Homeອຸບັດເຫດແລະປາກົດການຫຍໍ້ທໍ້ເກີດເຫດສະເທືອນຂວັນຄົນຮ້າຍຄາດຕະກຳພະອາຈານ ວັດໃຫຍ່ໄຊຍະພູມ ເສຍຊີວິດ

ເກີດເຫດສະເທືອນຂວັນຄົນຮ້າຍຄາດຕະກຳພະອາຈານ ວັດໃຫຍ່ໄຊຍະພູມ ເສຍຊີວິດ

Published on

​​​ເຫດການ​ດັ່ງກ່າວ​ເກີດ​ຂຶ້ນໃນ​ວັນ​ທີ 12 ພະຈິກ​ນີ້, ພາຍຫລັງ​ຈົວ​ນ້ອຍພາຍ​ໃນ​ວັດ​​ໄປ​ເອີ້ນ​ພະ​ອາຈານ​ດັ່ງກ່າວ​​ ຢູ່​ກຸ​ຕິ​ວັດ​ໃຫຍ່​ໄຊ​ຍະ​ພູມ ​ເມືອງ​ໄກສອນ​ພົມວິຫານ ​ແຂວງ​ສະຫວັນ​ນ​ະ​ເຂດ ອອກ​ມາ​ສັນ​ຈັງຫັນ ​ແຕ່​​ບໍ່​ມີ​ສຽງ​ຕອບ​ຮັບ,​ຈຶ່ງ​ໄດ້​​ເຂົ້າ​​ໄປ​​ເອີ້ນໃນ​ກຸ​ຕິ​ແລ້ວ​ພົບ​ເຫັນ​ພະ​ອາຈານນອນ​ງາຍ​ໜ້າ ​ເສຍ​ຊີວິດ​ຢູ່​​​ໃກ້​ກັບ​ຕຽງ​ນອນຂອງ​ເພີ່ນ, ​ຄາດ​ວ່າ​ເສຍ​ຊີວິດ​ມາ​ແລ້ວ​ຫລາຍ​ຊົ່ວ​ໂມງ.

ພາຍຫລັງ​ເຈົ້າ​ໜ້າ​ທີ່​ໜ່ວຍສືບສວນ-ສອບ​ສວນ ​​ແຂວງ​ສະຫວັນ​ນະ​ເຂດ ລົງ​ພື້ນ​ທີ່​​ເພື່ອເກັບກຳ​ຂໍ້​ມູນຫລັກ​ຖານບາງ​ສ່ວນມາສືບ​ສວນ-ສອບ​ສວນຈຶ່ງ​ຮູ້​ວ່າ: ພະ​ອາຈານມະຫາ​ບົວ​ເງິນ ອາຍຸ 58 ປີ ​ເກີ​ດທີ່​ບ້ານ​ເວີນ ​ເມືອງ​ໄຊ​ບົວ​ລີ ​ແຂວງ​ສະຫວັນ​ນະ​ເຂດ ສະພາບ​ສົບ​ແມ່ນ​ຖືກ​ທຸບ​ຕີ​ທີ່​ຫົວ​ດ້ວຍ​ຂອງ​ແຂງຢ່າງ​ຮຸນ​ແຮງ ມີ​ຮອຍ​ປອດ​ຄໍ ພົບ​ມີດ​ປາຍ​ແຫລມ​ສຽບຄາ​ຢູ​ຄໍ​ຫອຍ ​ແລະ ມີ​ຮອຍ​ຖືກ​ມີດບາດ​ມື​ຫລາຍ​ຈຸດ ຄາດ​ວ່າ​ມີ​ການ​ຕໍ່ສູ້​ກ່ອນ​ຈະ​ເສຍ​ຊີວິດ, ​ທົ່ວ​ຕົນ​​ໂຕມີ​ຮ່ອງຮອຍ​ຖືກ​ທຳຮ້າຍ 17 ຈຸດ.

​ເຈົ້າ​ໜ້າ​ທີ່ກົມ​ຕຳຫລວດສືບສວນ​-ສອບ​ສວນ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ໃຫ້​ຮູ້​ຕື່ມວ່າ: ​ຜູ້​ກໍ່​ເຫດ​​ອາດແມ່ນ​ຄົນ​​ໃກ້​ຕົວ​ຂອງຜູ້​ກ່ຽວ ​ແລະ ​ເຈົ້າ​ໜ້າ​ທີ່​ໄດ້​ມຸ້ງ​ປະ​ເດັນ​ໄປ​ທີ່​ການ​ຄາດ​ຕະກຳ​ເພື່ອ​ຊີງ​ຊັບ.

ຂ່າວຈາກ ໜັງສືພິມລາວພັດທະນາ

ລພນ

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...