Homeມູມໄອທີລາວການມາຂອງ iPad Pro ຈະເປັນການນັບຖອຍຫລັງ Notebook ແລະ PC

ການມາຂອງ iPad Pro ຈະເປັນການນັບຖອຍຫລັງ Notebook ແລະ PC

Published on

Capture

iPad Pro ກາຍ​ເປັນ​ໜຶ່ງ​ໃນ​ປະ​ເດັນ​ທີ່​ຜູ້​ຄົນ​ແວ​ດວົງ​ໄອ​ທີ​ໃຫ້​ຄວາມ​ສົນ​ໃຈ ຫລັງ​ການ​ເປີດ​ຕົວ​ວາງ​ຈຳ​ໜ່າຍ​ພ້ອມ​ກັບ Apple Pencil ແລະ Smart Keyboard ແລະ​ ຫລ້າ​ສຸດ Tim Cook ຊີ​ອີ​ໂອ Apple ກໍ​ໃຫ້​ໄດ້​ລຸ້ນ​ອີກ​ເທື່ອ​ດ້ວຍ​ການ​ອອກ​ມາ​ລະ​ບຸ​ວ່າ iPad Pro ຈະ​ເຂົ້າ​ມາ​ແທນ​ທີ່ notebook ແລະ pc ໃນ​ອະນາຄົດ​ອັນ​ໃກ້

ທັງ​ນີ້ Tim Cook ໄດ້​ໃຫ້​ສຳພາດ​ກັບ​ທາງ The Independent ສື່​ດັ່ງ​ຂອງ​ອັງ​ກິດ​ໂດຍ​ເປີດ​ເຜີຍ​ມຸມ​ມອງ​ຂອງ​ພວກເຂົາ​ໃນ​ຕົວ iPad Pro ວ່າ ແທັບ​ເລັດ 12.9 ນິ້ວ​ຕົວ​ຫລ້າ​ສຸດ​ນີ້​ຈະ​ເຂົ້າ​ມາ​ສົ່ງ​ຜົນ​ກະທົບ​ຕໍ່ຍ​ອດ​ຂາຍ PC ໃນ​ຕະ​ຫລາດ​ຢ່າງ​ບໍ່​ຕ້ອງ​ສົງ​ໄສ ແລະ​ ຜູ້​ໃຊ້​ງານ​ຈຳນວນ​ຫລວງຫລາຍ​ທີ່​ຈະ​ເລີ່ມ​ຫັນ​ມາໃຊ້ iPad Pro ແທນ notebook ຫລື​ຫາ​ຊື້ pc ປະກອບ​ຄື​ທີ່​ເຄີຍ​ເຮັດ​ກັນ​ມາ

“ຂ້ອຍຄິດວ່າ​ຈະ​ມີ​ຄົນ​ຫລວງຫລາຍ​ທີ່ເບີ່ງ iPad Pro ເປັນ​ຕົວ​ແທນ​ຂອງ notebook ຫລື pc ແລະ​ເມື່ອ​ເລີ່ມ​ໃຊ້​ງານ​ມັນ​ແລ້ວ​ພວກ​ເຂົາ​ຈະ​ບໍ່​ຄິດ​ຢາກ​ໄດ້​ຫຍັງ​ເພີ່ມ​ອີກ​ແລ້ວ ນອກ​ຈາ​ກສະມາດໂຟນ​ອີກ​ເຄື່ອງ” ນອກ​ຈາກ​ນີ້ Cook ຍັງ​ເສີມ​ວ່າ iPad Pro ມີ​ຮູບ​ແບບ​ການ​ໃຊ້​ງານ​ແລະ​ດີ​ໄຊນ໌​ທີ່​ດຶງ​ດູດ​ເຫລົ່າ​ບັນດາ​ສິນລະ​ປິນ​ແລະ​ຄີ​ເອ​ທີບ​ທີ່​ສົນ​ໃຈ​ຈະ​ຫັນ​ມາ​ໃຊ້​ງານ Apple Pencil ເຮັດວຽກ​ເບິ່ງ​ນຳ ແລະ​ຈະ​ເປັນ​ຈຸດ​ເລີ່ມ​ຕົ້ນ​ທີ່​ຜູ້​ໃຊ້​ຈະ​ພົບ​ວ່າ​ຕົນເອງ​ຕ້ອງ​ການ​ຫຍັງ​ໃນ​ແນວ​ທາງ​ໃໝ່​ທີ່​ຕ່າງ​ອອກ​ໄປ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...