Homeຂ່າວເຫດການກອງປະຊຸມໃຫຍ່ ຄັ້ງທີ IX ອົງຄະນະພັກແຂວງຫົວພັນ ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ ຄັ້ງທີ IX ອົງຄະນະພັກແຂວງຫົວພັນ ໄຂຂຶ້ນຢ່າງເປັນທາງການ

Published on

hauphan

ຂປລ. ກອງປະຊຸມໃຫຍ່ ຄັ້ງທີ IX ອົງຄະນະພັກ ແຂວງຫົວພັນ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 4 ພະຈິກນີ້ ທີ່ສະໂມສອນແຂວງ ພາຍໃຕ້ການເປັນປະທານ ຂອງສະຫາຍ​ ຄຳຮຸ່ງ ເຮືອງວົງສີ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆຫົວພັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ດຣ. ພັນຄຳ ວິພາວັນ ກຳມະການ ກົມການເມືອງ ສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງສຶກສາທິການ-ກິລາ, ແລະ ມີອະດີດ ຄະນະບໍລິຫານງານພັກແຂວງ, ການນຳແຂວງຫລວງພະບາງ, ຊຽງຂວາງ ແລະ ພະນັກງານອາວຸໂສບຳນານ ຜູ້ແທນກອງປະຊຸມ ເຂົ້າຮ່ວມທັງໝົດ   297    ສະຫາຍ,   ຍິງ 32  ສະຫາຍ. ໃນນີ້ມີຜູ້ແທນສົມບູນ 237 ສະຫາຍ, ຍິງ 28 ສະຫາຍ ຕາງໜ້າໃຫ້ແກ່ ສະມາຊິກພັກທົ່ວແຂວງ ຫົວພັນ  ຈຳນວນ 14.330 ສະຫາຍ.

ກອງປະຊຸມສະຫາຍ ຄຳຮຸ່ງ ເຮືອງວົງສີ ກຳມະການສູນການພັກ, ເລຂາພັກແຂວງ ເຈົ້າແຂວງຫົວພັນ ໄດ້ກ່າວເປີດກອງປະຊຸມວ່າ: ໜ້າທີ່ຄວາມສຳຄັນ ຂອງກອງປະຊຸມຄັ້ງນີ້ ຈະສຸມໃສ່ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການເມືອງ ແລະ ແຜນພັດທະນາ ເສດຖະກີດ-ສັງຄົມ 5 ປີຄັ້ງທີ 8 ແຕ່ປີ 2016-2020, ຍຸດທະສາດພັດທະນາ ແຂວງຫົວພັນ ແຕ່ນີ້ຮອດປີ 2025 ແລະ ວິໄສທັດຮອດປີ 2030, ຈະໄດ້ຮັບຟັງການ ປະກອບຄຳຄິດຄຳເຫັນ ຈາກບັນດາພະແນກການ, ກົມກອງ, ເມືອງ, ຄອບຄົວຕົວແບບ ແລະ ບັນດາແຂວງອ້ອມຂ້າງ, ຮັບຟັງບົດສຳຫຼວດ ການຊີ້ນຳ-ນຳພາ ຂອງຄະນະ ບໍລິຫານງານ ພັກແຂວງ ຊຸດທີ 8 ພ້ອມທັງຈະໄດ້ດຳເນີນ ການເລືອກຕັ້ງເອົາ ຄະນະບໍລິຫານງານ ພັກແຂວງຊຸດທີ 9 ເພື່ອເປັນຫຼັກແຫຼ່ງຄັນທຸງ ນຳພາຈັດຕັ້ງ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ປະກົດຜົນເປັນຈິງ ແລະ ຈະໄດ້ເລືອກເອົາຜູ້ແທນ ຂອງອົງຄະນະພັກແຂວງຫົວພັນ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກຕື່ມອີກ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...