Homeຂ່າວພາຍ​ໃນໄຊທານີ ຍູ້ແຮງຜະລິດກະສິກຳ ສະໜອງເປັນສິນຄ້າໄດ້ລື່ນແຜນ

ໄຊທານີ ຍູ້ແຮງຜະລິດກະສິກຳ ສະໜອງເປັນສິນຄ້າໄດ້ລື່ນແຜນ

Published on

ອີງ​ຕາມ​ບົດ​ສະຫຼຸບ​ວຽກ​ງານ​ການ​ປົກຄອງ​ສົກ​ປີ 2012-2013 ໄດ້​ໃຫ້​ຮູ້​ເຖິງ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ ໃນ​ການ​ຍູ້​ແຮງ​ເປັນ​ສິນຄ້າ ໃນ​ການ​ຜະລິດ​ກະສິກຳ​ຂອງ​ເມືອງ​ໄຊ​ທານີ ໄດ້​ເລັ່ງ​ສົ່ງເສີມ​ດ້ານ​ກະສິກຳ ໂດຍ​ໄດ້​ສຸ່ມ​ໃສ່​ສ້າງ​ຕົວ​ແບບ​ໃນ​ການ​ຜະລິດ​ເປັນ​ສິນຄ້າ​ຫຼາຍ​ຂຶ້ນ ສາມາດ​ສະໜອງ​ໃຫ້​ນະຄອນຫຼວງ​ວຽງ​ຈັນ ແລະ ຕ່າງ​ແຂວງ​ໄດ້ ສຳລັບ​ສົກ​ປີ​ດັ່ງກ່າວ ການ​ຜະລິດ​ເຂົ້າ​ປະຕິບັດ​ໄດ້ 19.700 ເຮັກຕາ ຜົນ​ຜະລິດ​ໄດ້ 91.686 ໂຕນ ສະເລ່ຍ​ຜົນ​ຜະລິດ​ຜູ້​ໜຶ່ງ​ໄດ້ 545 ກິ​ໂລ​ຕໍ່​ຄົນ​ຕໍ່​ປີ ທຽບໃສ່​ແຜນ​ປະຕິບັດ​ໄດ້ 97,37% ພືດ​ຜັກ​ປະຕິບັດ​ໄດ້ 2.921 ເຮັກຕາ ຜົນ​ຜະລິດ​ໄດ້ 29.911 ໂຕນ ສະເລ່ຍ​ຜົນ​ຜະລິດ​ຜູ້​ໜຶ່ງ​ໄດ້​ຮັບ 111 ກິ​ໂລ​ຕໍ່​ຄົນ​ຕໍ່​ປີ ທຽບໃສ່​ແຜນ​ປະຕິບັດ​ໄດ້ 113,8% ພືດ​ອຸດສາຫະກຳ​ປະຕິບັດ​ໄດ້ 1.839 ເຮັກຕາ ຜົນ​ຜະລິດ​ໄດ້ 28.320 ໂຕນ ສະເລ່ຍ​ຜົນ​ຜະລິດ​ຜູ້​ໜຶ່ງ​ໄດ້ 168 ກິ​ໂລ​ຕໍ່​ຄົນ​ຕໍ່​ປີ ທຽບໃສ່​ແຜນ​ປີ​ປະຕິບັດ​ໄດ້ 121% ໄມ້​ໃຫ້​ໝາກ​ປະຕິບັດ​ໄດ້ 60 ເຮັກຕາ ຜົນ​ຜະລິດ​ໄດ້ 900 ໂຕນ ສະເລ່ຍ​ຜົນ​ຜະລິດ​ຜູ້​ໜຶ່ງ​ໄດ້ 5,3 ກິ​ໂລ​ຕໍ່​ຄົນ​ຕໍ່​ປີ ທຽບໃສ່​ແຜນການ​ປີ​ປະຕິບັດ​ໄດ້ 100%.

ການ​ລ້ຽງສັດ​ໄດ້​ຊຸກຍູ້​ການ​ລ້ຽງສັດ​ເປັນ​ຟາມ ຫຼື ມີ​ຂອບ​ເຂດ​ການ​ລ້ຽງ​ທີ່​ແນ່ນອນ ເພື່ອ​ຮັບປະກັນ​ໃຫ້​ແກ່​ການ​ຂະຫຍາຍຕົວ​ຂອງ​ສັດລ້ຽງ ແລະ ສາມາດ​ຕອບ​ສະໜອງ​ທາດ​ຊີ້ນ​ໃຫ້​ແກ່​ສັງຄົມ​ໄດ້ 8.460 ໂຕນ ທຽບໃສ່​ແຜນການ​ປະຕິບັດ​ໄດ້ 113,8% ສະເລ່ຍ​ໃສ່​ພົນລະເມືອງ​ຜູ້​ໜຶ່ງ​ໄດ້ 50 ກິ​ໂລ​ຕໍ່​ຄົນ​ຕໍ່​ປີ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...