Homeຂ່າວຕ່າງປະເທດສະຫຼອງໃຫຍ່!! ຊູຈີ ຊະນະການເລືອກຕັ້ງ ໃນມຽນມາ

ສະຫຼອງໃຫຍ່!! ຊູຈີ ຊະນະການເລືອກຕັ້ງ ໃນມຽນມາ

Published on

498192e09

ມື້ນີ້ ວັນທີ 11 ພະຈິກ 2015 ຄະນະກຳມະການການເລືອກຕັ້ງ ຂອງມຽນມາຖະແຫຼງວ່າ ຜົນຈາກການເລືອກຕັ້ງເຂົ້າລັດຖະສະພາ 333 ຕຳແໜ່ງ ເມື່ອວັນອາທິດທີ່ຜ່ານມານັ້ນ ປະກາດຜົນຢ່າງເປັນທາງການ ເປັນທີ່ຮຽບຮ້ອຍແລ້ວ.

ໂດຍຜູ້ແທນທັງໝົດ 333 ຕຳແໜ່ງນັ້ນ ໄດ້ຮັບການເລືອກເຂົ້າສະພາຜູ້ແທນ ລາດສະດອນ (ສະພາຕ່ຳ) 88 ບ່ອນນັ່ງ, ລັດຖະສະພາ (ສະພາສູງ) ອີກ 33 ບ່ອນນັ່ງ ແລະສະພາທອງຖິ່ນອີກ 212 ຕຳແໜ່ງ.

ຈົນເຖິງຕອນນີ້ ພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ (NLD) ທີ່ມີນາງອອງຊານ ຊູຈີ ເປັນຫົວໜ້າພັກນັ້ນ ໄດ້ຮັບເລືອກເຂົ້າສະພາທັງໝົດ 291 ບ່ອນນັ່ງ ແບ່ງເປັນ 78 ຕຳແໜ່ງ ໃນສະພາຜູ້ແທນລາດສະດອນ 29 ຕຳແໜ່ງໃນລັດຖະສະພາ ແລະ 184 ຕຳແໜ່ງ ໃນສະພາທ້ອງຖິ່ນ.

ພໍແຕ່ຮູ້ຂ່າວວ່າ ພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ຂອງນາງ ອອງຊານ ຊູຈີ ເປັນຝ່າຍຊະນະການເລືອກຕັ້ງ ປະຊາຊົນທີ່ສະໜັບສະໜຸນ ໂດຍສ່ວນຫຼາຍຈະເປັນນັກຮຽນຮູ້ ແລະປັນຍາຊົນ ໄດ້ລົງສູ່ຖະໜົນໂບກທຸງ ສະເຫຼີມສະຫຼອງຜົນການຊະນະ ການເລືອກຕັ້ງດັ່ງກ່າວ.

13332833731333283562l

Image

Image (1)

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...