Homeຂ່າວການພັດທະນາວາງສີລາເລີກສ້າງເຂື່ອນໄຟຟ້ານໍ້າງື່ມ 3

ວາງສີລາເລີກສ້າງເຂື່ອນໄຟຟ້ານໍ້າງື່ມ 3

Published on

ພິທີວາງສີລາເລີກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າງື່ມ 3 ມີກໍາລັງຕິດຕັ້ງ480 ເມກາວັດດ້ວຍ​ມູນ​ຄ່າ​ການ​ກໍ່ສ້າງ 1.290 ກວ່າ​ລ້ານ​ໂດ​ລາ​ສະຫະລັດ ໄດ້ມີຂຶ້ນໃນແລງວັນທີ 11 ພະຈິກນີ້ທີ່ສໍານັກງານລັດວິສາຫະກິດໄຟຟ້າລາວ ​ໃນນະຄອນຫລວງວຽງຈັນໂດຍການເຂົ້າຮ່ວມຂອງທ່ານ ສົມສະ ຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານການຜະລິດ ແລະ ຈໍລະຈອນ, ມີທ່ານລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່, ມີທ່ານເຈົ້າແຂວງໄຊສົມບູນ, ແຂວງຊຽງຂວາງ, ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈໍາລາວເຂົ້າຮ່ວມນຳ​ດ້ວຍ.

ອໍານວຍການລັດວິສາຫະກິດໄຟຟ້າລາວ ສີສະຫວາດ ທິລາວົງ ກ່າວວ່າ: ເຂື່ອນໄຟຟ້ານໍ້າງື່ມ 3 ແມ່ນເຂື່ອນຂະໜາດໃຫຍ່ທີ່ລັດຖະບານໄດ້ມອບໝາຍໃຫ້ລັດວິສາຫະກິດໄຟຟ້າລາວເປັນຜູ້ດໍາເນີນການ

ພັດທະນາໂດຍກົງ, ລັກສະນະຕົວເຂື່ອນມີຄວາມສູງ 210 ແມັດ, ສັນເຂືອນຍາວ 395 ແມັດ, ມີອ່າງກັກເກັບນໍ້າຂະໜາດ1.411 ລ້ານແມັດກ້ອນ ​ເຊິ່ງຈະໄດ້ຮັບຜົນປະໂຫຍດຈາກການບໍລິຫານນໍ້າຂອງໂຄງການອື່ນໆທີ່ຕັ້ງຢູ່ດ້ານເທິງເຂື່ອນຄືເຂື່ອນໄຟຟ້ານໍ້າງຶ່ມ 5 ທີ່ມີບໍລິມາດກັກເກັບນໍ້າເພື່ອສົ່ງຕໍ່ໃຫ້ເຂື່ອນນໍ້າງື່ມ 3 ປະມານ 341 ລ້ານແມັດກ້ອນ ແລະພວມຈະກໍ່ສ້າງເຂື່ອນໄຟຟ້ານໍ້າງື່ມ 4 ທີ່ສາມາດກັກເກັບນໍ້າຫລາຍກວ່າ 250 ລ້ານແມັດກ້ອນທີ່ສົ່ງຕໍ່ໃຫ້ເຂື່ອນໄຟຟ້ານໍ້າງື່ມ 3 ເຊັ່ນກັນ.

ອໍານວຍການລັດວິສາຫະກິດໄຟຟ້າລາວກ່າວວ່າ: ເຂື່ອນໄຟຟ້ານໍ້າງື່ມ 3 ແມ່ນທະນາຄານຂາເຂົ້າ-ຂາອອກສປຈີນເປັນຜູ້ສະໜອງເງິນກູ້ໄລຍະຍາວ ແລະ ບໍລິສັດຊີໂນ ໄຮໂດຼ ສປ ຈີນ ເປັນຜູ້ຮັບເໝົາກໍ່ສ້າງ ເຊິ່ງຄາດວ່າຮອດປີ 2020 ຈະສໍາເລັດການກໍ່ສ້າງ ແລະ ເຂື່ອນດັ່ງກ່າວແມ່ນມີຄວາມສໍາຄັນໃນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກກໍຄືແຜນພັດທະນາຂະແໜງໄຟຟ້າຂອງລັດຖະບານໃນການເປັນກໍາລັງແຮງຂັບເຄື່ອນລະບົບເສດຖະກິດແຫ່ງຊາດແລະປະກອບສ່ວນສ້າງພື້ນຖານທີ່ໜັກ

ແໜ້ນໃຫ້ແກ່ການພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ​ແລະ ຄາດວ່າຈະສ້າງລາຍຮັບໃຫ້ແກ່ປະເທດຊາດປີລະປະມານ 152 ລ້ານກວ່າໂດລາສະຫະລັດ.

ຂ່າວຈາກ ໜັງສືພິມລາວພັດທະນາ

ລພນ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...