Homeຂ່າວຕ່າງປະເທດໂຮງງານຖະຫລົ່ມຢູ່ປາກີສະຖານ ເສຍຊີວິດຢ່າງໜ້ອຍ 18 ຄົນ ຄາດອາດມີຜູ້ຕິດຄ້າງນັບຮ້ອຍ!

ໂຮງງານຖະຫລົ່ມຢູ່ປາກີສະຖານ ເສຍຊີວິດຢ່າງໜ້ອຍ 18 ຄົນ ຄາດອາດມີຜູ້ຕິດຄ້າງນັບຮ້ອຍ!

Published on

PAKISTAN-FACTORY-ACCIDENT

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ພະຈິກນີ້ວ່າ ໂຮງງານຜະລິດກະເປົາແຫ່ງໜຶ່ງ ໃນເຂດອຸດສາຫະກຳ ໃກ້ກັບເມືອງລາຮໍ ທາງພາກຕາເວັນອອກ ປະເທດປາກີສະຖານ ໄດ້ພັງຖະຫລົ່ມລົງມາ ໃນວັນພຸດທີ 4 ພະຈິກຜ່ານມານີ້ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 18 ຄົນ ໃນຂະນະທີ່ທີມກູ້ໄພ ສາມາດຊ່ວຍເຫລືອ ຜູ້ທີ່ໄດ້ຮັບບາດເຈັບ ອອກມາໄດ້ແລ້ວ 40 ຄົນ ໂດຍທ່ານ ຄາຊີບ ນາຊີ ເຈົ້າໜ້າທີ່ກູ້ໄພ ໄດ້ຄາດວ່າ ອາດມີກຳມະກອນ ຕິດຄ້າງຢູ່ພາຍໃຕ້ ຊາກຫັກພັງຂອງອາຄານ ປະມານ 150 ຄົນ ຊຶ່ງເບື້ອງຕົ້ນ ແມ່ນຍັງບໍ່ທັນມີການລະບຸ ເຖິງສາເຫດຕົ້ນຕໍ ຂອງເຫດເສົ້າສະຫລົດໃນຄັ້ງນີ້.

 

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...