Homeຂ່າວຕ່າງປະເທດລະເບີດຂ້າຕົວຕາຍ 2 ລູກ ໃນເມືອງຫລວງເລບານອນ ເສຍຊີວິດ 41 ຄົນ ເຈັບກ່ວາ 200 ຄົນ!

ລະເບີດຂ້າຕົວຕາຍ 2 ລູກ ໃນເມືອງຫລວງເລບານອນ ເສຍຊີວິດ 41 ຄົນ ເຈັບກ່ວາ 200 ຄົນ!

Published on

EyWwB5WU57MYnKOuXoiOu3tGxSh927m01zqZTn7OwIpNBKJYEq1q9w

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 13 ພະຈິກນີ້ວ່າ ເກີດເຫດລະເບີດຂ້າຕົວຕາຍ 2 ລູກ ທາງພາກໃຕ້ຂອງ ນະຄອນຫລວງເບຣຸດ ເມືອງຫລວງປະເທດ ເລບານອນ ໃນຕອນຄ່ຳຂອງວັນພະຫັດທີ 12 ພະຈິກຜ່ານມາ ຕາມເວລາໃນທ້ອງຖິ່ນ ໂດຍການໂຈມຕີດັ່ງກ່າວ ເກີດຂຶ້ນຫ່າງກັນປະມານ 150 ແມັດ ໃນເວລາຫ່າງກັນ 5 ນາທີ ຊຶ່ງທ່ານ ວາເອນ ອາບູ ຟາອູ ລັດຖະມົນຕີວ່າການ ກະຊວງສາທາລະນະສຸກ ເລບານອນ ໄດ້ອອກມາລະບຸວ່າ ມີຜູ້ເສຍຊີວິດ ຈາກເຫດການດັ່ງກ່າວນີ້ 41 ຄົນ ແລະ ໄດ້ຮັບບາດເຈັບອີກ ຫລາຍກ່ວາ 200 ຄົນ.

ທັງນີ້ ໃນເບື້ອງຕົ້ນ ເຈົ້າໜ້າໜ້າທີ່ເລບານອນ ຍັງບໍ່ທັນຮູ້ວ່າ ມືລະເບີດຂ້າຕົວຕາຍດັ່ງກ່າວ ແມ່ນມາຈາກກຸ່ມໃດ ແລະ ຍັງບໍ່ທັນຮູ້ເຖິງ ແຮງຈູງໃຈ ໃນການກໍ່ເຫດ ແຕ່ຝ່າຍສະໜັບສະໜູນ ກຸ່ມຕິດອາວຸດລັດອິດສະລາມ ໄດ້ອອກມາໂພສຕ໌ຂໍ້ຄວາມ ຜ່ານສື່ສັງຄົມອອນລາຍວ່າ ກຸ່ມໄອເອັສ ເປັນຜູ້ຢູ່ເບື້ອງຫລັງ ຂອງການໂຈມຕີຄັ້ງນີ້.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...