Homeຂ່າວພາຍ​ໃນເອົາໃບຕາດິນໄປຈຳນຳຢາບ້າເກືອບ 2.000 ເມັດ

ເອົາໃບຕາດິນໄປຈຳນຳຢາບ້າເກືອບ 2.000 ເມັດ

Published on

images (13)

ເຈົ້າ​ໜ້າທີ່​ຕຳຫຼວດ​ກອງ​ສະກັດ​ກັ້ນ ແລະ ປາບ​ປາມ​ຢາ​ເສບ​ຕິດ​ເມືອງ​ປາກ​ງື່ມ ນະຄອນຫຼວງ​ວຽງ​ຈັນ ໄດ້​ສົມທົບ​ກັບ ​ປກສ ກຸ່ມ​ບ້ານ ວາງ​ແຜນ​ກັກ​ຕົວ​ເປົ້າ​ໝາຍ​ທີ່​ເຄື່ອນ​ໄຫວ​ຄ້າຂາຍ​ຢາ​ເສບ​ຕິດ ຜ່ານ​ການ​ຕິດຕາມ​ມາ​ຮອດ​ວັນ​ທີ 29 ສິງຫາ 2013 ເວລາ 16 ໂມງ ຈິ່ງ​ສາມາດ​ກັກ​ຕົວ​ທ້າວ ບຸນ​ສີ ອາຍຸ 50 ປີ ປະຊາຊົນ​ຢູ່​ບ້ານ​ຫາດ​ວຽງ​ຄຳ ເມືອງ​ປາກ​ງື່ມ ພ້ອມ​ຂອງ​ກາງ​ຢາ​ເສບ​ຕິດ​ຢາ​ບ້າ​ຈຳນວນ 1.979 ເມັດ ແລະ ກັນຊາ​ແຫ້ງ​ຈຳນວນ 3 ແທ່ງ ສົ່ງ​ໃຫ້​ກອງ​ຄະດີ​ເມືອງ ເພື່ອ​ສອບ​ສວນ​ຂະຫຍາຍ​ຜົນ ແລະ ດຳເນີນ​ຄະດີ​ຕາມ​ລະບຽບ​ກົດໝາຍ.

ເຈົ້າ​ໜ້າທີ່​ສືບສວນ-ສອບ​ສວນ​ຄະດີ​ເມືອງ​ປາກ​ງື່ມ ໃຫ້​ຮູ້​ວ່າ: ທ້າວ ບຸນ​ສີ ໄດ້​ມີ​ການເຄື່ອນໄຫວ​ຊື້​ຂາຍ​ຢາ​ບ້າ ເຊິ່ງ​ຢາ​ບ້າ​ຈຳນວນ 1.979 ເມັດ ແມ່ນ​ເປັນ​ຂອງ​ຜູ້ກ່ຽວ​ແທ້ ໂດຍ​ສັ່ງ​ຊື້​ນຳ​ທ້າວ ຄຳ​ຜາຍ ອາຍຸ 55 ປີ ຢູ່​ບ້ານ​ດອນ​ໜູນ ເມືອງ​ໄຊ​ທານີ ໃນ​ວັນ​ທີ 28 ສິງຫາ 2013 ໃນ​ລາຄາ 70.000 ບາດ ແຕ່​ທ້າວ ບຸນ​ສີ ບໍ່​ມີ​ເງິນ​ຈ່າຍ ຈິ່ງ​ນຳ​ເອົາ​ໃບ​ຕາດິນ​ຂອງ​ຜູ້ກ່ຽວ ໄປ​ຈຳນຳ​ເອົາ​ຢາ​ບ້າ​ຈຳນວນ​ດັ່ງກ່າວ ໂດຍ​ຕົກລົງ​ກັນ​ວ່າ: ພາຍຫຼັງ​ທີ່​ໄດ້​ຂາຍ​ຢາ​ບ້າ​ໝົດ​ແລ້ວ ຈະ​ເອົາ​ເງິນ​ມາ​ໄຖ່​ເອົາ​ຄືນ ສ່ວນ​ກັນຊາ​ຈຳນວນ 3 ແທ່ງ ແມ່ນ​ຊື້​ມາ​ນຳ​ຂາ​ປະຈຳ​ຢູ່​ບ້ານ​ຫາດ​ວຽງ​ຄຳ ເມືອງ​ໄຊ​ທານີ ໃນ​ລາຄາ 2.400 ບາດ.

