Homeຂ່າວຕ່າງປະເທດອັງກິດ-ຣັດເຊຍບມືປະຕິບັດການລັບ ລ່າມືລະເບີດຖ້ຽວບິນ 9268!!

ອັງກິດ-ຣັດເຊຍບມືປະຕິບັດການລັບ ລ່າມືລະເບີດຖ້ຽວບິນ 9268!!

Published on

EyWwB5WU57MYnKOuXogioaIPXzQlzejPT7p37AtUT2O6vkIQzszLc5

ກອງທັບ​ແລະ​ຫນ່ວຍ​ຂ່າ​ວກອງ​ຂອງອັງ​ກິດ​ຈັບ​ມື​ຣັດ​ເຊຍ ຮ່ວມ​ມື​ໃນ ‘ປະຕິບັດການ​ລັບ​ສຸດ​ຍອດ’ ຕາມ​ໄລ່​ລ່າ​ຫາ​ມື​ວາງ​ລະ​ເບີດ ຖ້ຽວ​ບິນ 9268 ຈົນ​ຖື​ເປັນ​ຄວາມ​ຮ່ວມ​ມື​ລະຫວ່າງ​ປະເທດ​ເທື່ອ​ໃຫຍ່​ທີ່ສຸດ​ນັບ​ຕັ້ງ​ແຕ່​ເກີດ​ເຫດ

ເມື່ອ​ວັນທີ່ 6 ພະຈິກ ເວັບ​ໄຊຕ໌ ເດິ ມິດ​ເລີ ອອນ​ໄລນ໌ ລາຍ​ງານ ກອງທັບ​ແລະ​ທີມ​ເຈົ້າ​ຫນ້າທີ່​ຂ່າ​ວກ​ອງ​ຂອງອັງ​ກິດ ຮ່ວມ​ມື​ກັບ​ເຈົ້າ​ຫນ້າທີ່​ຣັດ​ເຊຍ ໃນ​ປະຕິບັດການ​ລັບ​ສຸດ​ຍອດ​ຕິດ​ຕາ​ມຫາ ‘ມື​ລະ​ເບີດ’ ທີ່​ວາງ​ລະ​ເບີດ​ເຮືອບິນ​ໂດຍ​ສານ​ຂອງ​ສາຍ​ການ​ບິນ​ໂຄ​ກາ​ລິ​ມາ​ເວຍ ຫລື​ ເມ​ໂທຣເຈັດ ຂອງ​ຣັດ​ເຊຍ ຖ້ຽວ​ບິນ 9268 ເທິງ​​ທະເລ​ໄຊ​ນາຍ ໃນ​ປະເທດ​ອີ​ຍິບ ເມື່ອ​ວັນທີ່ 31 ຕຸລາ ເປັນ​ເຫດ​ໃຫ້​ມີ​ຜູ້​ໂດຍ​ສານ​ແລະ​ລູກ​ເຮືອ​ເສຍຊີວິດ​ລວມ 224 ລາຍ

ຂ່າວ​ແຈ້ງ​ວ່າ ຄວາມ​ຮ່ວມ​ມື​ໃນ​ປະຕິບັດການ​ລັບ​ສູງ​ສຸດ ຕາມ​ລ່າ​ຫາ​ມື​ລະ​ເບີດ​ຖ້ຽວ​ບິນ 9268 ຖື​ເປັນ​ປະຕິບັດການ​ຮ່ວມ​ມື​ລະຫວ່າງ​ປະເທດ​ໃນ​ການ​ໄລ່​ລ່າ​ຕົວ​ຜູ້​ກໍ່​ເຫດ​ຮ້າຍ ເທື່ອ​ໃຫຍ່​ສຸດ​ເທົ່າ​ທີ່​ເຄີຍ​ເກີດ​ຂຶ້ນ

NjpUs24nCQKx5e1D61naEZES7u5vCcuMEjsS4fx9z3I

ຈາກ​ການ​ເປີດ​ເຜີຍ​ຂອງ​ແຫລ່ງ​ຂ່າວ ລະ​ບຸ​ວ່າ ການ​ຈັບ​ມື​ລະຫວ່າງ​ທີມ​ເຈົ້າ​ຫນ້າທີ່​ຂ່າ​ວກ​ອງ​ແລະ ​ກອງທັບ​ອັງ​ກິດ​ກັບ​ຣັດ​ເຊຍ ມີ​ຂຶ້ນ​ຫລັງ​ຈາກ​ພົບ​ສົບ​ເດັກນ້ອຍ​ດາ​ລິ​ນາ ໂກ​ໂມ​ວາ ເດັກ​ນ້ອຍ​ຊາວ​ຣັດ​ເຊຍ​ອາຍຸ​ພຽງ 10 ເດືອນ ຊຶ່ງ​ຖື​ເປັນ​ຜູ້​ເສຍຊີວິດ​ອາ​ຍຸ​ນ້ອຍ​ທີ່ສຸດ​ຈາກ​ເຫດການເສົ້າສະຫລົດເທື່ອ​ນີ້ ຕົກ​ຢູ່​ຫ່າງ​ຈາກ​ບໍລິເວນ​ທີ່​ຊິ້ນ​ສ່ວນ​ເຮືອບິນ​ສ່ວນ​ໃຫຍ່​ຕົກ​ໄປ​ໄກ​ເຖິງ​ປະ​ມານ 21 ກິໂລແມັດ ຈຶ່ງ​ເຮັດ​ໃຫ້​ເກີດ​ຂໍ້​ສັນ​ນິດ​ຖານ​ທີ່​ມີ​ຄວາມ​ເປັນ​ໄປ​ໄດ້​ຫລາຍກວ່າ​ແຕ່​ການ​ຄາດ​ຄະ​ເນ​ກ່ອນ​ໜ້າ ວ່າ​ເຮືອ​ບິນ​ອາດ​ລະ​ເບີດ​ກາງ​ອາ​ກາດ ຫລັງ​ຈາກ​ທະ​ຍານ​ຂຶ້ນ​ຈາ​ກສະໜາມ​ບິນ​ເມືອງ​ຕາກ​ອາ​ກາ​ດ​ທະ​ເລ​ຊື່​ດັງ ຊາລ໌​ເອລຊີກ ໃນ​ອີ​ຍິບ ພຽງ​ແຕ່ 23 ນາ​ທີ ຂະນະ​ທີ່​ສົບ​ພໍ່​ແມ່​ຂອງ​ເດັກນ້ອຍ​ດາ​ລິ​ນາ​ນັ້ນ ຍັງ​ຫາ​ບໍ່​ພົບ ຈົນ​ເຖິງ​ວັນທີ່ 5 ພະຈິກ

NjpUs24nCQKx5e1D61naEZES7u5vCctY9SAJhpR0aZx

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...