spot_img
Homeຂ່າວພາຍ​ໃນສະຫາຍ ວັນໄຊ ແພງຊຸມມາ ໄດ້ເປັນເລຂາພັກແຂວງ ຫົວພັນ

ສະຫາຍ ວັນໄຊ ແພງຊຸມມາ ໄດ້ເປັນເລຂາພັກແຂວງ ຫົວພັນ

Published on

10246270_446394775564308_1858519122105334291_n

ຂປລ. ກອງປະຊຸມໃຫຍ່ ຄັ້ງທີ  IX ຂອງອົງຄະນະພັກ ແຂວງຫົວພັນ ໄດ້ສຳເລັດລົງຢ່າງຈົບງາມ ໃນວັນທີ 5 ພະຈິກ 2015 ນີ້ ພາຍຫລັງ​ ໄດ້ດຳເນີນ ມາເປັນເວລາ 2 ວັນ ທີ່ສະໂມສອນແຂວງ, ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ຄຳຮຸ່ງ ເຮືອງວົງສີ ເລຂາພັກແຂວງ ເຈົ້າແຂວງໆຫົວພັນ, ເຂົ້າຮ່ວມ ເປັນກຽດຂອງ ສະຫາຍ ພັນຄຳ ວິພາວັນ ກຳມະການ ກົມການເມືອງ ສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງສຶກສາທິການ ​ແລະ ກິລາ, ມີຜູ້ຕາງໜ້າຈາກ ຄະນະຈັດຕັ້ງສູນກາງພັກ, ຄະນະໂຄສະນາອົບຮົມ ສູນກາງພັກ, ອະດີດຄະນະ ບໍລິຫານງານພັກແຂວງ, ການນຳແຂວງຫລວງພະບາງ, ຊຽງຂວາງ ແລະ ພະນັກງານ ອາວຸໂສບຳນານເຂົ້າຮ່ວມ, ມີຜູ້ແທນສົມບູນ 237 ສະຫາຍ, ຍິງ 28 ສະຫາຍ ທີ່ຕ່າງໜ້າໃຫ້ແກ່ ສະມາຊິກພັກ ທົ່ວແຂວງຫົວພັນ  ຈຳນວນ 14.330 ສະຫາຍ.

ກອງປະຊຸມ ໄດ້ຮັບຟັງບົດລາຍງານການເມືອງ ຈາກສະຫາຍເລຂາຄະນະ ບໍລິຫານງານພັກແຂວງ ​ເຊິ່ງໄດ້ຍົກໃຫ້ເຫັນໝາກຜົນ ຂອງການຈັດຕັ້ງປະຕິບັດ ມະຕິ ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງຕົນ ໃນໄລຍະ 5 ປີຜ່ານມາ ເປັນຕົ້ນ ໄດ້ເຮັດໃຫ້ແຂວງຫົວພັນ ໃຫ້ມີຄວາມສະຫງົບປອດໄພ, ລະບົບການເມືອງ ມີສະຖຽນ ລະພາບ, ສັງຄົມມີຄວາມເປັນ ລະບຽບຮຽບຮ້ອຍໂດຍພື້ນຖານ, ຊຸກຍູ້ການພັດທະນາທາງດ້ານ ເສດຖະກິດ-ສັງຄົມ ໄດ້ມີບາດກ້າວຂະຫຍາຍ ຕົວຢ່າງບໍ່ຢຸດຢັ້ງ.ກອງປະຊຸມ ໄດ້ປະກອບຄຳຄິດຄຳເຫັນ ເພື່ອເຮັດໃຫ້ກອງປະຊຸມ ມີເນື້ອໃນເລິກເຊິ່ງຄົບຖ້ວນ, ພ້ອມທັງໃຊ້ສິດ ປະຊາທິປະໄຕ ປ່ອນບັດຄັດເລືອກ ເອົາຄະນະ ບໍລິຫານງານພັກ ແຂວງຫົວພັນ ຊຸດທີ IX ຈຳນວນ 33 ສະຫາຍ, ຍິງ 4 ສະຫາຍ. ກອງປະຊຸມ ຄັ້ງປະຖົມມະລຶກ ໄດ້ເຫັນດີເປັນເອກະພາບ ເລືອກຕັ້ງ ເອົາຄະນະປະຈຳພັກແຂວງ ຈຳນວນ 11 ສະຫາຍ, ຍິງ 1 ສະຫາຍ ແລະ ເລືອກເອົາ ສະຫາຍ ວັນໄຊ ແພງຊຸມມາ ເປັນເລຂາຄະນະ ບໍລິຫານງານພັກແຂວງ, ສະຫາຍ ຄຳວອນ ບຸນທະວົງ, ສະຫາຍ ຄຳຜິວ ວົງສະຫວັນ ແລະ ສະຫາຍນາງ ແພງ ກັນຍາພິມ ເປັນຮອງເລຂາ, ເລືອກເອົາສະຫາຍ ຄຳສອນ ເທບວົງຊຳ ເປັນປະທານກວດກາ. ທີ່ປະຊຸມຍັງໄດ້ປ່ອນບັດຄັດເລືອກ ເອົາຜູ້ແທນສົມບູນ ເພື່ອເຂົ້າຮ່ວມ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກ ຈຳນວນ 33 ສະຫາຍ ແລະ ຜູ້ແທນສຳຮອງ 3 ສະຫາຍ.

