Homeວິທະຍາສາດ-ວິທະຍາການໜູທີ່ມີອາຍຸຫຼາຍດື່ມແຊມເປນ 3 ເທື່ອຕໍ່ອາທິດ ຊ່ວຍນຳທາງໄດ້ດີຂຶ້ນ

ໜູທີ່ມີອາຍຸຫຼາຍດື່ມແຊມເປນ 3 ເທື່ອຕໍ່ອາທິດ ຊ່ວຍນຳທາງໄດ້ດີຂຶ້ນ

Published on

30329e8e158203a2be4fde54eb87b69a

ງານ​ວິ​ໄຈ​ໃໝ່ ສະແດງ​ໃຫ້​ເຫັນ​ວ່າ ກົດ​ຟີ​ນໍ​ລິກ (phenolic acids) ຊຶ່ງ​ມີ​ຢູ່ໃນ​ແຊມ​ເປນ​ນັ້ນ​ອາດຈະ​ເປັນ​ປະໂຫຍດ​ຕໍ່​ຄວາມ​ເສື່ອມ​ຂອງ​ລະບົບ​ປະສາດ​ຊຶ່ງ​ມີ​ສາ​ເຫດ​ມາ​ຈາກ​ອາ​ຍຸ​ທີ່​ເພີ່ມ​ຂຶ້ນ

ນັກ​ວິ​ໄຈ​ເຮັດ​ການສຶກສາ ໂດຍ​ໃຫ້​ໜູ​ທີ່​ມີ​ອາ​ຍຸ​ຫລາຍ​ດື່ມ​ແຊມ​ເປນ​ເປັນ​ເວລາ 6 ອາທິດ ໃນ​ຂະນະ​ທີ່​ກຸ່ມ​ທົດລອງ​ໄດ້ຮັບ​ພຽງ​ອາຫານ​ເສີມ​ທີ່​ມີ​ແອນ​ກໍຮໍ ຜົນ​ປາກົດ​ວ່າ ໜູ​ທີ່​ໄດ້ຮັບ​ແຊມ​ເປນ​ສະແດງ​ໃຫ້​ເຫັນ​ເຖິງ​ການ​ພັດທະນາ​ຄວາມ​ຈຳ​ລະ​ດັບ​ໃຊ້​ງານ​ເຊີງ​ພື້ນ​ທີ່ (spatial working memory) ເມື່ອ​ທຽບ​ກັບ​ໜູ​ໃນ​ກຸ່ມ​ຄວບ​ຄຸມ

ຜົນ​ທີ່ເກີດຂື້ນ​ນີ້​ມີ​ການ​ເຊື່ອມ​ໂຍງ​ເຖິງ​ສະແດງ​ອອກ​ຂອງ​ກົດ​ຟີ​ນໍ​ລິກ ຊຶ່ງ​ເປັນ​ສານ​ຕ້າ​ອາ​ນຸ​ມູນ​ອິດສະຫລະ​ທີ່​ຊ່ວຍ​ຄຸ້ມກັນ​ສິ່ງ​ມີ​ຊີວິດ​ຈາກ​ພາ​ວະ​ອັອກ​ຊິ​ເດ​ຊັນ​ທີ່​ຫລາຍ​ເກີນ​ໄປ (oxidative stress) ນຳ​ມາ​ຊຶ່ງ​ຄວາມ​ເສຍ​ຫາຍ​ແກ່​ເຊລ໌​ໄດ້

ການສຶກສາ​ສ່ວນ​ໃຫຍ່​ມັກ​ລາຍ​ງານ​ວ່າ “ດື່ມ​ແຊມ​ເປນ​ສາມາດ​ປ້ອງ​ກັນ​ພະຍາດ​ອັນ​ໄຊ​ເມີ​ໄດ້” ແຕ່​ນັ້ນ​ກໍ​ເບິ່ງ​ຈະ​ເປັນ​ການ​ສະຫລຸບ​ທີ່​ຜິດ​ຫລັກ​ເກີນ​ໄປ​

