Homeວົງການສື່ມວນຊົນສື່​ມວນ​ຊົນ​ລາວ ​ຮຽນ​ຮູ້ການ​ນຳ​ໃຊ້ Social Media ​ຄົ້ນຫາ​ແຫ​ລ່ງຂ່າວ

ສື່​ມວນ​ຊົນ​ລາວ ​ຮຽນ​ຮູ້ການ​ນຳ​ໃຊ້ Social Media ​ຄົ້ນຫາ​ແຫ​ລ່ງຂ່າວ

Published on

P1120230
(ພາບ: ລາວພັດທະນາ)

ຂປລ. ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບສະມາຄົມ ນັກຂ່າວໜັງສືພິມ ແຫ່ງປະເທດໄທ ຈັດຊຸດຝຶກອົບຮົມ 2 ວັນ. ໃນຫົວຂໍ້ ການນຳໃຊ້ສື່​ສັງຄົມ​ອອນ​ລາຍ ໃນວຽກງານສື່ມວນຊົນ ລະຫວ່າງວັນທີ  12-13  ພະຈິກ 2015  ທີ່ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍມີທ່ານ ວິໄລທອງ ສີຊານົນ  ຫົວໜ້າສະຖາບັນສື່ມວນຊົນ,  ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ຊະນະຣົງ ລິ້ມປັດທະມະປານີ  ທີ່ປຶກສາສະມາຄົມ ຜູ້ຜະລິດສື່ອອນລາຍ ແລະ ທີ່ປຶກສາ ສະມາຄົມນັກຂ່າວໜັງສືພິມ  ແຫ່ງ ປະເທດໄທ ພ້ອມສຳມະນາກອນ.

ທ່ານ ວິໄລທອງ ສີຊານົນ  ໄດ້ກ່າວວ່າ: ປັດຈຸບັນ ການນຳໃຊ້ສື່​ສັງຄົມ​ອອນ​ລາຍແມ່ນມີຄວາມສຳຄັນຫລາຍ ໃນການເຜີຍແຜ່ຂໍ້ມູນຂ່າວສານ ​ເຊິ່ງເປັນ ທາງເລືອກໜຶ່ງ ໃນການກະຈາຍຂ່າວໄດ້ໄວ ແລະ ເປັນທີ່ນິຍົມໃນປະຈຸບັນ, ​ແຕ່​ແນ່ນອນ​ແຫ​ລ່ງຂໍ້​ມູນ​ ກໍ​ມີທັງດ້ານດີ ແລະ ດ້ານລົບ ສະ​ນັ້ນ ​ພວກ​ເຮົາ​ຕ້ອງ​ຮູ້​ເລືອກ​ເຟັ້ນ ​ເອົາ​ທີ່​​ເໝາະ​ສົມ ​ແລະ ຖືກຕ້ອງ​ສ່ອດຄ່ອງກັບ ​ແນວ​ທາງ​ນະ​ໂຍບາຍ​ຂອງ ​ພັກ-ລັດ.

ການ​ຝຶກ​ອົບຮົມ​ຄັ້ງ​ນີ້ ກໍ​ແມ່ນເພື່ອເປັນການ ຍົກລະດັບຄວາມຮັບຮູ້, ຄວາມສາມາດຄວາມ​ເຂົ້າ​ໃຈ ແລະ ທັກສະ​ໃຫ້​ແກ່ນັກຂ່າວ ຮູ້ນຳໃຊ້ສື່​ສັງຄົມ​ອອນ​ລາຍ ໃຫ້ມີປະສິດທິພາບ ແລະ ສອດຄ່ອງກັບວຽກງານສື່ມວນຊົນ. ນອກຈາກນັ້ນ ຍັງເປັນການພົບປະ ແລກປ່ຽນບົດຮຽນ ລະຫວ່າງ ນັກຂ່າວລາວ ແລະ ນັກຂ່າວໄທ ອີກດ້ວຍ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...