Homeຂ່າວຕ່າງປະເທດນາຍົກລັດຖະມົນຕີຣູມານີລາອອກ ສະແດງຄວາມຮັບຜິດຊອບ ເຫດໄຟໄໝ້ຮ້ານບັນເທີງ!

ນາຍົກລັດຖະມົນຕີຣູມານີລາອອກ ສະແດງຄວາມຮັບຜິດຊອບ ເຫດໄຟໄໝ້ຮ້ານບັນເທີງ!

Published on

EyWwB5WU57MYnKOuXogjczpIcUsOw6R7OekSMXWN88PhEfhhYHgMYt

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ພະຈິກນີ້ວ່າ ທ່ານ ວິກເຕີ້ ພອນຕາ ນາຍົກລັດຖະມົນຕີຣູມານີ ໄດ້ປະກາດລາອອກຈາກຕຳແໜ່ງ ໃນມື້ວານນີ້ (4 ພະຈິກ) ເພື່ອສະແດງຄວາມຮັບຜິດຊອບ ຕໍ່ເຫດໂສກນາຕະກຳ ໄຟໄໝ້ຮ້ານບັນເທີງ ໂຄເລັກທີບ ໃຈກາງນະຄອນຫລວງບຸບກາແຣັດ ຊຶ່ງຕົ້ນເຫດເກີດຈາກ ການຈູດພຸດອກໄມ້ໄຟ ປະກອບແສງສີສຽງຂອງວົງດົນຕີ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດ 32 ຄົນ ແລະ ບາດເຈັບກ່ວາ 130 ຄົນ ໃນມື້ວັນທີ 30 ຕຸລາຜ່ານມາ.

ທັງນີ້ ເນື່ອງຈາກຄືນວັນທີ 3 ພະຈິກຜ່ານມາ ໄດ້ມີປະຊາຊົນຊາວຣູມານີ ປະມານ 20,000 ຄົນ ໄດ້ອອກມາໂຮມຊຸມນຸມປະທ້ວງ ສະແດງຄວາມບໍ່ພໍໃຈ ແລະ ຮຽກຮ້ອງໃຫ້ລັດຖະບານສະແດງຄວາມຮັບຜິດຊອບ ພ້ອມທັງກົດດັນໃຫ້ນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງພາຍໃນລາອອກ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...