ຜູ້​ອ່ານ​ງານ​ວິ​ໄຈ​ບໍ່​ຄວນ​ຈິ​ນຕະ​ນາ​ການ​ວ່າ “ແຊມ​ເປນ​ເປັນ​ຢາ​ອາ​ຍຸ​ຍືນ​ທີ່​ດີ​ຕໍ່​ສຸກຂະພາບ” ເພາະ​ກົດ​ຟີ​ນໍ​ລິກ ສາມາດ​ພົບ​ໄດ້​ໃນ​ກາ​ເຟ, ຊາ, ອະງຸ່ນ, ບຣູ​ເບີ​ລີ່, ກີ​ວີ, ລູກ​ພຳ, ເຊີ​ລີ່, ຫມາກໄມ້​ທີ່​ມີ​ລົດ​ສົ້ມ, ໄວນ໌​ແດງ, ເຂົ້າ​ໂພດ, ແລະ​ ພືດ​ອື່ນ ໆ ອີກ​ຫລວງຫລາຍ ທັງ​ກົດ​ຟີ​ນອນ​ນີ້​ຍັງ​ພົບ​ໄດ້​ໃນ​ຍ່ຽວ​ຂອງ​ມະນຸດ​ອີກ​ດ້ວຍ

ຈາກ​ການ​ກວດ​ສອບ​ພົບ​ວ່າ ກົດ​ຟີ​ນອນ​ສົ່ງ​ຜົນ​ໂດຍ​ກົງ​ຕໍ່​ຮິບ​ໂປ​ແຄມ​ປັດ (Hippocampus)ຊຶ່ງ​ເປັນ​ສ່ວນຫນຶ່ງ​ຂອງ​ສະຫມອງ​ທີ່​ເຊື່ອມ​ໂຍງ​ກັບ​ການສ້າງ​ຄວາມ​ຈື່​ຈຳ​ໃໝ່ ເຖິງແມ່ນວ່າ​ຜົນ​ທີ່​ໄດ້​ນີ້​ຈະ​ເປັນ​ຄວາມ​ຮູ້​ທີ່​ສຳຄັນ ແຕ່​ສານ​ດຽວ​ກັນ​ນີ້​ອາດ​ບໍ່​ໄດ້​ຜົນ​ໃນ​ຄົນ​ເຊັ່ນ​ດຽວ​ກັນ​ກັບ​ທີ່​ພວກເຂົາ​ເຮັດ​ໃນ​ໜູ

ດຣ.David Vauzour ໜຶ່ງ​ໃນ​ນັກ​ວິ​ໄຈ​ຂອງ​ການສຶກສາ​ນີ້​ກ່າວ​ວ່າ “ໃນ​ອະນາຄົດ​ອັນ​ໃກ້​ເຮົາ​ອາດຈະ​ເບີ່ງ​ໄປ​ເຖິງ​ການເຮັດ​ວິ​ໄຈ​ນີ້​ໃນ​ມະນຸດ ຫາກ​ສຳ​ເລັດ​ເຮົາ​ອາດຈະ​ໄດ້​ອາຫານ​ຈຳ​ພວກ​ທີ່​ມີ​ໂພ​ລິ​ຟີ​ນອນ​ເພີ່ມ​ຫລາຍ​ຂຶ້ນ ແລະ​ເຮົາ​ຄາດ​ການ​ວ່າ​ຜົນ​ລັບ​ທີ່​ຄ້າຍ​ກັນ​ກັບ​ການບໍ​ລິ​ໂພກ​ແຊມ​ເປນ​ນີ້​ຈະ​ເປັນ​ຄວາມ​ຮູ້​ຄວາມ​ເຂົ້າໃຈ​ໃນ​ມະນຸດ​ຕໍ່ໄປ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...