Homeວິທະຍາສາດ-ວິທະຍາການລາວ-ກຳປູເຈຍ ແລກປ່ຽນບົດຮຽນວິທະຍາສາດ ແລະ ເຕັກໂນໂລຊີ

ລາວ-ກຳປູເຈຍ ແລກປ່ຽນບົດຮຽນວິທະຍາສາດ ແລະ ເຕັກໂນໂລຊີ

Published on

ໃນ​ວັນ​ທີ 4 ພະຈິກ​ຜ່ານ​ມາ​ນີ້, ທ່ານ ປຣະສິດ ຈຳ (Prasit Cham) ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ຫັດຖະກຳ ​ແຫ່ງ ລາຊະ​ອານາຈັກ​ກຳປູ​ເຈຍ ​ໄດ້​ເຂົ້າ​ພົບ​ປະກັບທ່ານ ສຈ ບໍ່​ວຽງ​ຄຳ ວົງ​ດາລາ ລັດຖະມົນຕີ​ວ່າການ​ກະຊວງ​​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ໃນ​ໂອກາດ​ເດີນທາງ​ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄູ່​ຮ່ວມ​ເຈລະຈາ​ອາ​ຊຽນ-ອີ​ຢູ ດ້ານ​ວິ​ທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຄັ້ງ​ທີ 6 (ASEAN-EU DST) ທີ່​ມີ​ຂຶ້ນ​ໃນ​ວັນ​ທີ 5 ພະຈິກ​ນີ້ ​ແມ່ນ​ການ​ພົບ​ປະເປັນ​ຄັ້ງ​ທຳ​ອິດ​ລະຫວ່າງ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ສປປ ລາວ ​ແລະ ກະຊວງ​ອຸດ​ສາ​ຫະກຳ ​ແລະ ຫັດ​ຖະກຳ ລາຊະ​ອານາຈັກກຳປູ​ເຈຍ, ​ເຊິ່ງທັງ​ສອງ​ຝ່າຍ​ໄດ້​ເຫັນ​ເຖິງ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ໄດ້​ມີ​ການຮ່ວມ​ມືກັນ​ທາງ​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ​ໃນ​ນີ້ ທາງ​ຝ່າຍ​ກຳປູ​ເຈຍ ​ໄດ້​ໃຫ້​ຄວາມ​ຫວັງ​ວ່າ: ສປປ ລາວ ກໍ​ຄື​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ຈະມີ​ບົດຮຽນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ ​ແລະ ຊຸກຍູ້​ສົ່ງ​ເສີມ​ວຽກ​ງານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ໃຫ້​ແກ່ກຳປູ​ເຈຍ. ດັ່ງ​ນັ້ນ ຈຶ່ງ​ຈຳ​ເປັນ​ຕ້ອງ​ໄດ້​ຮ່ວມ​ກັນ ​ເພື່ອ​ສຶກສາ​ ​ແລະ ຖອດ​ຖອນ​ບົດຮຽນ ​ໃນ​ວຽກ​ງານ​ດັ່ງກ່າວ, ພ້ອມ​ນີ້ ທັງ​ສອງ​ຝ່າຍ​ຍັງໄດ້​ຕົກລົງ​ ​ແລະ ​ເຫັນ​ດີ​ໃນ​ການ​ຄົ້ນ​ຄ້ວາ​ ​ແລະ ເຊັນ​ສັນຍາ​ບົດ​ບັນທຶກ​ຊ່ວຍ​ຈຳ (MOU) ຮ່ວມ​ກັນ ​ແລະ ຫລັງ​ຈາກ​ນັ້ນ ກໍ​ຈະ​ມີ​ການ​ພົບ​ປະ​ຂອງ​ການ​ນຳ​​ທັງ​ສອງກະຊວງ ​ເພື່ອ​ນຳ​ໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ໃຫ້​ໄດ້​ຮັບ​ໝາກຜົນ​ດີ​ຂຶ້ນ​

ທີ່ມາ ໜັງສືພິມລາວພັດທະນາ

ລພນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...