ກອງປະຊຸມ ໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ພັນຄຳ ວິພາວັນ, ​ກ່ອນອື່ນ ທ່ານໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ ທີ່ແຂວງຫົວພັນ ຍາດມາໄດ້ ໃນໄລຍະ 5 ປີ ຜ່ານມາ ພ້ອມດຽວກັນນີ້ ທ່ານຍັງໄດ້ເນັ້ນ ບາງບັນຫາສຳຄັນ​ທີ່ຕ້ອງເພີ່ມທະວີການ ຊີ້ນຳ-ນຳພາ ເພື່ອຮັບປະກັນ ເຮັດໃຫ້ທົ່ວ ແຂວງຫົວພັນ ມີສະຖຽນລະພາບ ທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ. ເພີ່ມທະວີຄວາມ ສາມັກຄີ ເປັນປຶກແຜນ ແໜ້ນໜາ ຂອງປະຊາຊົນບັນດາເຜົ່າ ຕິດພັນກັບມູນເຊື້ອປະຕິວັດ, ມູນເຊື້ອວິລະຊົນ ຂອງແຂວງຫົວພັນ, ເປັນປັດໄຈພື້ນຖານ ຮັບປະກັນໃຫ້ ແຂວງຫົວພັນ ມີການພັດທະນາ. ຄະນະພັກທຸກຂັ້ນ ຕ້ອງສືບຕໍ່ຄົ້ນຄວ້າ, ກຳນົດໃຫ້ຈະແຈ້ງລະອຽດຕື່ມ ກ່ຽວກັບການກຳນົດ ທ່າແຮງຂອງແຂວງ ແລະ ຂອງແຕ່ລະທ້ອງຖິ່ນ ເພື່ອນຳໃຊ້ທ່າແຮງດັ່ງກ່າວ ເຂົ້າສູ່ການພັດທະນາ ເຂົ້າສູ່ການແກ້ໄຂລຶບລ້າງຄວາມທຸກຍາກ ຍົກລະດັບຊີວິດການເປັນຢູ່ ທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນ ບັນດາເຜົ່າໃຫ້ດີຂຶ້ນ. ສະເໜີໃຫ້ການນຳແຂວງເອົາໃຈໃສ່ຄົ້ນຄວ້າ ຖອດຖອນບົດຮຽນ ຂອງບັນດາແຂວງຕ່າງໆ ໃນທົ່ວປະເທດ ເພື່ອນຳເອົາ ບົດຮຽນເຫລົ່ານັ້ນ ມານຳໃຊ້ ແລະ ປັບປຸງແກ້ໄຂບັນຫາຂອງຕົນ, ພ້ອມນັ້ນຕ້ອງເອົາໃຈໃສ່ຮ່ວມມື ໃຫ້ແໜ້ນແຟ້ນກັບບັນດາແຂວງ ທີ່ໃກ້ຄຽງ ແລະ ເພື່ອນບ້ານຫວຽດນາມ ເພື່ອຜົນປະໂຫຍດ ການພັດທະນາຮ່ວມກັນ ເປັນຕົ້ນ ການຮ່ວມມື ດ້ານວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການທ່ອງທ່ຽວ, ການອະນຸລັກມູນເຊື້ອປະຫວັດສາດ, ວັດທະນະທຳ ແລະ ອື່ນໆ. ເອົາໃຈໃສ່ປັບປຸງ ອຳນາດການປົກຄອງທຸກຂັ້ນ ໃຫ້ເຂັ້ມແຂງ, ໂປ່ງ​ໄສເປັນທີ່ເພິ່ງ ຂອງປະຊາຊົນຢ່າງແທ້ຈິງ ໝາຍຄວາມວ່າຕ້ອງປົກຄອງ ໂດຍຄວາມຍຸຕິທຳ, ການປົກຄອງຕ້ອງຢຶດໝັ້ນ ຕາມຫລັກຂອງກົດໝາຍ, ບໍ່ເລືອກປະຕິບັດ, ບໍ່ລຳອຽງ, ບໍ່ສວຍໃຊ້ໂອກາດ, ບໍ່ສວຍໃຊ້ໜ້າທີ່ຕຳແໜ່ງ, ບໍ່ແລ່ນນຳສິດຜົນປະໂຫຍດສ່ວນຕົວ, ບໍ່ຈຸ້ມເຈື້ອເຊື້ອສາຍ ແລະ ພັກພວກ. ປັບປຸງແບບແຜນ ວິທີເຮັດວຽກ ແລະ ແບບແຜນວິທີນຳພາ ຂອງຄະນະບໍລິຫານງານພັກແຂວງ ແລະ ຄະນະພັກແຕ່ລະຂັ້ນ ໃຫ້ໜັກແໜ້ນເຂັ້ມແຂງປອດ​ໄສ ກ່ອນອື່ນໝົດ ຕ້ອງຢຶດໝັ້ນຫລັກການລວມສູນ ປະຊາທິປະໄຕ ຕົກລົງເປັນໝຸ່ຄະນະ ແລະ ບຸກຄົນຮັບຜິດຊອບແທ້ຈິງ ຕາມລະບຽບຂອງພັກ.

