Homeນານາສາລະນຳສະເໜີ ‘Startup’ ຢ່າງໃດ ໃຫ້ພິຊິດໃຈນັກລົງທຶນ?

ນຳສະເໜີ ‘Startup’ ຢ່າງໃດ ໃຫ້ພິຊິດໃຈນັກລົງທຶນ?

Published on

238H-625x417

ການ​ເປັນ Startup ນັ້ນ​ບໍ່​ງ່າຍ? ນອກ​ຈາກ​ຈະ​ມີ​ໂປ​ດັກ​ສຸດຍອດແລ້ວ ຍັງ​ຕ້ອງ​ຂາຍ​ຂອງ​ເປັນ ເພາະ​ລູກ​ຄ້າ​ຄົນທຳອິດ​ທີ່​ມີ​ສ່ວນ​ສຳຄັນ​ໃນ​ການ​ພັດທະນາ​ຕໍ່ຍ​ອດ Startup ໃຫ້​ປະ​ສົບ​ຄວາມ​ສຳ​ເລັດ​ກໍ​ຄື ‘ນັກ​ລົງ​ທຶນ’ ນັ້ນ​ເອງ ຊຶ່ງ​ເວລາ​ທີ່​ໃຊ້​ນຳ​ສະເໜີ​ຕໍ່​ຫລື ‘Pitching’ ກໍ​ບໍ່​ເອື້ອ​ໃຫ້​ໄດ້​ພຣີ​ເຊັນ​ທຸກ​ລາຍ​ລະອຽດ​ແບບ​ຄ່ອຍ​ເປັນ​ຄ່ອຍ​ໄປ​ ເພາະ​ມີ​ເວລາ​ພຽງ 3 ນາ​ທີ​ເທົ່າ​ນັ້ນ! ຜູ້​ນຳ​ສະເໜີ​ແຕ່​ລະ​ຄົນ​ຈຶ່ງ​ຕ້ອງ​ຝຶກ​ຝົນ​ສິນລະ​ປະ​ການ​ເວົ້າ​ແລະ​ກຽມ​ຄວາມ​ພ້ອມ​ເພື່ອ​ພິ​ຊິດ​ໃຈ​ເປົ້າ​ໝາຍ​ໃນ​ເວລາ​ອັນ​ແສນ​ສັ້ນ ສ່ວນ​ຕ້ອງ​ໃຊ້​ກົນ​ລະຍຸດ​ຫຍັງ​​ນັ້ນ ໄປ​ເບິ່ງ​ກັນ​ເລີຍ!

ບອກ​ຂໍ້​ມູນ​ສຳຄັນ​ໃຫ້​ຄົບ​ຈົບ​ໃນ​ສະ​ໄລດ໌

ເມື່ອ​ຢູ່​ຕໍ່​ໜ້າ​ນັກ​ລົງ​ທຶນ​ຕ້ອງ​ຕອບ​ຄຳ​ຖາມ​ເຫລົ່າ​ນີ້​ໃຫ້​ໄດ້ ເຊັ່ນ
​ ໂປ​ດັກ​ແກ້​ໄຂ​ບັນຫາ​ຫຍັງ?
​ ໃຜ​ຄື​ລູກ​ຄ້າ?
​ ມີ​ແຜນ​ທາງ​ກາ​ນຕະຫ​ລາດ​ຢ່າງໃດ?
​ ແຕກ​ຕ່າງ​ຈາກ​ຄູ່​ແຂ່ງ​ໃນ​ທ້ອງຕະຫລາດ​ຢ່າງໃດ?
​ ເຫັນ​ໂອ​ກາດ​ທາງ​ທຸລະກິດ​ຫລາຍ​ໜ້ອຍ​ຊ່ຳ​ໃດ?

ເພີ່ມ​ລູກ​ຫລິ້ນ​ນຳ​ສະເໜີ​ທີ່​ໜ້າ​ສົນ​ໃຈ

ນອກ​ຈາກ​ການ​ນຳ​ສະເໜີ​ຂໍ້​ມູນ​ຢ່າງ​ກົງ​ໄປ​ກົງ​ມາ ຫລື​ແຍກ​ເປັນ​ຫົວຂໍ້ ອາດ​ເພີ່ມ​ລູກ​ຫລິ້ນ​ໃຫ້​ການ​ນຳ​ສະເໜີ​ໜ້າ​ສົນ​ໃຈ​ຫລາຍ​ຂຶ້ນ ເຊັ່ນ ການ​ໃຊ້ ‘Mad Libs’ ຫລື​ການ​ຮ້ອຍ​ປະ​ໂຫຍກ​ເປັນ​ເລື່ອງ​ລາວ​ສັ້ນໆ ໂດຍ​ແຕ່​ລະ​ປະ​ໂຫຍກ​ໃຫ້​ເຕີມ​ຄຳ​ທີ່​ມີ​ໃຈ​ຄວາມ​ສຳຄັນ​ລົງ​ໄປ

madlibs_final

ໂຟ​ກັດ​ນັກ​ລົງ​ທຶນ​ທີ່​ເຂົ້າ​ກັບ​ໂປ​ດັກ

ນັກ​ລົງ​ທຶນ​ແລະ​ກອງ​ທຶນ​ຕ່າງໆ ມັກ​ມີ​ແນວ​ທາງ​ການ​ລົງ​ທຶນ​ທີ່​ແຕກ​ຕ່າງ​ກັນ ເຊັ່ນ ນັກ​ລົງ​ທຶນ​ບາງ​ລາຍ​ສົນ​ໃຈ​ໂປ​ດັກ​ປະ​ເພດ​ເກມ ບາງ​ເຈົ້າ​ສົນ​ໃຈ​ໂປ​ດັກ​ກ່ຽວກັບ​ເທກ​ໂນ​ໂລ​ຍີ ການ​ແພດ ແລະ​ ອາຫານ ຫລື​ອະ​ສັງ​ຫາ​ລິມາ​ຊັບ ການ​ເຂົ້າ​ຫາ​ນັກ​ລົງ​ທຶນ​ທີ່​ມີ​ແນວ​ໂນ້ມ​ສົນ​ໃຈ​ໂປ​ດັກ​ປະ​ເພດ​ດຽວ​ກັນ​ກັບ Startup ທີ່​ເຮັດ​ຢູ່ ຈະ​ເພີ່ມ​ໂອ​ກາດ​ໃນ​ການ
ປະ​ສົບ​ຄວາມ​ສຳ​ເລັດ​ຫລາຍ​ຂຶ້ນ

 

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...