Homeຂ່າວເຫດການສະພາແຫ່ງຊາດ ລາວ-ຮົງກາລີ ປຶກສາຫາລືແລກປ່ຽນ ຄຳຄິດເຫັນຮ່ວມກັນ

ສະພາແຫ່ງຊາດ ລາວ-ຮົງກາລີ ປຶກສາຫາລືແລກປ່ຽນ ຄຳຄິດເຫັນຮ່ວມກັນ

Published on

panee-hong

ຂປລ. ​ໃນ​ວັນ​ທີ 5 ພະຈິກ 2015 ນີ້ ທີ່​ສະພາ​ແຫ່ງ​ຊາດ ທ່ານນາງ​ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ​ແຫ່ງ ສປປ ລາວ​ ​ແລະ ຄະນະ​ໄດ້​ຕ້ອນຮັບ ​ແລະ ພົບ​ກັບ​ ທ່ານ ລາຊ​ໂລ ​ໂກ​ເວ ປະທານ​ສະພາ​ແຫ່ງ​ຊາດ ​​ແຫ່ງ ຮົງ​ກາລີ ​ພ້ອມຄະນະ ​​ເພື່ອ​ປືກສາ​ຫາລື ​ແລກປ່ຽນ​ຄໍາ​ຄິດ​ຄໍາ​ເຫັນ ​ແລະ ປະສົບ​ປະການ​ນໍາ​ກັນ​ ກ່ຽວ​ກັບ​ການ​ປະຕິບັດ​ໜ້າ​ທີ່​ ຂອງ​ສອງ​ສະພາ​ແຫ່ງ​ຊາດ ​​ໃນ​ໂອກາດ​ທີ່ທ່ານ ​ແລະ ຄະນະ​ເດີນທາງ​ມາ​ຢ້ຽມຢາມ​ ສັນຖະ​ວະໄມຕີ ສປປ ລາວ ​ຢ່າງ​ເປັນ​ທາງ​ການ ​ວັນ​ທີ 4-6 ​ເດືອນພະຈິກນີ້.

ໃນ​ໂອກາດ​ພົບ​ປະ ສອງ​ຝ່າຍ​ໄດ້​ພ້ອມ​ກັນ ​ຕີ​ລາ​ຄາ​ແລກປ່ຽນ​ຄໍາ​ຄິດ​ຄໍາ​ເຫັນ ​ກ່ຽວກັບ​ການ​ປະຕິບັດ​ໜ້າ​ທີ່​ ຂອງ​ ສ​ອງສະພາ​ແຫ່ງ​ຊາດ​ ໃນ​ໄລຍະ​ຜ່ານ​ມາ​ ເຊິ່ງ​ເຫັນ​ວ່າ​ສອງ​ສະພາ​ແຫ່ງ​ຊາດ​ ລາວ–ຮົງ​ກາລີ ​ໄດ້​ມີ​ການສະໜັບສະ​ໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ເວທີ​ພາກ​ພື້ນ ​ແລະ ສາກົນ​ ຢ່າງ​ຕໍ່​ເນື່ອງ​ ອັນ​ໄດ້​ປະກອບ​ສ່ວນ​ ສ້າງ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ກັນ ລະ​ຫວ່າງລັດຖະບານ ​ແລະ ປະຊາຊົນ​ສອງ​ຊາດ ​ເຮັດ​ໃຫ້ການ​ຮ່ວມ​ມື​ດ້ານ​ຕ່າງໆ​ ໄດ້​ຮັບ​ການ​ພັດທະນາ​ດີ​ຂຶ້ນ​ ຕາມ​ລໍາດັບ.ໃນ

​ໂອກາດ​ພົບ​ປະ​ດັ່ງກ່າວ ທ່ານນາງ ​ປານີ ຢາ​ທໍ່​ຕູ້ ຍັງ​ໄດ້​ສະ​ເໜີ​ໃຫ້​ ສອງ​ສະພາ​ແຫ່ງ​ຊາດ​ລາວ ​ແລະ ຮົງ​ກາລີ ​ຄວນ​ມີ​ການ​ແຕ່ງ​ຕັ້ງ​ຄະນະ​ ມິດຕະພາບ​ລັດຖະສະພາ​ຂອງ​ຕົນ ​ເພື່ອ​ເປັນ​ເສນາ​ທິການ​ ໃນ​ການ​ປະສານ​ງານ ​ແລະ ​ແລກປ່ຽນ​ຖອດ​ຖອນ​ບົດຮຽນ​ເຊິ່ງກັນ ​ແລະ ກັນ​ ກ່ຽວ​ກັບ​ວຽກ​ງານ​ຕ່າງໆ​ ຂອງ​ສະພາ​ແຫ່ງ​ຊາດ, ​ໃຫ້ສະພາ​ແຫ່ງ​ຊາດ​ ຮົງ​ກາລີ​ ພິຈາລະນາ​ຄວາມ​ເປັນ​ໄປ​ໄດ້​ ໃນ​ການ​ແລກປ່ຽນ​ບົດຮຽນ​ ກ່ຽວ​ກັບ​ການ​ພັດທະນາ​ຄວາມ​ສາມາດ ​ຂອງ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ ​ແລະ ການ​ຊຸກຍູ້​ສົ່ງ​ເສີມ​ ການ​ພັດທະນາ​ຊັບພະຍາກອນ​ມະນຸດ​ ໃນ​ຂົງ​ເຂດ​ນິຕິບັນຍັດ ​ແລະ ​ພາສາ​ອັງກິດ​ ໃຫ້​ແກ່​ສະພາ​ແຫ່ງ​ຊາດ​ແຫ່ງ ສປປ ລາວ, ​ສະ​ເໜີ​ ໃຫ້​ປະທານ​ສະພາ​ຮົງ​ກາລີ ຊຸກຍູ້​ລັດຖະບານ​ຮົງ​ກາລີ ​ເພີ່ມ​ທະ ວີ​ການ​ຮ່ວມ​ມື​ຊ່ວຍ​ຊຸກຍູ້​ ບັນດາ​ນັກ​ລົງທຶນ, ນັກ​ທ່ອງ​ທ່ຽວ​ຂອງ​ຮົງ​ກາລີ ​ເຂົ້າ​ມາ​ທ່ອງ​ທ່ຽວ​ຢູ່ ສປປ ລາວ ​ໃຫ້​ຫລາຍ​ຂຶ້ນ​ຕາມ​ຂະ​ແໜງ​ການ​ ທີ່​ສອງ​ຝ່າຍ​ມີ​ທ່າ​ແຮງ, ສອງ​ສະພາ​ແຫ່ງ​ຊາດ​ ສືບ​ຕໍ່​ຮ່ວມ​ມື​ກັນ​ໃນ​ເວທີ​ສາກົນ ​ໂດຍ​ສະ​ເພາະ​ສະຫະພັນ​ລັດຖະສະພາ​ສາກົນ(IPU) ອາ​ເຊັບ (ASEP) ​ແລະ ອື່ນໆ ​ເພື່ອ​ນໍາ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ ມາສູ່​ປະຊາ​ຊົນ​ສອງ​ຊາດ ທັງ​ເປັນ​ການ​ປະກອບ​ສ່ວນ​ເສີມ​ສ້າງສັນ​ຕິ​ພາບ, ມິດຕະພາບ ​ແລະ ການ​ຮ່ວມ​ມື ​ເພື່ອ​ການ​ພັດທະນາ​ໃນ​ຂົງ​ເຂດ ​ແລະ ​ໃນ​ໂລກ.

ແຫລ່ງຂ່າວ:
ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...