Homeມຸມຂ່າວ AECໄຂກອງປະຊຸມ ລັດຖະມົນຕີວິທະຍາສາດ ແລະ ເຕັກໂນໂລຊີອາຊຽນ ຄັ້ງທີ 16

ໄຂກອງປະຊຸມ ລັດຖະມົນຕີວິທະຍາສາດ ແລະ ເຕັກໂນໂລຊີອາຊຽນ ຄັ້ງທີ 16

Published on

asem16

ຂປລ. ກອງ​ປະຊຸມ​ລັດຖະມົນຕີ​ ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ອາ​ຊຽນ ຄັ້ງ​ທີ 16 ໄດ້​​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 6 ພະຈິກ 2015 ນີ້​ ໃຫ້​ກຽດ​ເຂົ້າ​ຮ່ວມ​ໂດຍທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ, ລັດ ຖະມົນຕີ​ວ່າການ​ ກະຊວງ​ການ​ຕ່າງປະ​ເທດ, ມີ​ບັນດາ​ລັດຖະມົນຕີ​ ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ ຈາກ​​ປະ​ເທດ​ສະມາຊິກ​ອາ​ຊຽນ, ທ່ານ ຮອງ​ເລຂາທິການ​ໃຫຍ່​ອາ​ຊຽນ ແລະ ຄະນະ​ຜູ້​ແທນ​ ຈາກ​ພາກສ່ວນ​ກ່ຽວຂ້ອງ.

​ໃນ​ໂອກາດ​ດັ່ງກ່າວ ທ່ານ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ກ່າວ​ບາງ​ຕອນ​ທີ່​ສໍາຄັນ​ວ່າ: ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ ແມ່ນ​ກໍາລັງ​ແຮງ​ຂັບ​ເຄື່ອນ ​ທີ່​ສໍາຄັນ​ຕໍ່​ເສດຖະກິດ ​ແລະ ການ​ພັດທະນາ ສະ​ນັ້ນ ການ​​ເຂົ້າ​ຮ່ວມ​​ປະຊຸມ​ ຂອງ​ບັນດາ​ທ່ານ​ໃນ​ຄັ້ງ​ນີ້​ ສະ​ແດງ​ເຖິງ​ຄວາມ​ໝາຍ​ອັນ​ແຮງ​ກ້າ ​ແລະ ຄວາມ​ພະຍາຍາມ​ອັນ​ສູງ​ສົ່ງ ​ຮ່ວມ​ກັນ​ຂອງ​ບັນດາ ​ປະ​ເທດ​ອາ​ຊຽນ ​ເພື່ອ​ສ້າງ​ປະຊາ​ຄົມ​ອາ​ຊຽນ ​ໃຫ້​ມີ​ຄວາມ​ກ້າວໜ້າ ​ທາງ​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ເຊິ່ງ​ເປັນ​ປັດ​​ໄຈ​ອັນ​ສໍາຄັນ ​ໃນ​ການ​ຜັກ​ດັນ​ການ​ພັດທະນາ​ ເສດຖະກິດ–ສັງຄົມ ​ຂອງ​ແຕ່ລະ​ປະ​ເທດ​ໃນ​ອາ​ຊຽນ ​ໃຫ້​ຈະ​ເລີ​ນຮຸ່ງ​ເຮື່ອ​ງ, ​ພ້ອມ​ດຽວ​ກັນ​ ກ​ອງປະຊຸມ​ໃນ​ຄັ້ງ​ນີ້​ ກໍ​ຈັດ​ຢູ່​ໃນ​ໄລຍະ​ທີ ສປປ ລາວ ກໍາລັງ​ກະກຽມ​​ ເປັນ​ປະທານ​ອາ​ຊຽນ ​ແລະ ​ເປັນ​ເຈົ້າ​ພາບຈັດ​ກອງ​ປະຊຸມ​ ສຸດ​ຍອດ​ອາ​ຊຽນ ພ້ອມ​ດ້ວຍ​ກອງ​ປະຊຸມ​ ທີ່​ກ່ຽວຂ້ອງ​ອື່ນໆ ​ໃນ​ປີ 2016. ຂະນະ​ດຽວ​ກັນ​ ອາ​ຊຽນ ກໍາລັງ​ຄົ້ນ​ຄ້ວາ ​ແລະ ພິຈາລະນາ​ວິ​ໄສ​ທັດ ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ພາຍຫລັງ ​ປີ 2015 ​ເຊິ່ງ​ຄາດ​ວ່າ​ຈະ​ຖືກ​ຮັບຮອງ ​ເອົາ​ໃນ​ກອງ​ປະຊຸມ​ ສຸດ​ຍອດ​ອາ​ຊຽນ​ ໃນ​ທ້າຍ​ປີ​ນີ້.

ທ່ານ ທອງ​ລຸນ​ ສີ​ສຸ​ລິດ ກ່າວ​ຕື່ມ​ວ່າ: ​ເຖິງ​ຢ່າງ​ໃດ​ກໍ​ຕາມ ​ອີງ​ໃສ່​ຄວາມ​ຮຽກຮ້ອງ​ຕ້ອງການ ​ໄລຍະ​ໃໝ່ ​ຂ້າພະ​ເຈົ້າ​ມີ​ ຄວາມ​ເຊື່ອ​ໝັ້ນ​ວ່າ ​ກອງ​ປະຊຸມ​ລັດຖະມົນຕີ​ ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ອາ​ຊຽນ ຄັ້ງ​ທີ 16 ນີ້ ຈະ​ເປັນ​ເວທີ​ປຶກສາ​ຫາລື ​ແລະ ບັນລຸ​ການ​ຕົກ​ລົງ ​ທີ່​ນໍາ​ໄປ​ສູ່​ການ​ພັດທະນາ​ ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ ຕາມ​ແນວ​ຄິດວິ​ໄສ​ທັດ ​ທີ່​ກໍານົດ​ຮ່ວມ​ກັນ​ ຄືສ້າງ​ໃຫ້​ອາ​ຊຽນ ມີ​ຄວາມ​ສາມາດ​ແຂ່ງຂັນ​ ດ້ານ​ເຕັກ​ໂນ​ໂລ​ຊີ, ມີ​ຄວາມ​ກ້າວໜ້າ​ ໃນ​ເຕັກ​ໂນ​ໂລ​ຊີ​ ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ, ມີ​ຊັບພະຍາກອນ​ມະນຸດ ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ສູງ​ ທາງ​ດ້ານ​ເຕັກ​ໂນ​ໂລ​ຊີ​, ມີ​ເຄືອ​ຂ່າ​ຍການ​ພົວພັນ ລະຫວ່າງ ​ສະ​ຖາ​ບັນ ​ແລະ ສູນ​ກາງ​ ທາງ​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ ທີ່​ເຂັ້ມ​ແຂງ–ດີ​ເລີດ.

 

ແຫລ່ງຂ່າວ:

ຂປລ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...