ສຳລັບຄະນະບໍລິຫານງານພັກ ແຂວງຫົວພັນຊຸດໃໝ່ ​ແມ່ນ​ໄດ້ສ່ອງແສງໃຫ້ເຫັນ ເຖິງລັກສະນະສືບທອດຕໍ່ເນື່ອງ, ມີທັງຕົວແທນ ​ເພດ, ເຜົ່າ, ຮຸ່ນອາວຸໂສ, ຮຸ່ນກາງ ແລະ ຮຸ່ນໜຸ່ມ ​ເຊິ່ງແຕ່ລະສະຫາຍ ລ້ວນແຕ່ແມ່ນຜູ້ທີ່ມີເງື່ອນໄຂ, ມາດຖານຄົບຖ້ວນ ສະນັ້ນ ສະຫາຍ ຄະນະບໍລິຫານງານຊຸດໃໝ່ ຕ້ອງເພີ່ມທະວີຄວາມ ໜັກແໜ້ນ ທາງດ້ານການເມືອງ, ມີຄຸນສົມບັດສິນທຳປະຕິວັດ, ມີແບບແຜນວີທີ່ເຮັດວຽກ, ມີຫົວຄິດປະດິດສ້າງ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ ຕໍ່ໜ້າທີ່ການເມືອງຂອງຕົນ.

hp-seces33-810x608

ຂ່າວແລະຮູບຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...