spot_img
Homeຂ່າວພາຍ​ໃນ‎ວິກເຕີໂອຊິມເຮນ‬ ຈາກເດັກຂາຍເຄື່ອງຂ້າງຖະໜົນກ້າວມາເປັນນັກກິລາທີມຊາດ!!!

‎ວິກເຕີໂອຊິມເຮນ‬ ຈາກເດັກຂາຍເຄື່ອງຂ້າງຖະໜົນກ້າວມາເປັນນັກກິລາທີມຊາດ!!!

Published on

ໃນເກມການ ແຂ່ງຂັນເຕະບານເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 17 ປີ ຊີງແຊ້ມ ໂລກ 2015 ຮອບຊີງຊະນະ ເລີດ ລະຫວ່າງ ທີມຊາດມາລີ ກັບ ໄນຈີເຣຍ ເມື່ອວັນທີ 8 ພະຈິກ 2015 ຜ່ານມາ ຊື່ຂອງ ວິກເຕີ ໂອຊິມເຮນ (Victor Osimhen) ນັກເຕະກອງໜ້າຕົວເກັ່ງ ທີມຊາດໄນຈີເຣຍ ກາຍເປັນ ນັກເຕະປະຫວັດສາດຂອງໄນຈີເຣຍ ທັນທີ ພາຍຫຼັງທີ່ລາວຍິງ ເພີ່ມອີກ 1 ປະຕູໃນນັດຊີງຊະ ນະເລີດ ແຊງໜ້າ ຊິນາມາ ປົງ ໂກລ ແລະ ເລມານ ຄູລິບາ ຂຶ້ນເປັນນັກເຕະພຽງຄົນດຽວທີ່ຍິງໄດ້ເຖິງ 10 ປະຕູ ໃນລາຍການນີ້ ພ້ອມຄວ້າລາງວັນດາວຊັລໂວໄປຄອງ.
ຍ້ອນຫຼັງກັບໄປກ່ອນໜ້ານີ້ ເມື່ອເດືອນກຸມພາ 2015 ທີມຊາດໄນຈີເຣຍ ລົງຫຼິ້ນໃນລາຍການແອຟຣິກາ ເນເຊິລ ຮຸ່ນອາຍຸ 16 ປີ ຫຼື (ຢູ-16 ຊີງແຊ້ມ ແຫ່ງຊາດອາຟຣິກາ) ແລະ ຄວ້າໄດ້ພຽງອັນດັບ 4 ມາ ຄອງໄດ້ຢ່າງໜ້າຜິດຫວັງ ຈາກຜົນງານດັ່ງກ່າວພຽງຊ່ວຍໃຫ້ທີມຊາດ ໄນຈີເຣຍ ຜ່ານເຂົ້າເຖິງຮອບສຸດທ້າຍ ການແຂ່ງຂັນບານເຕະໂລກ ຢູ-17 ທີ່ປະເທດ ຊິລີ ເປັນເຈົ້າພາບທີ່ຫາກໍ່ ຈົບໄປ.
ແນວໃດກໍ່ຕາມ ຈາກຜົນງານທີ່ໜ້າຜິດຫວັງດັ່ງກ່າວ ໄນຈີເຣຍ ຍັງມີຄວາມຫວັງກັບ ໂອຊິມເຮນ ທີ່ຍິງໄດ້ 4 ປະຕູ ເປັນດາວຊັລໂວຂອງລາຍການ ດັ່ງກ່າວ ແລະ ສະແດງໃຫ້ເຫັນ ເຖິງພອນສະຫວັນທີ່ໂດດເດັ່ນ ເຖິງແມ່ນວ່າ ເພື່ອນຮ່ວມທີມຈະຫຼິ້ນໄດ້ບໍ່ຄ່ອຍດີປານໃດກໍ່ຕາມ.
