Homeຂ່າວພາຍ​ໃນເກົາຫລີໃຕ້ ຈະເປີດຮັບແຮງງານລາວ ເຂົ້າໄປເຮັດວຽກໃນປະເທດ ທ້າຍປີນີ້!

ເກົາຫລີໃຕ້ ຈະເປີດຮັບແຮງງານລາວ ເຂົ້າໄປເຮັດວຽກໃນປະເທດ ທ້າຍປີນີ້!

Published on

laos-korea

​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 3 ພະຈິກ​ນີ້, ຢູ່​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ, ​​ທ່ານ ດຣ. ຄຳ​ແພງ ​ໄຊ​ສົມ​ແພງ ລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງານ​ ​ແລະ ສະຫວັດ​ດີກາ​ນສັງຄົມ ໄດ້​ຕ້ອນຮັບ​ທ່ານ​​ ກິມ ຊູ ວອນ (Kim Soo-Gwon) ​ເອກ​ອັກຄະ​ລັດຖະທູດ ສ.​ເກົາຫລີ​ ປະ​ຈໍາລາວ ​​ເຂົ້າ​ພົບ​ປະ​ເພື່ອປຶກສາ​ຫາລື​ເຖິງ​ຫລາຍ​ບັນຫາ​ທີ່​ພົວພັນ​ກັບ​ວຽກ​ງານ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ.

ທ່ານ​ທູດ ຍັງ​ໄດ້​​ຖື​ໂອກ​າດດັ່ງກ່າວ ​ແຈ້ງ​ໃຫ້​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງານ ​ແລະ​ ສະຫວັດດີ​ການ​ສັງຄົມ​ ຮັບ​ຮູ້​ໃນ​ເບື້ອງ​ຕົ້ນກ່ຽວ​ກັບ​ການ​ຮ່ວມ​ມື​ຊ່ວຍ​ເຫລືອ​ຂອງ ລັດຖະບານ ສ.​ເກົາຫລີ ​ແກ່​ ສປປ ລາວ, ​​​ໃນ​ດ້ານ​​ແຮງ​ງານ ​ແລະ ສະ​ຫວັດ​ດີກາ​ນສັງຄົມ, ​ເຊິ່ງຈະ​ມີ​ການ​ເຊັນ​ສັນຍາ​ຮັບ​ເອົາ​ແຮງ​ງານ​ລາວ​ໄປ​ເຮັດ​ວຽກ​ຢູ່ ສ.​ເກົາຫລີ ​ໃນ​ທ້າຍ​ປີ​ນີ້ ແລະ ພ້ອມ​ນັ້ນ ຍັງ​​ໃຫ້​ທຶນ​ຊ່ວຍ​ເຫລືອ​​ທຸກ​ດ້ານ​​ໃນ​ການພັດທະນາ​ສີມື​ແຮງ​ງານ ລາ​ວ-​ເກົາຫລີ.

ທ່ານ​ທູດ​ກ່າວ​ວ່າ: ລັດຖະບານ​ ສ.​ເກົາຫລີ ຍິນ​ດີ​ຮັບ​ເອົາ​ແຮງ​ງານ​ຈາກ ສປປ ລາວ​ໄປ​ເຮັດ​ວຽກຢູ່ ສ.​ເກົາຫລີ ເພື່ອ​ປະກອບ​ເຂົ້າ​ໃນຂະ​ແໜງ​ການ​ຕ່າງໆ ທີ່​ສາມາດປະກອບ​ເປັນ​ອາຊີບ ​ແລະ ສ້າງ​ໃຫ້​​ແຮງ​ງານລາວ​ເປັນ​ແຮງ​ງານ​ທີ່​ມີ​ສີມື​, ​ສ້າງ​ນາຍ​ຊ່າງ​ໃຫ້​ມີ​ຄຸນ​ນະພາ​ບ ​ແລະ ສ້າງ​ວຽກ​ເຮັດ​ງາ​ນທຳ​ທີ່​ເປັນ​ຫລັກ​ແຫລ​ງ​ໃຫ້​ແກ່​ຄອບຄົວຂອງ​ເຂົາ​ເຈົ້າ.

ທ່ານ ດຣ. ຄຳ​ແພງ ​ໄຊ​ສົມ​ແພງ ​ໄດ້​ຖື​ໂອກາດ​ນີ້ ຕາງໜ້າ​ລັດຖະບານ​ລາວ ຂອບ​ໃຈ​ອີກ​ເທື່ອ​ໜຶ່ງ​ ​ໃນ​ການ​ຊ່ວຍ​ເຫລືອ​ຂອງ ສ.​ເກົາຫລີ ​​ໃນ​ການ​​ແກ້​ໄຂວຽກ​ເຮັດ​ງານ​ທຳ​​ໃຫ້​ແຮງ​ງານ​ລາວ ​ແລະ ຊ່ວຍ​​ເຮັດ​​ໃຫ້​ເຂົາ​​ເຈົ້າ​​ ກາຍ​ເປັນ​ນາຍ​ຊ່າງ​ທີ່​ມີ​ສີມື​ດີ ສາມາດ​ກຸ້ມ​ຕົນ​ເອງ ​ແລະ ຄອບຄົວ​ໄດ້.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...