Homeຂ່າວພາຍ​ໃນຄາດປີ 2015 ນີ້ ສປປລາວ ຈະຜະລິດເຂົ້າໃຫ້ໄດ້ 3.870.000 ກວ່າໂຕນ!

ຄາດປີ 2015 ນີ້ ສປປລາວ ຈະຜະລິດເຂົ້າໃຫ້ໄດ້ 3.870.000 ກວ່າໂຕນ!

Published on

Farmers harvest rice at a paddy field in Dong Tri village, outside Hanoi

ຂປລ. ຄາດວ່າ ໃນປີ 2015 ນີ້ ສປປ ລາວ ຈະຜະລິດເຂົ້າໃຫ້ໄດ້ຈຳນວນ 3.872.000 ໂຕນ ໃນທົ່ວປະເທດ ໃນເນື້ອທີ່ທັງໝົດ ປະມານ 951.000 ເຮັກຕາ, ໃນນີ້ ຢູ່ 10 ແຂວງຈຸດສຸມ (​ແຂວງບໍ່ແກ້ວ, ຫລວງນ້ຳທາ, ໄຊຍະບູລີ, ວຽງຈັນ, ນະຄອນຫລວງ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ​ແຂວງຈຳປາສັກ), ຜະລິດເຂົ້າໄດ້ປະມານ 3.260.000 ໂຕນ ໃນເນື້ອທີ 786.000 ເຮັກຕາ ປະກອບມີ ເນື້ອທີ່ຊົນລະປະທານ 315.000 ເຮັກຕາ, ລະດູຝົນ 195.000 ເຮັກຕາ ແລະ 120.000 ເຮັກຕາ ສຳລັບລະດູແລ້ງກວມເອົາ 85% ຂອງການຜະລິດເຂົ້າທັງໝົດ ໃນທົ່ວປະເທດ. ມີເຂົ້າເຫລືອຂາຍ 1 ລ້ານກວ່າໂຕນ ເທົ່າກັບ 35% ຂອງເຂົ້າທັງໝົດ, ຂາຍພາຍໃນ ແລະ ຊາຍແດນເປັນສ່ວນຫລາຍ ເຊິ່ງມີເຂົ້າສົ່ງອອກເປັນສິນຄ້າເຄື່ອງໝາຍ ເຖິງ 40 ພັນໂຕນ.

ທ່ານ ດຣ.ພວງປາຣິສັກ ປຣະວົງວຽງຄຳ ກ່າວຕື່ມວ່າ: ເພື່ອຄ້ຳປະກັນຄວາມໝັ້ນຄົງ ໃນການຜະລິດເຂົ້າ ຕ້ອງໄດ້ຂະຫຍາຍເນື້ອທີ່ ຊົນລະປະທານ ແລະ ດຳເນີນການ ເຮັດຊົນລະກະເສດ, ເຮັດກະເສດສຸມປູກເຂົ້າ ສະບຽງສະເພາະ ໃນເຂດດັ່ງກ່າວ, ທັງຜະລິດ ແລະ ທັງຕ້ານແລ້ງຕ້ານຖ້ວມໄປນຳ ດ້ວຍການ ສົມທົບກັບບັນດາແຂວງເປົ້າໝາຍ, ເຊິ່ງ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຂຶ້ນແຜນປັບປຸງ ແລະ ພັດທະນາໂຄງການ ຊົນລະປະທານຮອດປີ 2020 ແລະ ປີ 2025 ແລ້ວ, ໃນນີ້ ໄດ້ສ້າງເປັນບັນຊີ ໂຄງການຈຸດສຸມຮອດປີ 2020 ແລະ ເອົາເຂົ້າແຜນ ແລະ ໂຄງການຈຳນວນໜຶ່ງ ພວມດຳເນີນການກໍ່ສ້າງ ອັນຈະເຮັດໃຫ້ ຮອດປີ 2020 ມີ18 ໂຄງການ ເຊິ່ງໄດ້ເລີ່ມກໍ່ສ້າງແລ້ວ ຈະເພີ່ມເນື້ອທີ່​ໄດ້ເຖິງ 76.000 ເຮັກຕາ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...