ຈາກການລົງຫຼິ້ນໃນຮອບ ຄັດເລືອກລາຍການດັ່ງກ່າວ ມີນັກເຕະຕົວຫຼັກພຽງ 5 ຄົນ ທີ່ໄດ້ກັບມາເປັນຕົວຈິງໃນເກມນັດເປີດສະໜາມເວິລຄັບ ຢູ- 17 ຮອບແບ່ງກຸ່ມ, ກຸ່ມ A ທີ່ ພົບກັບສະຫະລັດອາເມຣິກາ ແນ່ນອນວ່າ ຂຸນພົນຕົວຫຼັກໃນ ການຍິງປະຕູຢ່າງ ໂອຊິມເຮນ ຄື ໜຶ່ງໃນຜູ້ເສັງຜ່ານ ດ້ວຍຮ່າງກາຍທີ່ແຂງແກ່ນ, ຄວາມມຸ່ງ ໝັ້ນໃນການຫຼິ້ນເປັນກອງໜ້າ ແລະ ການຫາໂອກາດໃນການ ຍິງປະຕູທີ່ໂດດເດັ່ນກວ່າໃຜໆ ເຮັດໃຫ້ ໂອຊິມເຮນ ຖືກຍົກໃຫ້ເປັນ ດິດິເຢ ດຣ໊ອກບາ ເຊິ່ງລາວຍອມຮັບເອງວ່າ ດຣ໊ອກບາ ຄືນັກເຕະຕົ້ນແບບ (ໄອດອລ) ຂອງລາວ.
“ດິດິເຢ ດຣ໊ອກບາ ຄືຕົ້ນແບບ ຂອງຂ້ອຍ ລາວເປັນຕົວແທນ ຂອງນັກເຕະ ແລະ ບຸກຄົນໃນ ແບບທີ່ຂ້ອຍຢາກເປັນ ຂ້ອຍ ຫວັງເປັນຢ່າງຍິ່ງວ່າ ຈະພັດທະ ນາຄວາມສາມາດທີ່ຈະໃຊ້ໜ່ວຍບານ ແລະ ຍິງປະຕູສຳຄັນໆ ໄປແບບດຽວກັບທີ່ລາວ ເປັນຕົ້ນແບບ, ເປັນຕຳນານ ແລະ ຂ້ອຍກໍ່ຫວັງວ່າຈະຫຼິ້ນໄດ້ດີຄືກັບລາວ ຫຼື ດີກວ່ານັ້ນ” ໂອຊິມເຮນ ກ່າວ.
ກອງໜ້າຮູບຮ່າງສູງມີຄວາມ ຄ່ອງຕົວສູງ, ມີທັກສະໃນການ ແລ່ນຫາຕຳແໜ່ງໄດ້ຢ່າງຖືກຕ້ອງ ລວມເຖິງຄວາມສາມາດໃນການຍິງປະຕູທີ່ຫຼາກຫຼາຍ ເຮັດໃຫ້ລາວກາຍເປັນນັກເຕະທີ່ກອງຫຼັງທຸກຄົນຕ້ອງເຈັບຫົວໃນການຮັບມື.
ຕັ້ງແຕ່ຈຸດໂທດ ເຖິງລູກກາງອາກາດ, ຈາກປະຕູໃນການມ້ວນຕົວຍິງສູ່ການປັ່ນໂຄ້ງແບບສະຫງ່າງາມ ສັກກະຍະພາບຂອງ ໂອຊິມເຮນ ຄືກັບວ່າຈະບໍ່ມີຈຸດສິ້ນສຸດດາວຍິງອະນາຄົດໄກຄົນນີ້ຍິງປະຕູໄດ້ທຸກເກມທີ່ລົງສະໜາມໃນ ເວິລຄັບ ຢູ-17 ທີ່ຊິລີ ຕັ້ງແຕ່ນັດເປີດສະໜາມຈົນຮອດນັດຊີງຊະນະເລີດ ແລະ ບໍ່ແມ່ນເລື່ອງທີ່ໜ້າແປກໃຈ ຖ້າຫາກສະໂມສອນດັງໆໃນເອີຣົບຢ່າງ ເປແອັສເຊ, ລິເວີພູ, ເຊລຊີ, ຢູເວັນຕຸສ, ອິນເຕີ ມິລານ ລວມເຖິງ ບາເຢິນ ມິວນິກ ຕ່າງກໍ່ຈັບຕານັກເຕະຄົນດຽວກັນ.
