Homeປະເພນີ-ວັດທະນະທຳຮອງເຈົ້າຄອງເນັ້ນ! ບຸນພະທາດຫລວງປີນີ້ ເນັ້ນຮັກສາຮີດຄອງປະເພນີ!

ຮອງເຈົ້າຄອງເນັ້ນ! ບຸນພະທາດຫລວງປີນີ້ ເນັ້ນຮັກສາຮີດຄອງປະເພນີ!

Published on

 

76eccb1616329a5c26855e5c28649e6c

ພາຍຫຼັງ​ການ​ອອກ​ພັນ​ສາ​ປະ​ວໍລະນາ ກໍ່​ເລີ່ມ​ເຂົ້າ​ສູ່​ບຸນ​ນະມັດ​ສະການ​ພະ​ທາດຫຼວງ​ວຽງ​ຈັນ ອີກ​ວາລະ​ໜຶ່ງ ທີ່​ຊາວ​ນະຄອນຫຼວງ​ວຽງ​ຈັນ ກໍ່​ຄື​ຊາວ​ລາວ​ໃນທົ່ວ​ປະເທດຕັ້ງ​ຕາ​ລໍຄອຍ​ ເພາະງານ​ດັ່ງກ່າວ ​ຈະ​ໄດ້​ເຫັນ​ການ​ແຫ່ຜາສາດ​ເຜີ້ງ​ທີ່​ສວຍ​ງາມ ແລະ ວຽນທຽນ​ອ້ອມ​ພະທາດ ໃນ​ວັນເພັງ 15 ຄ່ຳ ເດືອນ 12 ຂອງ​ທຸກໆປີ.

ທ່ານ ສາຍທອງ ແກ້ວ​ດວງ​ດີ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ ປະທານ​ຄະນະ​ກຳມະການ​ຈັດ​ງານບຸນ​ນະມັດສະການ​ພະ​ທາດຫຼວງ ແລະ ງານ​ຕະຫຼາດນັດ ປະຈຳ​ປີ 2015 ຖະແຫຼງ​ຂ່າວ​ວັນ​ທີ 12 ພະຈິກ 2015 ວ່າ: ງານ​ບຸນ​ນະ​ມັດສະການ​ພະ​ທາດຫຼວງ​ປີ​ນີ້ ທີ່​ມີ​ກຳນົດ​ຈັດ​ວັນ​ທີ 20-25 ພະຈິກ 2015 ແມ່ນ​ຈະ​ຍັງ​ຮັກສາ​ຮູບແບບ​ຮີດຄອງ​ປະເພນີ​ທາງ​ສາ​ສະໜາ​ແບບ​ດັ້ງເດີມ​ຄື: ຈະ​ມີ​ການແຫ່​ຜາສາດ​ເຜີ້ງ​ຈາກ​ວັດ​ສີ​ເມືອງ ເພື່ອ​ໄປ​ຖວາຍ​ພະທາດ ແລະ ຮູບແບບ​ຂອງ​ຜາສາດ​ເຜີ້ງ ​ແມ່ນ​ຈະໃຫ້​ເປັນ​ຜາສາດ​ແທ້​ຮູບ​ແບບ​ຂອງເກົ່າ​ແກ່​ໃນ​ນະຄອນຫຼວງ​ວຽງ​ຈັນ (ຈະ​ບໍ່​ໃຫ້​ມີ​ຜາສາດ​ລັກສະນະ​ຮູບ​ນາກ​ຕ່າງໆ​ນາໆ) ນອກຈາກ​ນັ້ນ ກໍ່​ຈະ​ມີ​ການ​ຫຼິ້ນ​ກີລາ​ຕີຄີ ​ທີ່​ເປັນ​ກີລາ​ເອກະລັກ​ປະຈຳ​ຊາດ​ ທີ່​ຈັດ​ມາ​ແລ້ວ​ປະມານ 459 ປີ ຈາກ​ນັ້ນ ​ກໍ່​ຈະ​ມີ​ການ​ວຽນທຽນ ພາຍ​ໃນ​ງານ​ກໍ່​ຈະ​ມີ​ຊາວ​ຄ້າຂາຍທີ່​ເປັນ​ເອກະລັກ​ເຊັ່ນ: ເຂົ້າຫຼາມ ປິ້ງ​ໄກ່ ແລະ ງານ​ສະແດງ​ສິນຄ້າຕ່າງໆ​ຈາກ​ຫຼາຍ​ຕົວ​ເມືອງ​ໃນ​ນະຄອນ​ຫຼວງ ແລະ ຫຼາຍ​ແຂວງ​ໃນທົ່ວ​ປະເທດ​ ນຳ​ມາ​ວາງສະແດງ​ທີ່ເປັນ​ສີສັນ​ພາຍ​ໃນ​ງານ​ ໃຫ້​ຜູ້​ທີ່​ມາຮ່ວມ​ໃນ​ງານ​ສາມາດ​ຊົມ ແລະ ເລືອກ​ຊື້​ຕາມໃຈ ສ່ວນ​ສະຖານ​ທີ່​ວາງສະແດງ​ສິນຄ້າ​ຈະ​ມີ 2 ສູນ​ການ​ຄ້າ​ໃຫຍ່​ຄື: ສູນ​ການຄ້າ​ລາວ-ໄອ​ເຕັກ ແລະ ສູນ​ການຄ້າ​ທາດຫຼວງ​ສະ​ແຄຣ໌.

ປະທານ​ຄະນະ​ຈັດ​ງານ​ຍັງ​ໄດ້ຮຽກຮ້ອງ​ໃຫ້​ປະຊາຊົນ​ລາວ​ບັນດາ​ເຜົ່າ ລວມ​ທັງຮ້ານ​ຄ້າ​ຊາວຂາຍ​ທັງ​ພາກ​ລັດ ແລະ ເອກະ​ຊົນ ລວມ​ເຖິງ​ນັກ​ທ່ອງ​ທ່ຽວ​ທັງ​ພາຍໃນ ແລະ ຕ່າງປະເທດ​ ທີ່​ຈະ​ເດີນທາງ​ເຂົ້າ​ມາ​ຮ່ວມ​ໃນ​ງານ​ປີ​ນີ້​ ຈົ່ງພ້ອມ​ກັນ​ເອົາໃຈໃສ່​ຮັກສາ​ຮີດຄອງ​ປະເພນີ​ຂອງ​ຊາດ ການ​ນຸ່ງຖື ​ຄວາມ​ສະອາດ​ ຢ່າງ​ມີ​ສະຕິ​ ໃຫ້ສົມ​ກັບ​ຄຳ​ຂວັນ​ຂອງ​ນະຄອນຫຼວງ​ວາງ​ອອກ 6 ສ ໃຫ້​ປາກົດຜົນ​ເປັນ​ຈິງ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...