ອີງ​ຕາມ​ແຫຼ່ງ​ຂ່າວ​ໜັງສືພິມ​ຄວາມ​ສະຫງົບ ໃຫ້​ຮູ້​ວ່າ: ມາ​ຮອດ​ວັນ​ທີ 29 ສິງຫາ 2013 ທ້າວ ບຸນ​ສີ ຈິ່ງ​ໄດ້​ເອົາ​ຢາ​ບ້າ ແລະ ກັນຊາ​ແຫ້ງ​ຈຳນວນ​ດັ່ງກ່າວ ໃສ່​ຖົງ​ເປ້​ສີດຳ ແລ້ວ​ຂັບ​ຂີ່​ລົດຈັກ​ໂຄ​ລາວ​ບໍ່​ມີ​ປ້າຍ ເຊິ່ງ​ເປັນ​ລົດ​ຂອງ​ຜູ້ກ່ຽວ​ເອງ ເພື່ອ​ຈະ​ເອົາ​ໄປ​ສົ່ງ​ໃຫ້​ໄວ​ລຸ້ນ​ຢູ່​ບ້ານ​ໂນນ​ຊາຍ ເມືອງ​ປາກ​ງື່ມ ພໍ​ຂີ່​ລົດຈັກ​ໄປ​ຮອດ​ລະຫວ່າງ​ບ້ານ​ໂນນ​ສູງ​ຫາ​ບ້ານ​ໝາກ​ນາວ ຈິ່ງ​ພົບ​ເຫັນ​ເຈົ້າ​ໜ້າທີ່​ຕຳຫຼວດ ຈາກ​ນັ້ນ ທ້າວ​ບຸນ​ສີ ຈິ່ງ​ປະ​ຖິ້ມ​ຖົງ​ຢາ ແລະ ລົດຈັກ​ແລ່ນ​ໜີ​ເຂົ້າ​ປ່າ ເຈົ້າ​ໜ້າທີ່​ໄດ້​ນຳ​ກຳລັງ ​ປກສ ກຸ່ມ 2 ກຸ່ມ 3 ກຸ່ມ 4 ແລະ ກຸ່ມ 5 ປິດ​ລ້ອມ​ປ່າ ແລະ ຊອກ​ຫາ ຈິ່ງ​ສາມາດ​ຈັບ​ຕົວ​ໄດ້​ພ້ອມ​ຂອງ​ກາງ ແລ້ວ​ນຳ​ຕົວ​ສົ່ງ​ໃຫ້​ກອງ​ຄະດີ​ເມືອງ​ດຳເນີນ​ຄະດີ.

