Homeຂ່າວການສຶກສາຄະນະວິທະຍາສາດສັງຄົມ ມ.ຊ ຈະສ້າງຫລັກສູດ ປ.ໂທ ສາຂາປະຊາກອນ ແລະ ການພັດທະນາ

ຄະນະວິທະຍາສາດສັງຄົມ ມ.ຊ ຈະສ້າງຫລັກສູດ ປ.ໂທ ສາຂາປະຊາກອນ ແລະ ການພັດທະນາ

Published on

pasakon

ຂປລ. ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມ ຫາລືການສ້າງຫລັກສູດ ປະລິນຍາໂທວິທະຍາສາດສັງຄົມ ສາຂາປະຊາກອນ ແລະ ການພັດທະນາ ຂຶ້ນໃນວັນທີ 10 ພະຈິກ 2015 ນີ້ຢູ່ນະຄອນຫລວງວຽງຈັນ ເພື່ອລະດົມແນວຄິດ ແລະ ແລກປ່ຽນແນວຄວາມຄິດກ່ຽວກັບ ການສ້າງ ຫລັກສູດປະລິນຍາໂທດັ່ງກ່າວ, ໂດຍການຊ່ວຍເຫລືອດ້ານເຕັກນິກ ໃນຂະບວນການ ສ້າງຫລັກສູດປະລິນຍາໂທນີ້ ຈາກອົງການສະຫະປະຊາຊາດ ກອງທຶນ ສຳລັບປະຊາກອນ (UNFPA) ຖືເປັນການປະກອບສ່ວນສຳຄັນ ເຂົ້າໃນການພັດທະນາ ເສດຖະກິດ–ສັງຄົມ ແຫ່ງຊາດ.

ທ່ານສາດສະດາຈານ ດຣ.ຄຳມະນີ ສຸລິເດດ ຮອງຄະນະບໍດີ ຄະນະວິທະຍາສາດສັງຄົມ ກ່າວວ່າ: ຍ້ອນເຫັນໄດ້ຄວາມສຳຄັນ ແລະ ຄວາມຮຽກຮ້ອງ ຕ້ອງການຂອງສັງຄົມ ນັບມື້ຫລາຍຂຶ້ນ, ຜົນປະໂຫຍດ ແລະ ສິ່ງທ້າທາຍ ຂອງບັນຫາປະຊາກອນ, ການຄຸ້ມຄອງປະຊາກອນ ໃຫ້ສອດຄ່ອງກັບການ ຂະຫຍາຍຕົວຂອງ ເສດຖະກິດ–ສັງຄົມ ໃນປັດຈຸບັນ ມັນຈຶ່ງມີຄວາມຈຳເປັນ ທີ່ຈະຕ້ອງຂະຫຍາຍຫລັກສູດປະລິນຍາໂທຕື່ມອີກ ກໍຄືສາຂາວິຊາປະຊາກອນ ແລະ ການພັດທະນາ ຢູ່ທີ່ຄະນະວິທະຍາສາດສັງຄົມ – ມະຫາວິທະຍາໄລແຫ່ງຊາດ.

 

ແຫລ່ງຂ່າວ:

ຂປລ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...