Homeມຸມຂ່າວ AECເຈົ້າໜ້າທີ່ອາວຸໂສ 10 ປະເທດ ຫາລືການພັດທະນາການກີລາ

ເຈົ້າໜ້າທີ່ອາວຸໂສ 10 ປະເທດ ຫາລືການພັດທະນາການກີລາ

Published on

ເຈົ້າໜ້າທີ່ອາວຸໂສ 10 ປະເທດ ຫາລືການພັດທະນາການກີລາ

ບັນດາ​ເຈົ້າ​ໜ້າທີ່​ອາວຸໂສ​ຈາກ​ປະເທດ​ສະມາຊິກ​ອາ​ຊຽນ ເຂົ້າ​ຮ່ວມ​ປຶກສາ​ຫາລື​ບັນຫາ​ຕ່າງໆ ໃນ​ການ​ພັດທະນາ​ວຽກ​ງານ​ກີລາ​ພາກ​ພື້ນ ເພື່ອ​ເປັນ​ການ​ກະກຽມ​ຄວາມ​ພ້ອມ ໃນ​ການ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ ລັດຖະມົນຕີ​ກີລາ​ອາ​ຊຽນ ຄັ້ງ​ທີ 2 ທີ່ ​ສປປ ລາວ.

ກອງ​ປະຊຸມ​ເຈົ້າ​ໜ້າທີ່​ອາວຸໂສ​ກີລາ​ອາ​ຊຽນ ຄັ້ງ​ທີ 3 ຈັດ​ຂຶ້ນ​ທີ່​ນະຄອນຫຼວງ​ວຽງ​ຈັນ ໃນ​ວັນ​ທີ 3 ທັນວາ 2013 ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ​ນາງ ແສງ​ເດືອນ ຫຼ້າ​ຈັນທະ​ບູນ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ຊຶ່ງ​ມີ​ບັນດາ​ເຈົ້າ​ໜ້າທີ່​ອາວຸໂສ​ຂອງ​ປະເທດ​ສະມາຊິກ​ອາ​ຊຽນ ເຂົ້າ​ຮ່ວມ.

ທ່ານ​ນາງ ແສງ​ເດືອນ ຫຼ້າ​ຈັນທະ​ບູນ ກ່າວ​ວ່າ: ​ສປປ ລາວ ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ ກອງ​ປະຊຸມ​ລັດຖະມົນຕີ​ກີລາ​ອາ​ຊຽນ ຄັ້ງ​ທີ 2 ແມ່ນ​ເປັນ​ເຫດການ​ສຳຄັນ​ໃນ​ການ​ສົ່ງເສີມ ແລະ ພັດທະນາ​ວຽກ​ງານ​ກີລາ ຊຶ່ງ​ຈະ​ສາມາດ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ໃນ​ຂອບ​ເຂດ​ອາ​ຊຽນ​ໃຫ້​ດີ​ຂຶ້ນ ແຕ່​ເຖິງ​ຢ່າງໃດ​ກໍ​ຕາມ ສຳລັບ​ກອງ​ປະຊຸມ​ເຈົ້າ​ໜ້າທີ່​ອາວຸໂສ​ກີລາ​ອາ​ຊຽນ ຄັ້ງ​ທີ 3 ນີ້ ຈະ​ເປັນ​ສ່ວນ​ໜຶ່ງ​ເຂົ້າ​ໃນ​ການ​ພັດທະນາ ບັນດາ​ກິດຈະກຳ​ຕ່າງໆ​ດ້ານ​ກີລາ​ຂອງ​ພາກ​ພື້ນ​ໃນ​ອະນາຄົດ ການ​ປະສານ​ງານ ແລະ ເສີມ​ສ້າງ​ມິດຕະພາບ ລະຫວ່າງ​ບັນດາ​ປະເທດ​ສະມາຊິກ​ອາ​ຊຽນ ໃຫ້​ໄດ້​ຮັບ​ການ​ຂະຫຍາຍຕົວ​ຍິ່ງ​ຂຶ້ນ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...