Homeຂ່າວການສຶກສາເບຍລາວມອບທຶນການສຶກສາ ໃຫ້ນັກສຶກສາ ມຂ ແລະ ວສຄສ

ເບຍລາວມອບທຶນການສຶກສາ ໃຫ້ນັກສຶກສາ ມຂ ແລະ ວສຄສ

Published on

ເບຍລາວມອບທຶນການສຶກສາໃຫ້ນັກສຶກສາ ມ.ຂ ແລະວິທະຍາໄລຄູສະຫວັນນະເຂດສົກ 2015-2016

12189612_715395531924733_3956725732061739911_n

ພິທີມອບ-ຮັບທຶນການສຶກສາຂອງ ບໍລິສັດເບຍລາວ ຈຳກັດ ມອບໃຫ້ແກ່ ມະຫາວິທະຍາໄລສະຫວັນນະເຂດ ແລະມອບໃຫ້ວິທະຍາໄລຄູສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 2 ພະຈິກ 2015 ທີ່ ມ.ຂ. ໃນໂອກາດນີ້, ທ່ານ ອາຈານ ຄຳເຜີຍ ອັກຄະວົງ ຜູ້ຮັບຜິດຊອບກິດຈະກຳນັກສຶກສາຂອງ ມ.ຂ ໄດ້ລາຍງານວ່າ: ການມອບທຶນການສຶກສາໃຫ້ແກ່ ນັກສຶກສາທີ່ຮຽນດີ-ຮຽນເກັ່ງ ແລະມີຄຸນສົມບັດແມ່ນໜຶ່ງໃນຫຼາຍໆ ໂຄງການທີ່ບໍລິສັດເບຍລາວໄດ້ຈັດຕັ້ງຂຶ້ນ ເພື່ອຊ່ວຍພັດທະນາສັງຄົມ. ສຳລັບປີນີ້, ບໍລິສັດເບຍລາວຈຳກັດ ໄດ້ມອບທຶນການສຶກສາໃຫ້ແກ່ນັກສາຂອງ ມ.ຂ ເປັນຄັ້ງທີ 5 ມີຈຳນວນ 45 ທຶນ, ເປັນມູນຄ່າ 131 ລ້ານກີບ, ພ້ອມນັ້ນໃນປີນີ້ບໍລິສັດເບຍລາວຈຳກັດ ກໍ່ຍັງໄດ້ມອບທຶນການສຶກສາໃຫ້ແກ່ ວິທະຍາໄລຄູສະຫວັນນະເຂດ ເຊິ່ງປີນີ້ແມ່ນ ປີທຳອິດ ທີ່ທາງບໍລິສັດເບຍລາວຈຳກັດໄດ້ມອບ ທຶນການສຶກສາໃຫ້ວິທະຍາໄລຄູ ເປັນຈຳນວນ 20 ຄົນ, ມີມູນຄ່າ 64 ລ້ານກີບ. ໃຫ້ກຽດເຂົ້າຮ່ວມໃນພີທີຄັ້ງນີ້ ໂດຍມີ ທ່ານ ດຣ ຄຳເຜີຍ ຜັນທະຈອນ ຮອງເລຂາພັກແຂວງ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ຮອງສາສະດາຈານ ດຣ ສີທາ ເຂັມມະລາດ ຮອງອະທິການບໍດີຝ່າຍວິຊາການ ມ.ຂ, ທ່ານ ອາຈານ ທອງເຄນ ຄຳສຸກຖາວົງ ຄະນະອຳນວຍການວິທະຍາໄລຄູສະຫວັນນະເຂດ ແລະທ່ານ ກິດສະໜາ ວົງໄຊ ຜູ້ອຳນວຍການໃຫຍ່ບໍລິສັດເບຍລາວຈຳກັດໃຫ້ກຽດເຂົ້າຮ່ວມ./.

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...