູນການແຂ່ງຂັນທຸກພາກສ່ວນ ທີ່ເຮັດໃຫ້ງານນີ້ເກີດຂື້ນມາໄດ້ ແລະ
ທ່ານຍັງໄດ້ເນັ້ນໜັກໃນເລື່ອງຂອງການແຂ່ງຂັນ ຢາກໃຫ້ເອົາໃຈໃສ່ຮ່ວມກັນ ຢາກໃຫ້ບັນດາສະໂມສອນແຂ່ງຂັນຢ່າງມີເປົ້າໝາຍ ແຂ່ງຂັນແລ້ວໃຫ້ສາມາດສານຕໍ່ໃຫ້ໄດ້ໃນເລື່ອງຂອງການພັດທະນາ.
cb2838_2f7bd9e89e0545b787333cf445a3cfc7

ການແຂ່ງຂັນມີ 2 ກຸ່ມ, ຄືກຸ່ມ A ແລະ B ລວມທັັງໝົດແມ່ນມີ 8 ທີມທີ່ລົງແຂ່ງຂັນໃນຄັ້ງນີ້
Group A :
LAO POLICE FC
JDB
LANEXANG UNITED
SAVAN FAMILY FC

Group B :
TWENTYSIX UNITED
LAO ARMY
EZRA FC
IDSEA CHAMPASAK FC

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...