Homeຂ່າວຍົນຕົກເຮືອບິນສະກາຍເວ ເກີດບັນຫາຂັດຂ້ອງ ແລ່ນອອກທາງລົງທົ່ງນາ

ເຮືອບິນສະກາຍເວ ເກີດບັນຫາຂັດຂ້ອງ ແລ່ນອອກທາງລົງທົ່ງນາ

Published on

ເຮືອບິນຂອງບໍລິສັດລາວສະກາຍເວ ເດີນທາງຈາກຫລວງພະບາງ- ວຽງຈັນຕອນບາຍມື້ນີ້ເກີດບັນຫາຂັດຂ້ອງແລ່ນອອກທາງລົງທົ່ງນາ ຢູ່ເດີນບິນວັດໄຕ ແຕ່ໂຊກດີບໍ່ມີໃຜຮັບບາດເຈັບ ແລະ ເສຍຊີວິດ

ຂປລ. ຕາມການເປີດເຜີຍຂອງເຈົ້າຫນ້າທີ່ຄວບຄຸມການບິນພົນລະເຮືອນເປີດເຜີຍວ່າ ໃນວັນທີ 13 ພະຈິກ 2015 ເວລາ 14:00 ນາທີ , ມີເຮືອບິນ MA-60 ທະບຽນ RDPL-34226 ຂອງລາວສະກາຍເວເກີດ ບັນຫາຜິດປົກກະຕິເຮັດການລົງຈອດສັບສົນ ແຕ່ນັກບິນໄດ້ພະຍາຍາມບັງລົງຈົນຫມົດຄວາມສາມາດ ສຸດທ້າຍເຮືອບິນໄດ້ແລ່ນອອກເສັ້ນທາງຕົກທົ່ງນາ ຢູ່ສະຫນາມບິນວັດໄຕ
ສ່ວນສາເຫດເຈົ້າຫນ້າທີ່ກ່ຽວຂອ້ງຍັງສືບສວນສອບສວນຢູ່.

12219415_449607865242999_722653318755885067_n 12219421_449608025242983_6366090949998374955_n 12250104_449607945242991_1947765000245993095_n

ຂ່າວຈາກ ຂ່າວສານປະເທດລາວ

ຂປລ

 

ບົດຄວາມຫຼ້າສຸດ

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ສປປ ລາວ ເຂົ້າຮ່ວມເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ (OAC)

ໃນວັນທີ 5 ພະຈິກ 2026 ທີ່ຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມການເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ ຫຼື One Asia Communications (OAC) ໃນເວທີປຶກສາຫາລືດ້ານການສື່ສານ...

ແກ້ໄຂຫຼາຍບັນຫາ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຄວາມທຸກຍາກ ການຂາດແຄນຄູສອນ ການບໍລິຫານຈັດການຂີ້ເຫຍື້ອ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ດໍາເນີນມາຮອດວັນທີ 13 ພະຈິກ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທານ...

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...