Homeຂ່າວຕ່າງປະເທດຣັດເຊຍຈັດສົ່ງລະບົບປ້ອງກັນໄພ ທາງອາກາດໃຫ້ແກ່ອິຣານ

ຣັດເຊຍຈັດສົ່ງລະບົບປ້ອງກັນໄພ ທາງອາກາດໃຫ້ແກ່ອິຣານ

Published on

ມື້ວານນີ້ ( 10 ຕຸລາ 2015) Roster ອົງກອນເທັກໂນໂລຢີຂອງທາງການຣັດເຊຍ ລາຍງານວ່າມີການຕົກລົງທີ່ຈະສົ່ງລະບົບ ປ້ອງກັນໄພທາງອາກາດ S-300 ທີ່ຄິດຄົ້ນໂດຍຣັດເຊຍ ໄປໃຫ້ແກ່ອິຣານແລ້ວ.

12191733_1688211311394884_276626835546228691_n

ທ່ານ Sergei Chemezov ປະທານອົງກອນ Roster ກ່າວກັບສຳນັກຂ່າວ RIA ທີ່ດູໄບວ່າ ສົນທິສັນຍາທີ່ຈະມີການຈັດສົ່ງລະບົບ S-300 ໃຫ້ແກ່ອິຣານນັ້ນບໍ່ພຽງແຕ່ມີການ ລົງນາມກັນຮຽບຮ້ອຍແລ້ວ ແຕ່ຍັງມີການຈັດສົ່ງໃຫ້ກັບກອງກຳລັງ ຂອງອິຣານແລ້ວນຳ.

ເມື່ອປີ 2007 ທັງຣັດເຊຍ ແລະອິຣານ ໄດ້ຮ່ວມກັນລົງນາມໃນສົນທິສັນຍາ ທີ່ມີຄຸນຄ່າ 800 ລ້ານໂດລາສະຫະລັດ ເພື່ອຈະຈັດສົ່ງລະບົບ S-300 ໃຫ້ແກ່ອິຣານ ຈຳນວນ 5 ຊຸດ. ເມື່ອກັນຍາປີ 2010 ທ່ານ ດິມິທຣີ ເມດເວເດຟ ອະດີດປະທານາທິບໍດີຣັດເຊຍ ໃນຕອນນັ້ນໄດ້ຍົກເລີກສົນທິສັນຍາ ດັ່ງກ່າວ ຕາມການຂວ້ຳບາດອິຣານ ຂອງສະພາຄວາມໝັ້ນຄົງແຫ່ງ ສະຫະປະຊາຊາດ.

ຕໍ່ມາເມື່ອຕົ້ນເດືອນເມສາ ປີນີ້ ປະທານາທິບໍດີ ວະລາດິເມຍ ປູຕິນ ໄດ້ອະນຸມັດໃນລັດຖະບັນຍັດ ເພື່ອດຳເນີນການຈັດສົ່ງລະບົບ S-300 ຫຼັງຈາກອິຣານແລະຊາດມະຫາອຳນາດ ອີກ 6 ປະເທດ ລວມທັງຣັດເຊຍໄດ້ຮ່ວມກັນບັນລຸຂໍ້ຕົກລົງ ກ່ຽວກັບໂຄງການອາວຸດນິວເຄຍ ຂອງອິຣານນັ້ນເອງ.

ລະບົບ S-300 ຫຼືທີ່ກຸ່ມນາໂຕ້ເອີ້ນວ່າ ລະບົບ SA-10  ນັ້ນ ຖືກຄິດຄົ້ນຂຶ້ນມາເປັນຄັ້ງທຳອິດ ໃນສະໄໝສະຫະພາບໂຊວຽດ ເມືອປີ 1979 ເພື່ອປ້ອງກັນປະເທດຈາກເຮືອບິນຮົບ ແລະຈະຫຼວດເວີ່ນ ເຊິ່ງນັບວ່າເປັນລະບົບປ້ອງກັນໄພທີ່ມີ ປະສິດທິພາບສູງທີ່ສຸດ.

ທັງນີ້ ການຈັດສົ່ງລະບົບປ້ອງກັນໄພ ໃຫ້ກັບປະເທດອິຣານນັ້ນ ໄດ້ສ້າງຄວາມກັງວົນໃຈ ຕໍ່ອິສະຣາເອລຫຼາຍ ເນື່ອງຈາກອິສະຣາເອລເບິ່ງວ່າ ເປັນໄພຄຸກຄາມໂດຍກົງຕໍ່ຄວາມໝັ້ນຄົງ ຂອງອິສະຣາເອລນັ້ນເອງ.

ພາບ-ຂ່າວ: ຊິນຫົວ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...