spot_img
Homeຂ່າວຕ່າງປະເທດນານາຊາດ ຕໍ່ຕ້ານການໃຊ້ອາວຸດ ທີ່ສັ່ງການເອງໄດ້ອິດສະລະ

ນານາຊາດ ຕໍ່ຕ້ານການໃຊ້ອາວຸດ ທີ່ສັ່ງການເອງໄດ້ອິດສະລະ

Published on

11216586_1688245994724749_3534544055509284291_n
ມະຫາວິທະຍາໄລບຣິຕິດໂຄລຳເບຍ ໄດ້ເຜີຍແຜ່ຜົນສຳຫຼວດທົ່ວໂລກ ເມື່ອວັນຈັນທີ່ຜ່ານມາວ່າ ປະຊາຊົນທົ່ວໄປບໍ່ເຫັນດີກັບການໃຊ້ ອາວຸດທີ່ສາມາດລະບຸຕຳແໜ່ງ ແລະທຳລາຍເປົ້າໝາຍໄດ້ ໂດຍປາສະຈາກການສັ່ງການຂອງມະນຸດ.
ການສຳຫຼວດຈັດຂຶ້ນໂດຍ ກຸ່ມວິໄຈດ້ານຈະລິຍະສາດຫຸ່ນຍົນ (ORi) ເຊິ່ງມີຜູ້ຄົນຫຼາຍກວ່າ 1,000 ຄົນ ຈາກ 54 ປະເທດ ລວມທັງອາເມລິກາ, ການາດາ, ເກົາຫຼີໃຕ້ ແລະແມັກຊິໂກເຂົ້າຮ່ວມໃນການສຳຫຼວດ.
ຕາມຜົນການສຳຫຼວດລະບຸວ່າ ຫຼາຍກວ່າ 80% ຂອງຜູ້ໃຫ້ຂໍ້ມູນກ່າວວ່າ ຫຸ່ນຍົນບໍ່ຄວນຖືກໃຊ້ສຳລັບ ສ້າງເຫດຮຸນແຮງ ສ່ວນອີກ 67% ກ່າວວ່າ ຄວນມີຄຳສັ່ງຫ້າມໃຊ້ງານ ຫຸ່ນຍົນປະເພດນີ້ທົ່ວໂລກ.
ນອກຈາກນີ້ ຍັງມີ 71% ຂອງຜູ້ໃຫ້ຂໍ້ມູນກ່າວວ່າ ພວກເຂົາຕ້ອງການປະເທດຂອງຕົນ ໃຊ້ອາວຸດແບບສັ່ງການໃນໄລຍະໄກ ເຊັ່ນ ໂດຣນຂອງກອງທັບ ຫຼາຍກວ່າອາວຸດທີ່ສັງການໄດ້ເອງ ຢ່າງອິດສະລະ ແລະອີກ 56% ທີ່ກ່າວວ່າ ອາວຸດທີ່ສັງການດ້ວຍຕົນເອງ ບໍ່ຄວນໄດ້ຮັບການພັດທະນາ ຫຼືນຳໄປໃຊ້ປະຕິບັດງານໃດໆ.
“ຜົນສຳຫຼວດສະແດງໃຫ້ເຫັນຢ່າງຊັດເຈນ ວ່າຈຳເປັນຕ້ອງມີການອະພິປາຍຕໍ່ ສາທາລະນະຊົນທີ່ຫຼາຍຂຶ້ນ ເພື່ອໃຫ້ເຮົາສາມາດຕັດສິນໃຈໄດ້ ຢ່າງຊານສະຫຼາດກ່ຽວກັບເທັກໂນໂລຢີ ດ້ານອາວຸດແລະຫຸ່ນຍົນ ” AJung Moon ໂຄສົກຂອງ ORi ກ່າວ.
ຜົນສຳຫຼວດນີ້ຈະຖືກນຳສະເໜີ ໃນການປະຊຸມຂອງສະຫະປະຊາຊາດ ວ່າດ້ວຍອາວຸດຕາມແບບບາງຊະນິດ (CCW) ເຊິ່ງຈະຈັດຂຶ້ນໃນວັນທີ 12-13 ພະຈິກ ນີ້.
ພາບ-ຂ່າວ: ຊິນຫົວ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...