spot_img
Homeຂ່າວເຫດການປະຊາຊົນເປັນຫ່ວງບັນຫາຮັກສາຄວາມສະອາດ ແລະ ການກໍານົດປະເພດສິນຄ້າຢູ່ງານບຸນທາດຫລວງ

ປະຊາຊົນເປັນຫ່ວງບັນຫາຮັກສາຄວາມສະອາດ ແລະ ການກໍານົດປະເພດສິນຄ້າຢູ່ງານບຸນທາດຫລວງ

Published on

12247127_449572578579861_7343158632177048039_n

ຂປລ.ບຸນທາດຫລວງປີນີ້, ເຈົ້າໜ້າທີ່ຮັບຜິດຊອບງານບຸນນະມັດສະການພະທາດຫລວງວຽງຈັນຍັງບໍ່ມີການເປີດເຜີຍການກໍານົດຈໍານວນຕົວເລກຫ້າງຮ້ານຂາຍເຄື່ອງວ່າຈະເອົາຈັກຮ້ານ, ມາດຕະການຮັກສາຄວາມສະອາດລະອຽດ ລວມເຖິງການອະນຸຍາດປະເພດສິນຄ້າທີ່ເປັນອັນຕະລາຍ ຂະນະທີ່ ຜູ້ປະກອບການ ແລະ ມວນຊົນສ່ວນໃຫຍ່ໃຫ້ຄວາມສົນໃຈຢາກຮູ້ຄັກແນ່ເພາະຜ່ານມາເກີດມີຫາງສຽງການເກັບມ້ຽນຂີ້ເຫຍື້ອຍັງຊະຊາຍ ຊັກຊ້າ ແລະ ມີການອະນຸຍາດໃຫ້ຂາຍມີດຟ້າ ຫລື ມີຄົມດ້ານໃນ.
ຕາມແຜນແລ້ວບຸນນະມັດສະການພະທາດຫລວງວຽງຈັນປີ 2015 ຈະເລີ່ມຂື້ນໃນວັນທີ 20 ເຖິງ 25 ພະຈິກ 2015, ສ່ວນ ທ້ອງສະໜາມຫລວງປີ ນີ້ງົດບໍ່ໃຫ້ຂາຍສິນຄ້າສະຫງວນ ເພື່ອຝຶກຊ້ອມກ້ອນກຳລັງ ສະແດງການສະເຫລີມສະຫລວງ ວັນ ຊາດທີ 2 ທັນວາ ຄົບຮອບ 40 ປີ ແລະ ຈະອະນຸຍາດໃຫ້ພຽງແຕ່ຜະລິດຕະພັນແຫ່ງຊາດໂອດອັບເທົ່າ ນັ້ນຂາຍຢູ່ໃນເດີ່ນພະ ທາດຫລວງ ແຕ່ເຂົ້າຫລາມປີ້ງໄກ່ ແລະ ປະເພດອາຫານການກິນຂາຍອື່ນໆຈະອະນຸໃຫ້ບໍລິເວນແຄມທາງ.
ທ່ານ ສາຍທອງ ແກ້ວດວງດີ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ປະທານຄະນະກຳມະການ ຊີ້ນຳງານບຸນນະ ມັດສະການ ພະທາດຫລວງວຽງຈັນປີນີ້ແມ່ນຈະເລີ່ມຂື້ນແຕ່ວັນທີ 20 ຄືການເປີດສິນຄ້າໂອ ດອັບ ແລະ ວັນທີ 23 ຫາວັນທີ 25 ແມ່ນວັນນະມັດສະການພະທາດຫລວງຄືການເປີດໃຫ້ມວນຊົນເຂົ້າກາບໄຫ້ວສັກກະລະບູຊາ, ສ່ວນວັນທີ 24 ແມ່ນຈະມີ ການ ແຫ່ຜາສາດເຜີ້ງແຕ່ວັດສີເມືອງຫາພະທາດຫລວງ ແລະ ວັນທີ 25 ຫລັງຈາກຈົບພິທີຕັກບາດກໍ່ຈະມີການຕີຄີ ແລະ ຄົບ ງັນຕາມປະເພນີ. ຄາດໝາຍກໍຄືສືບສານຮີດຄອງປະເພນີອັນດີງາມຂອງຊາດລາວໄວ້, ສ້າງໃຫ້ມວນຊົນມ່ວນຊື່ນ ກ່ຽວກັບຈິດ ຈະກຳທາງສາສະໜາ ທັງສ້າງສິ່ງດຶງດູດໃຫ້ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະ ເທດ ເຂົ້າມາທ່ຽວຊົມນະຄອນຫລວງວຽງຈັນໃຫ້ນັບມື້ນັບຫລາຍຂຶ້ນ.
