spot_img
Homeຄວາມງາມເກີບແພງ ວິທີຮັກສາເກີບ ແສນຮັກໃຫ້ຄຸ້ມກັບທີ່ເສຍເງີນໄປ

ເກີບແພງ ວິທີຮັກສາເກີບ ແສນຮັກໃຫ້ຄຸ້ມກັບທີ່ເສຍເງີນໄປ

Published on

3-ways-to-make-your-expensive-shoes-last-longer-0-600x300
ເຄີຍເກັບເງີນຫຼາຍແລະໄປຊື້ເກີບແພງໆໃສ່ກັນບໍ່? ມື້ນີ້ເຮົາມີວິທີດີໆ ທີ່ຄົົນທີ່ມີເງີນຊື້ເກີບແພງໆຄືທ່ານ ຄວນມີວິທີເຫລົ່ານີ້ເກັບໄວ້ ເພື່ອບໍ່ໃຫ້ເກີບສຸດຮັກຂອງທ່ານ ເພໄດ້ງ່າຍໆມາຝາກ ຮັບຮອງວ່າງານນີ້ເກີບແພງໆຂອງທ່ານ ຫລືຈະຮຸ້ນລິມິເຕັດ ຈະຢູ່ກັບທ່ານ ຄືກັບຄູ່ຫູສຸດຮັກຂອງທ່ານເລີຍ ງານນີ້ຈະໄປໃສກໍ່ຊະນະເລີດ
1. ໃສ່ແນວຮອງສົ້ນ ແລະ ພື້ນດີໆ ໄປຫາຮ້ານແປງເກີບເລີຍ ບອກເຂົາວ່າ ຂໍພື້ນເກີບທີ່ຊ່ວຍຊັບພອດເກີບ ສີຫຍັງກໍ່ໄດ້ທີ່ຄິດວ່າແມດກັບສີເກີບທ່ານທີ່ສຸດ ອາດຈະໃຊ້ເວລາໜ່ອຍໜຶ່ງ ແຕ່ບອກເລີຍວ່າຊ່ວຍຮັກສາພື້ນເກີບທີ່ອາດຈະຖືກຂີດໄດ້ງ່າຍ ແລະອີກຢ່າງຄື Heel Caps ສາວໆອາດຈະບໍ່ຄ່ອຍເຫັນ ແຕ່ນີ້ສາມາດຊ່ວຍຮັກສາສົ້ນສວຍງາມ ຫລື ສົ້ນເຂັມໄດ້ດີສຸດໆ ແນະນຳໃຫ້ໄປຫາມາໃສ່ເກີບຂອງສາວໆ
2. ເກີບໜັງ ຕ້ອງການການເບິ່ງແຍງສຸດໆ ສາວໆເຄີຍໄດ້ຍິນຄຳວ່າ Leather Conditioning ບໍ່ ເຖິງເວລາທີ່ຄວນຈະຮູ້ຈັກຄຳນີ້ໄດ້ແລ້ວ ການໃຫ້ຄວາມຊຸ່ມກັບເກີບໜັງ ເປັນສິ່ງທີ່ ”ສຸດຈະສຳຄັນ” ເພາະມັນຈະເຮັດໃຫ້ ໜັງຂອງເກີບນັ້ນອ່ອນຕົວແລະອ່ອນນຸ່ມຫລາຍຂຶ້ນ ທີ່ສຳຄັນຫລຸດການລະຄາຍເຄືອງ (ເຄີຍເປັນບໍ່ ສາວໆທີ່ມັກໜັງຄົງຈະຮູ້ດີ ) ວິທີງ່າຍໆກໍ່ຄື ໃຊ້ແປງອ່ອນນຸ່ມຄັດເກີບຂອງທ່ານ ແລະໃຊ້ຄີມຄອນດິຊັ່ນເນີເທິງເກີບເລີຍ ໄລຍະໜື່ງກໍ່ເຊັດອອກ ໜັງຈະຊືມຄວາມຊຸ່ມເຫລົ່ານັ້ນລົງໄປ ແມ່ນຈະເສຍເງີນພຽງເລັກນ້ອຍ ແຕ່ບອກເລີຍວ່າຄຸ້ມກວ່າບໍ່ເຮັດຫຍັງເລີຍ
3. ເກັບໃຫ້ດີ ເກັບໃຫ້ເໝາະສົມ ເກັບໃຫ້ຄຸ້ມກັບທີ່ເສຍເງີນໄປ ຮູ້ບໍ່ວ່າເກັບເກີບທີ່ດີຕ້ອງເກັບແນວໃດ “ໃນກ່ອງ” ເພື່ອເປັນການປ້ອງກັນເຊື້ອພະຍາດ ແລະເມື່ອມີເວລາ ຢ່າລືມເອົາມາຕາກລົມຕາກອາກາດ ຫ້າມເກັບໃນບ່ອນອັບເດັດຂາດ ເກີບແພງ ຕີນເໝັນ ແລະອີກຢ່າງ ກໍ່ຫ້າມໄປຕາກແດດເດັດຂາດ ເພາະເກີບງາມໆຂອງທ່ານຈະຊີດແນ່ນອນ
ວິທີງ່າຍໆເທົ່ານີ້ ບອກເລີຍວ່າ ບໍ່ມີຫຍັງຍາກ ຖ້າທ່ານມີເງີນຊື້ເກີບ ແຕ່ວິທີເກັບຄົງບໍ່ຍາກເກີນໄປສຳລັບສາວໆ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...