spot_img
Homeມຸມຂ່າວ AECລາວພ້ອມເປັນເຈົ້າພາບ ກອງປະຊຸມລັດຖະມົນຕີ ປ້ອງກັນປະເທດອາຊຽນ ຄັ້ງທີ 10

ລາວພ້ອມເປັນເຈົ້າພາບ ກອງປະຊຸມລັດຖະມົນຕີ ປ້ອງກັນປະເທດອາຊຽນ ຄັ້ງທີ 10

Published on

chansamon

ຂປລ. ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີຊ່ວຍວ່າການ ກະຊວງປ້ອງກັນປະເທດ ໄດ້ຖະແຫລງຂ່າວ ຄວາມພ້ອມ ໃນການເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 10 ແລະ ກອງປະຊຸມປິ່ນອອ້ມ ທີ່ຈະໄດ້ຈັດຂຶ້ນໃນກາງປີ 2016 ນີ້. ເຊິ່ງການຖະແຫລງ ຂ່າວດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກ 2015 ຢູ່ ກະຊວງປ້ອງກັນປະເທດ ໂດຍມີ ທ່ານ ສະຫວັນຄອນ ຣາຊະມຸນຕຣີ ລັດຖະມົນຕີ ຊ່ວຍວ່າການ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີບັນດາຄະນະນໍາ ກົມກອງອ້ອມຂ້າງກະຊວງດັ່ງກ່າວ ພ້ອມດ້ວຍຜູ້ຕາງໜ້າສະຖານທູດ, ທູດທີ່ປືກສາຝ່າຍປ້ອງກັນຊາດ ປະເທດອາຊຽນ ເຂົ້າຮ່ວມ.

ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກ່າວວ່າ: ສະເພາະໃນທ້າຍປີ 2015 ເຊິ່ງເປັນຂີດໝາຍໃໝ່ ໃນປະຫວັດສາດຂອງການສ້າງຕັ້ງ ປະຊາຄົມ ເສດຖະກິດອາຊຽນ ຖືວ່າເປັນຜົນສໍາເລັດອັນໜຶ່ງ ຂອງຄວາມພະຍາຍາມຂອງອາຊຽນ ທີ່ຈະສ້າງຕັ້ງປະຊາຄົມດັ່ງກ່າວ ໃຫ້ມີການເປີດຕະຫລາດ ທາງດ້ານການຄ້າ ແລະ ການລົງທຶນ ຢູ່ພາຍໃນອາຊຽນໃຫ້ກວ້າງອອກ, ມີຖານການຜະລິດສິນຄ້າ ອັນໜຶ່ງອັນດຽວກັນ, ມີລະບົບການພັດທະນາເສດຖະກິດ ທີ່ເທົ່າທຽມກັນ ແລະ ມີການແຂ່ງຂັນກັນຫລາຍຂຶ້ນ.

ການເປັນເຈົ້າພາບ ແລະ ເປັນປະທານບັນດາ ກອງປະຊຸມອາຊຽນ ຂອງກອງທັບປະຊາຊົນລາວໃນຄັ້ງນີ້ ແມ່ນການປະຕິບັດສິດ ແລະ ພັນທະຂອງ ສປປ ລາວ ໃນຖານະທີ່ເປັນປະເທດ ສະມາຊິກຂອງປະຊາຄົມອາຊຽນ ໃນການເສີມຂະຫຍາຍການພົວພັນ ມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ສາກົນ. ໃນຂະນະດຽວກັນ ກໍເປັນການສ້າງເງື່ອນໄຂ ອໍານວຍຄວາມສະດວກ ໃຫ້ແກ່ຂະບວນການປົກປັກຮັກສາ ສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ທັງຍົກສູງບົດບາດ ທາງດ້ານການເມືອງ, ເສດຖະກິດ ແລະ ວັດທະນະທໍາສັງຄົມຂອງຊາດ ແລະ  ກອງທັບລາວໃນເວທີພາກພື້ນ ແລະ ສາກົນ ໃຫ້ສູງຂຶ້ນເທື່ອລະກ້າວ.

ການກະກຽມຄວາມພ້ອມນີ້ ໄດ້ແບ່ງອອກຄື: ໄລຍະທີ I ໄດ້ສໍາເລັດການສ້າງ ບັນດາເອກະສານຕ່າງໆ ແລະ ກະກຽມບຸກຄະລາກອນ ຄື: ການສ້າງແຜນ ແມ່ບົດ, ແຜນດໍາເນີນງານ, ແຕ່ງຕັ້ງຄະນະຊີ້ນໍາລວມ, ກອງເລຂາ, ບັນດາອະນຸກໍາມະການ, ຈັດຕັ້ງເຜີຍແຜ່ວຽກງານອາຊຽນ, ບົດບາດ ແລະ ຄວາມໝາຍຄວາມສໍາຄັນ ຂອງການເປັນເຈົ້າພາບ ແລະ ປະທານກອງປະຊຸມ  ແລະ ອື່ນໆ. ໄລຍະທີ II ແມ່ນໄດ້ຈັດຕັ້ງຄົ້ນຄວ້າກ່ຽວກັບ ດ້ານເນື້ອໃນຄໍາຂັວນ ຂອງກອງປະຊຸມດັ່ງກ່າວ ເຊິ່ງຄໍາຂວັນແມ່ນ “ສົ່ງເສີມການຮ່ວມມື ວຽກງານປ້ອງກັນຊາດ ເພື່ອຄວາມເຂັ້ມແຂງ ຂອງປະຊາຄົມອາຊຽນ” ແລະ ຄໍາຂັວນ ບັນດາກອງປະຊຸມປິ່ນອ້ອມອື່ນໆ ທີ່ກ່ຽວຂ້ອງ.  ສະນັ້ນ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງ ກອງປະຊຸມຕ່າງໆ ໃຫ້ມີຜົນສໍາເລັດທາງດ້ານເນື້ອໃນ, ດ້ານພິທີການ, ປ້ອງກັນຄວາມປອດໄພ ແລະ ວຽກງານຮັບປະກັນດ້ານອື່ນໆ ພວກເຮົາຍັງໄດ້ສ້າງຕັ້ງ ໜ່ວຍງານສະເພາະກິດ ຄົ້ນຄວ້າວຽກງານດ້ານຕ່າງໆ ເປັນຕົ້ນ: ໜ່ວຍງານກວດກາ ສະຖານທີ່ ຈັດກອງປະຊຸມ ແລະ ການສະເຫລີມສະຫລອງ 10 ປີ ແຫ່ງການສ້າງຕັ້ງກອງປະຊຸມ ລັດຖະມົນຕີ ປ້ອງກັນປະເທດອາຊຽນ, ຄົ້ນຄວ້າຂອງຂັວນທີ່ລະນຶກ, ແຕ່ງຕັ້ງພະນັກງານຕິດຕາມ, ພະນັກງານປະສານງານ, ພະນັກງານປ້ອງກັນໃກ້ຊິດ ແລະ ອື່ນໆ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...