ສ່ວນງານຕະຫລາດນັດສາກົນປີນີ້ແມ່ນຈະບໍ່ໄດ້ຈັດຢູ່ທ້ອງສະໜາມຫລວງຊຶ່ງຈະຍ້າຍໄປຈັດຢູ່ສູນການຄ້າລາວ-ລາວໄອເຕັກບ່ອນດຽວ ເນື່ອງຈາກວ່າທ້ອງສະໜາມຫລວງສະຫງວນໄວ້ເພື່ອຝຶກຊ້ອມກ້ອນກຳລັງສະແດງ ເພື່ອສະແດງ ໃນມື້ສະເຫລີມສະຫລວງ ວັນຊາດທີ 2 ທັນວາ ຄົບຮອບ 40 ປີ (ແຕ່ວັນທີ 2 ທັນວາ 1975-ວັນທີ 2 ທັນວາ 2015) ເຊິ່ງຈະມີການສະເຫລີມສະຫລອງໃຫ່ຍໃນທົ່ວປະເທດພ້ອມໆກັນ.
ແນວໃດກໍ່ຕາມປະຈຸບັນ ການກະກຽມບຸນນະມັດສະ ການພະທາດຫລວງວຽງຈັນ ໄດ້ດຳເນີນຢ່າງ ຕໍ່ເນື່ອງສຳເລັດ ການຈັດຕັ້ງຄະນະກຳມະການຮັບຜິດຊອບງານບຸນ ລວມທັງເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ, ເຈົ້າໜ້າທີ່ກວດກາ ການຄ້າ ແລະ ອື່ນໆ ເພື່ອໃຫ້ໄດ້ຮີດຄອງປະເພນີ ແລະ ມີຄວາມສະຫງົບ.
ທ່ານ ໂສວັນ ນຸພາບພະວົງສີ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ສະເພາະການຄ້າຂາຍ ສິນຄ້າໃນງານນະມັດສະການພະທາດຫລວງໄດ້ມີການກຳນົດຄຸ້ມຄອງລາຄາ ແລະ ໃຫ້ຕິດລາຄາ ລວມເຖິງລາຄາຝາກ ລົດ ຫາກຜູ້ໃດລະເມີດກໍ່ຈະຖຶກປະຕິບັດຕາມລະບຽບ ແລະ ພວກເຮົາກໍ່ໄດ້ກຽມກຳລັງເຈົ້າ ໜ້າທີ່ກວດກາການຄ້າໄວ້ ຢ່າງ ພຽງ ພໍເພື່ອຕິດຕາມໃນ ແຕ່ລະຈຸດ ໃນ ແຕ່ ລະວັນ ສະນັ້ນຈິ່ງຂໍການຮ່ວມມືກັບນັກທ່ອງທ່ຽວ, ຖ້າລູກຄ້າພົບເຫັນການລະເມີດ ຕ້ອງ ໃຫ້ແຈ້ງ ຄະນະກຳມະການດ່ວນເພື່ອແກ້ໄຂ. ແນວໃດກໍດີ ປະຊາຊົນຍັງມີຄວາມເປັນຫ່ວງວ່າອາດມີບາງກຸ່ມຄົນບໍ່ດີສວຍໂອກາດລັກຊັບພົນລະເມືອງຢູ່ງານບຸນ, ມາດຕະການຮັກຄວາມສະອາດບໍ່ຈະແຈ້ງ ແລະ ການອະນຸຍາດໃຫ້ເອົາປະເພດສິນຄ້າເຂົ້າໄປຂາຍດ້ານໃນມີຫຍັງແນ່ເພາະຜ່ານມາໃຊ້ກໍາລັງພົນຢ່າງຫລວງໃນການຮັກສາຄວາມປອດໄພ ແຕ່ສຸດທ້າຍອະນຸຍາດໃຫ້ພໍ່ຄ້າແມ່ຂາຍມີດ ແລະ ບາງສິ່ງອັນຕະລາຍ.

ຂ່າວຈາກ ຂ່າວສານປະເທດລາວ

ຂປລ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...