Homeຂ່າວພາຍ​ໃນລາວເປີດກາໝາຍກອງປະຸຊມອາຊຽນ ແລະກຽມເປັນປະທານອາຊຽນ ໃນປີ 2016

ລາວເປີດກາໝາຍກອງປະຸຊມອາຊຽນ ແລະກຽມເປັນປະທານອາຊຽນ ໃນປີ 2016

Published on

asean logo

ໃນທ້າຍອາທິດຜ່ານມານີ້, ທີ່ກະຊວງການຕ່າງປະເທດ, ທ່ານຮອງນາຍົກລັດຖະມົນຕີລັດຖະມົນຕີວ່າການກະຊວງການຕ່າງປະເທດ ທອງລຸນ ສີສຸລິດ ໄດ້ເປີດກາໝາຍ, ຄໍາ​ຂວັນ ​ແລະ ​ເວັບ​ໄຊການ​ເປັນ​ປະ ທານ​ອາ​ຊຽນຂອງ ສປປ ລາວ​ ໃນ​ປີ 2016 ຢ່າງ​ເປັນ​ທາງ​ການ, ເຊິ່ງກາໝາຍດັ່ງກ່າວໄດ້ຖືກອອກແບບ ຢ່າງສວຍງາມ ແລະ ມີເນື້ອໃນບົ່ງບອກເຖິງ ຄວາມຫລາກຫລາຍທາງດ້ານເສດຖະກິດ, ສັງຄົມ-ວັດທະນະທໍາ ແລະ ການຮ່ວມມືຂອງພາກພື້ນອາຊຽນ. ສ່ວນຄວາມຄືບໜ້າການກະກຽມຄວາມພ້ອມ ໃນການເປັນເຈົ້າພາບກອງປະຊຸຸມແລະ ເປັນປະທານອາຊຽນໃນປີ 2016 ນັ້ນ, ເຫັນວ່າມາຮອດປັດຈຸບັນ, ​ໄດ້​ມີ​ຄວາມ​ຄືບ​ໜ້າໃນ​ຫລາຍ​ດ້ານ ​ເປັນ​ຕົ້ນ​ແມ່ນ​ສໍາ​ເລັດການ​ກໍານົດ​ວັນ​ເວລາ ​ໃນ​ການ​ຈັດ​ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດ​ ອາ​ຊຽນ​ແບບ​ວົງ​ແຄບ, ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດ​ອາ​ຊຽນຄັ້ງ​ທີ 49​ ແລະ ກອງ​ປະຊຸມ​ທີ່​ກ່ຽວຂ້ອງ​ອື່ນໆ, ພ້ອມ​ນັ້ນ​ກໍ​ສໍາ​ເລັດ​ການ​ກໍານົດ​ຂົງ​ເຂດ​ ບູລິ​ມະ​ສິດ​ສໍາລັບ​ການ​ເປັນ​ປະທານ​ອາ​ຊຽນຂອງ ສປປ ລາວ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...