spot_img
Homeຂ່າວພາຍ​ໃນPV Oil Lao ມີປ້ຳນ້ຳມັນທີ່ໄດ້ຄຸນນະພາບ 90 ກວ່າແຫ່ງ

PV Oil Lao ມີປ້ຳນ້ຳມັນທີ່ໄດ້ຄຸນນະພາບ 90 ກວ່າແຫ່ງ

Published on

PV Oil Lao ມີປ້ຳນ້ຳມັນທີ່ໄດ້ຄຸນນະພາບ 90 ກວ່າແຫ່ງ

ບໍລິສັດ ເປ​ໂຕຣ​ຫວຽດນາມ​ອອຍ​ລາວ ຈຳກັດ (PV Oil Lao) ໄດ້​ຈັດ​ພິທີ​ສະເຫຼີມສະຫຼອງ ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ບໍລິສັດ ຄົບຮອບ 3 ປີ ຂຶ້ນ​ຕອນ​ຄ່ຳ​ວັນ​ທີ 1 ທັນວາ 2013 ຢູ່​ໂຮງແຮມ​ດອນ​ຈັນ​ພາ​ເລດ ໂດຍ​ມີ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ​ສສ.ຫວຽດນາມ ປະຈຳ ​ສປປ ລາວ ພ້ອມ​ດ້ວຍ​ຄະນະ​ປະທານ​ບໍລິສັດ ແລະ ແຂກ​ຖືກ​ເຊີນ​ຈາກ ​ສປປ ລາວ ແລະ ​ສສ.ຫວຽດນາມ ເຂົ້າ​ຮ່ວມ.

ທ່ານ ລຳ​ພູນ ພິມ​ພະ​ວົງ ປະທານ​ກຳມະການ​ບໍລິຫານ​ບໍລິສັດ PV Oil Lao ໄດ້​ກ່າວ​ສະແດງ​ຄວາມ​ຂອບໃຈ​ມາ​ຍັງ​ບັນດາ​ທ່ານ ທີ່​ໄດ້​ໃຫ້ການ​ສະໜັບສະໜູນ​ອູ້ມຊູ ແລະ ໃຊ້​ບໍລິການ​ນ້ຳມັນ​ຂອງ​ບໍລິສັດ PV Oil Lao ດ້ວຍ​ດີ​ຕະຫຼອດ​ມາ ພ້ອມ​ທັງ​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ ນັບ​ແຕ່​ມື້​ສ້າງຕັ້ງ​ບໍລິສັດ​ມາ​ເຖິງ​ປັດຈຸບັນ PV Oil Lao ມີ​ສາງ​ນ້ຳມັນ​ທີ່​ໃຫຍ່ ແລະ ໄດ້​ມາດຕະຖານ 4 ແຫ່ງ ພ້ອມ​ທັງ​ມີ​ປ້ຳນ້ຳມັນ​ທີ່​ໄດ້​ຄຸນ​ນະ​ພາບ 90 ກວ່າ​ແຫ່ງ​ໃນ​ທົ່ວ​ປະເທດ ແລະ ໃນ​ມໍ່ໆນີ້ກໍ​ຈະ​ໄດ້​ມີ​ການ​ຂະຫຍາຍ​ຕື່ມ​ອີກ.

ໂອກາດ​ພິທີ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ບໍລິສັດ PV Oil Lao ຄົບຮອບ 3 ປີ ໃນ​ຄັ້ງ​ນີ້ ຍັງ​ໄດ້​ມີ​ການ​ມອບ​ໃບ​ຍ້ອງຍໍ ແລະ ລາງວັນ​ໃຫ້​ແກ່​ສະຖານີ​ບໍລິການ ກໍ​ຄື​ຜູ້​ຈັດການ​ປ້ຳນ້ຳມັນ​ທີ່​ມີ​ຜົນງານ​ດີເດັ່ນ ຮັບ​ໃຊ້​ສັງຄົມ ມີ​ຄວາມ​ຊື່ສັດ ແລະ ເປັນ​ສະຖານີ​ທີ່​ສະອາດ​ປອດ​ໄພ​ອີກ​ດ້ວຍ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...