Homeຂ່າວພາຍ​ໃນການຊົກຄັ້ງນີ້ຄົງຈະບໍ່ລໍຖ້າເສຍເວລາລ້າໆເນາະ

ການຊົກຄັ້ງນີ້ຄົງຈະບໍ່ລໍຖ້າເສຍເວລາລ້າໆເນາະ

Published on

ອາເມຍ ຂ່ານ ນັກຊົກຊາວອັງກິດເຊື້ອສາຍປາກີສະຖານ ບັນລຸຂໍ້ຕົກລົງຂື້ນສັງວຽນອຳລາ ແມນນີ ປາກຽວ ຍອດກຳປັ້ນຂວັນໃຈຊາວຟິລິບປິນປີ 2016 ນັບຕັ້ງແຕ່ການເຈລະຈາທີ່ຈະຊົກກັບ ຟລອຍດ໌ ເມເວທເທີ ຈູເນຍ ລົ້ມເຫຼວເມື່ອ 2 ປີກ່ອນ

ສື່ໜັງສືພິມຂອງອັງກິດລາຍງານວ່າ ຂ່ານ ຍອມຮັບເງື່ອນໄຂທຸກເງື່ອນໄຂໃນການຊົກກັບແຊ້ມໂລກ ໃນວັນທີ 4 ເມສາ 2016 ທີ່ ລາສ ເວກັສ ແລະ ສົ່ງເອກະສານເຖິງມື ບ໊ອບ ອາຣັມ ໂປຣໂມເຕີຂອງ ປາກຽວ

ນັບວ່າເປັນການຊົກຄັ້ງປະຫວັດສາດ ເນື່ອງຈາກຄັ້ງໜື່ງທັງສອງເຄີຍເປັນຄູ່ຊ້ອມກັນມາກ່ອນທີ່ ໄວລ໌ ກາດ ຢິມ ຂອງ ເຟຣດດີ ໂຣຊ ຕັ້ງຢູ່ໃນ ຮອລລີວູດ ກ່ອນໜ້າທີ່ໜຸ່ມຈາກເມືອງ ໂບລຕັນ ຈະຂໍແຍກທາງໄປຮ່ວມງານກັບ ເວີຈິລ ຮັນເຕີ ເທຣນເນີຂອງ ອັງ ເດຣ ວອດ ນັກຊົກຊາວອາເມຣິກາ

ປາກຽວ ຢູ່ລະຫວ່າງການພັກຟື້ນອາການເຈັບບ່າຂວາ ຕັ້ງແຕ່ກ່ອນຂື້ນຊົກກັບ ຟລອຍດ໌ ອະດີດກຳປັ້ນບໍ່ເຄີຍແພ້, ແຕ່ວ່າກຳນົດຂື້ນສັງວຽນອີກຄັ້ງໃນເດືອນເມສາ ໂດຍບໍ່ກຳນົດເຫຍື່ອລາຍຕໍ່ໄປ ໂດຍມີ ອາເມຍ ຂ່ານ ໄວ 28 ປີ ຕິດຕົວເຕັງຮ່ວມກັບ ທິໂມທີ ແບຣດລີ, ເທເຣນຊ໌ ຄຼໍຟອດ

British boxer Khan poses after a news conference in New Delhi

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...