Homeຂ່າວພາຍ​ໃນອາເຊນອລ ພາດຂື້ນເປັນຈ່າຝູງສ່ວນ ລິເວີພູ ເສຍຄາບ້ານ

ອາເຊນອລ ພາດຂື້ນເປັນຈ່າຝູງສ່ວນ ລິເວີພູ ເສຍຄາບ້ານ

Published on

ຄີແຣນ ກິບສ໌ ແບັກຊ້າຍຕົວສຳຮອງຂອງ ອາເຊນອນ ກາຍເປັນພະເອກຊ່ວຍທີມບໍ່ໃຫ້ເສຍ ຫຼັງຈາກທີ່ລົງມາຍິງລູກຕີສະເໝີໃຫ້ທີມສະເໝີກັບ ທ໊ອດແນມ ຮອດສະເປີ 1-1 ປະຕ, ຂະນະທີ່ ເຈີເກນ ຄຼ໊ອບ ຮູ້ຊື້ງເຖິງລົດຊາດຂອງການເສຍໃນຄັ້ງນີ້ໃຫ້ກັບ ຄຣິສຕັລ ພາເລດຊ໌ ຄາບ້ານ 1-2 ປະຕູ

ເກມເລີ່ມຕົ້ນຂື້ນແຕ່ເປັນທາງ ອາເຊນອລ ຄອງບານໄດ້ຫຼາຍກວ່າແຕ່ຍັງບຸກບໍ່ໄດ້ ຈົນມາເຖິງນາທີ 32 ກໍ່ຖືກຂື້ນນຳກ່ອນ ແດນນີ່ ໂຣສ ສົ່ງຍາວແຕ່ກາງສະໜາມ ແຮຣີ່ ເຄນ ລາກບານໄປແບບບໍ່ລ້ຳໜ້າແລ້ວເຂົ້າໄປແປໜີຈາກ ປີເຕີ ເຊັກ ຂື້ນນຳ 1-0ປະຕູ ຈົບເຄີ່ງເວລາທຳອິດໄປບໍ່ສາມາດຍິງປະຕູເພີ່ມ

ເຄີ່ງເວລາທີ 2 ຫຼີ້ນມາໄດ້ດົນເຕີບໃນນາທີ 63 ຄຣີສຕຽນ ເອຣິກເຊນ ຍິງເນັ້ນໆແຕ່ ປີເຕີ ເຊັກ ຍັງຄົງເຊັບໄວ້ໄດ້ ປືນໃຫຍ່ພະຍາຍາມດົນຈົນຮອດນາທີ 76 ກໍ່ຍິງຕີສະເໝີໄດ້ສໍາເລັດ ເມຊຸດ ໂອຊິວ ເປີດບານຂ້າມໄປເສົາສອງໃຫ້ ຄີແຣນ ກິບສ໌ ຕົວສຳຮອງຍິງເຂົ້າໄປແບບເໜືອຊັ້ນ 1-1 ປະຕູ
/
558000012877501

ຈົບເກມສະເໝີກັນ 1-1 ປະຕູ ແບ່ງທີມລະ 1 ຄະແນນ ສ່ວນອາເຊນອລ ພາດໂອກາດແຊງ ແມນຊີຕີ ຂື້ນເປັນຈ່າຝູງແບບໜ້າເສຍດາຍ
ສ່ວນຜົນການແຂ່ງຂັນອີກ 1 ຄູ່ ລິເວີພູ ພົບກັບ ຄຣີສຕັລ ພາເລດຊ໌ ເສຍເປັນນັດທຳອິດຂອງຕົວເອງ 1-2 ປະຕູ

558000012877502

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...