ດ້ວຍການເປັນລູກຄົນສຸດທ້ອງ ຫຼື ລູກຊາຍຫຼ້າ ຈາກອ້າຍເອື້ອຍນ້ອງທັງ 6 ຄົນ, ກອງໜ້າ 16 ປີ ໄດ້ເປີດເຜີຍຊີວິດຈິງຂອງຕົນເອງຕໍ່ ເວັບໄຊທ໌ທາງການຂອງສະຫະພັນບານເຕະແຫ່ງທະວີບອາຟຣິກາ (CAF) ວ່າ ຕອນຍັງເປັນເດັກນ້ອຍຕົນເອງເຄີຍເປັນຄົນຂາຍເຄື່ອງຢູ່ຕາມຂ້າງຖະໜົນເພື່ອຫາເງິນແບ່ງເບົາພາລະຄອບຄົວ ກ່ອນຈະຄົ້ນພົບກິລາບານເຕະສະໄໝຮຽນຢູ່ມ ຕົ້ນ.
ໃນໂລກແຫ່ງຄວາມເປັນຈິງ ອາຊີບດັ່ງກ່າວ ເປັນສິ່ງໜັກໜາສາຫັດ ແລະ ສ່ຽງໄພກວ່າທີ່ຫຼາຍໆຄົນຈິນຕະນາການເອົາໄວ້ ນອກຈາກອັນຕະລາຍຈາກການຈະລາຈອນທີ່ວຸ້ນວາຍສັບສົນແລ້ວ ຫຼາຍຄັ້ງທີ່ ໂອຊິມເຮນ ຕ້ອງແລ່ນສຸດກຳລັງໄລ່ຕາມລົດຄວາມໄວສູງເພື່ອຮັບເງິນຈາກສິນຄ້າທີ່ລາວຂາຍໄປ ໂຊກຮ້າຍໄປກວ່ານັ້ນຍັງຕ້ອງປະເຊີນອັນຕະລາຍກັບກຸ່ມດຶງກະເປົາ ແລະ ກຸ່ມຄົນທ້ອງຖິ່ນທີ່ເອົາລັດເອົາ ປຽບ.
ສະນັ້ນ ໂອຊິມເຮນ ຈໍາເປັນຕ້ອງຮຽນຮູ້ທີ່ຈະຢືນຢູ່ດ້ວຍລໍາແຄ່ງຂອງຕົນເອງ ແລະ ຕື່ນຕົວຈາກສິ່ງອ້ອມຂ້າງ ເຊິ່ງເປັນຄຸນສົມບັດທີ່ຊ່ວຍໃຫ້ລາວສາມາດຮັບມືກັບກອງຫຼັງທີ່ແຂງແກ່ນໄດ້ດີຍິ່ງຂຶ້ນ.
ຢ່າງໃດກໍ່ຕາມ ເຖິງແມ່ນຜົນງານຂອງລາວຈະໄດ້ຮັບການຍອມຮັບຢ່າງຫຼວງຫຼາຍຈາກສື່ ຫຼາຍສຳນັກ ແຕ່ໂອຊິມເຮນ ກໍ່ຍັງຄົງຖ່ອມຕົວກັບຄວາມສຳເລັດດັ່ງກ່າວ “ເປົ້າໝາຍຫຼັກ ຂອງຂ້ອຍບໍ່ແມ່ນການເປັນດາວຊັລໂວ ໃນຟິຟາ ເວິລຄັບ ຢູ-17 ເພາະຕອນທີ່ ໄນຈີເຣຍ ຄວ້າແຊ້ມເມື່ອປີ 2013 ດາວຊັລໂວ ກໍ່ບໍ່ແມ່ນມາຈາກ ໄນຈີເຣຍ ໂອຊິມເຮນ” ກ່າວ.
11227949_1682237865322720_4618199059360006978_n

ຂ່າວ ແລະ ພາບຈາກ : ໜັງສືພິມສຶກສາ-ກິລາ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...