ຜ່ານ​ການ​ສອບ​ສວນ​ຂະຫຍາຍ​ຜົນ​ໃນ​ມື້ຕໍ່ມາ ເຈົ້າ​ໜ້າທີ່​ຈິ່ງ​ວາງ​ແຜນ​ຈັບ​ຕົວ​ເຄືອ​ຂ່າຍ​ທີ່​ທ້າວ ບຸນ​ສີ ໄດ້​ຊັດ​ທອດ​ຫາ​ຄື: ທ້າວ ຄຳ​ຜາຍ ຮອດ​ເວລາ 10:00 ໂມງ​ຂອງ​ວັນ​ດຽວ​ກັນ ກໍ​ສາມາດ​ຈັບ​ກຸມ​ທ້າວ ຄຳ​ຜາຍ ໄດ້​ແຕ່​ບໍ່​ພົບ​ເຫັນ​ຂອງ​ກາງ ຈາກ​ນັ້ນ ເຈົ້າ​ໜ້າທີ່​ຈິ່ງ​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ບ້ານ​ດອນ​ໜູນ ເພື່ອ​ເຂົ້າ​ກວດ​ຄົ້ນ​ເຮືອນ​ຂອງ​ຜູ້ກ່ຽວ ຜ່ານ​ການ​ກວດ​ຄົ້ນ ຈິ່ງ​ພົບ​ເຫັນ​ຢາ​ບ້າ​ທີ່​ຊຸກເຊື່ອງ​ໄວ້​ໃນ​ຫ້ອງ​ນອນ​ຈຳນວນ 5 ຖົງ ກັບ 9 ເມັດ ລວມ​ມີ​ຢາ​ບ້າ​ທັງ​ໝົດ 1.009 ເມັດ ຜ່ານ​ການ​ສອບ​ສວນ​ຜູ້ກ່ຽວ​ຮັບ​ສາລະພາບ​ວ່າ: ຜູ້ກ່ຽວ​ເອົາ​ຢາ​ບ້າ​ຈຳນວນ​ດັ່ງກ່າວ ກຽມ​ໄປ​ສົ່ງ​ໃຫ້​ທ້າວ ບຸນ​ສີ ເພາະ​ທ້າວ ບຸນ​ສີ ໄດ້​ໂທ​ສັ່ງ​ກ່ອນ​ໜ້າ​ນີ້ ເຊິ່ງ​ທ້າວ ຄຳ​ຜາຍ ໄດ້​ໂທ​ສັ່ງ​ຢາ​ບ້າ​ຈຳນວນ​ດັ່ງກ່າວ​ນຳ​ຂາ​ປະຈຳ ຢູ່​ບ້ານ​ດົງ​ຊຽງ​ດີ ເມືອງ​ໄຊ​ທານີ ຈຳນວນ 15 ຖົງ ໃນ​ລາຄາ 8.300 ບາດ ເພື່ອ​ຈະ​ເອົາ​ໄປ​ສົ່ງ​ຂາຍ​ຕໍ່ໃຫ້​ລູກ​ຄ້າ​ຂາ​ປະຈຳ​ທົ່ວ​ໄປ.

ເຈົ້າ​ໜ້າທີ່​ຕຳຫຼວດ​ຍັງ​ໃຫ້​ຮູ້​ຕື່ມ​ວ່າ: ຜ່ານ​ມາ​ພວກ​ກ່ຽວ​ທັງ​ສອງ ເຄີຍ​ພົວພັນ​ກັບ​ຢາ​ເສບ​ຕິດ​ມາ​ຫຼາຍ​ຄັ້ງ​ແລ້ວ ແລະ ຖືກ​ເຈົ້າ​ໜ້າທີ່​ຕຳຫຼວດ​ກັກ​ຕົວ ສົ່ງ​ໃຫ້​ໄອ​ຍະ​ການ​ປະຊາຊົນ ສັ່ງ​ຟ້ອງ​ໃຫ້​ສານ​ຕັດສິນ​ມາ​ແລ້ວ​ຄົນ​ລະ 1 ຄັ້ງ​ຄື: ທ້າວ ບຸນ​ສີ ເຄີຍ​ຖືກ​ສານ​ປະຊາຊົນ​ຕັດສິນ​ຈຳ​ຄຸກ​ມາ​ແລ້ວ 5 ປີ ໃນ​ຂໍ້​ຫາ​ຄ້າຂາຍ​ຢາ​ເສບ​ຕິດ ແລະ ທ້າວ ຄຳ​ຜາຍ ກໍ​ຖືກ​ສານ​ຕັດສິນ​ຈຳ​ຄຸກ​ມາ​ແລ້ວ 7 ປີ ໃນ​ຂໍ້​ຫາ​ຄ້າຂາຍ​ຢາ​ເສບ​ຕິດ​ເຊັ່ນ​ດຽວ​ກັນ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...