Homeຂ່າວພາຍ​ໃນສຸວັນນີການຄ້າ ສະເໜີຜົນງານພ້ອມຂໍ້ມູນ ກຽມຂາຍຮຸ້ນໃນຕະຫຼາດຫຼັກຊັບ!

ສຸວັນນີການຄ້າ ສະເໜີຜົນງານພ້ອມຂໍ້ມູນ ກຽມຂາຍຮຸ້ນໃນຕະຫຼາດຫຼັກຊັບ!

Published on

E2-1

ບໍລິສັດ ສຸວັນນີ ໂຮມ ເຊັນເຕີ  ມະຫາຊົນ ເຊື່ອວ່າລາຍ ຮັບປີ 2015 ມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງຈາກປີກາຍນີ້ ແນໃສ່ນຳເງິນທີ່ໄດ້ຈາກການ ຈັດຈຳໜ່າຍຮຸ້ນ IPO ມາຂະ ຫຍາຍສາຂາຕື່ມອີກ 3 ສາຂາ ເພື່ອຮອງຮັບການຂະຫຍາຍ ຕົວຫຼັງການເປີດສະມາຄົມ ເສດຖະກິດອາຊຽນ ຫຼື AEC ໃນທ້າຍປີນີ້.
ໃນດ້ານທີ່ປຶກສາທາງ ການເງິນມີຄວາມໝັ້ນໃຈໃນ ຮຸ້ນ IPO ແລະ ຈະນຳເຂົ້າຈົດ ທະບຽນໃນຕະຫຼາດຫຼັກຊັບ ລາວໃນທ້າຍປີນີ້. ພ້ອມໃຫ້ ຄວາມໝັ້ນ ໃຈວ່າທຸລະກິດມີສັກກະຍາພາບໃນການຂະ ຫຍາຍຕົວຢ່າງວ່ອງໄວ. ປະຈຸບັນບໍລິສັດກຳລັງວາງແຜນ ການນຳສະເໜີຂໍ້ມູນແກ່ນັກລົງ ທຶນ 6 ແຂວງ ພາຍໃນປະເທດ ໃນເດືອນພະຈິກນີ້.
ໃນໂອກາດຖະແຫຼງແຜນ ທຸລະກິດ 5 ປີຂອງບໍລິສັດ ສຸ ວັນນີ ໂຮມເຊັນເຕີ ມະຫາຊົນ ໄດ້ມີຂຶ້ນໃນຕອນຄ່ຳວັນທີ 30 ຕຸລາຜ່ານມາທີ່ໂຮງແຮມດອນ ຈັນພາເລດ. ພ້ອມທັງສະເໜີ ຂໍ້ມູນແກ່ນັກລົງທຶນເພື່ອກຽມ ອອກຈັດຈຳໜ່າຍຮຸ້ນແກ່ມວນ ຊົນຄັ້ງທຳອິດ (IPO) 25 ລ້ານ ຮຸ້ນທົ່ວປະເທດ ໂດຍມີທ່ານ ນາງ ສາຍສະໝອນ ຈັນທະຈັກ ຮັກສາການສຳນັກງານກຳມະ ການຄະນະຄຸ້ມຄອງຫຼັກຊັບ, ທ່ານ ວັນຄຳ ວໍຣະວົງ ຜູ້ອຳນວຍການ ໃຫຍ່ຕະຫຼາດຫຼັກ ຊັບລາວພ້ອມດ້ວຍຄະນະບໍລິ ຫານ ບໍລິສັດ ສຸວັນນີ ໂຮມເຊັນ ເຕີ ມະຫາຊົນ ພ້ອມດ້ວຍນັກ ທຸລະກິດ, ລູກຄ້າ ແລະ ພະນັກ ງານເຂົ້າຮ່ວມ.
ທ່ານ ວັດດານາ ສຸຄະບັນ ດິດ ຮອງປະທານສະພາບໍລິ ຫານ ແລະ ຜູ້ອຳນວຍການໃຫຍ່ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນກ່າວວ່າ: ໃນນາມຜູ້ ດຳເນີນທຸລະກິດຈັດຈຳໜ່າຍ ສິນຄ້າ ແລະ ບໍລິການທາງດ້ານ ວັດສະດຸກໍ່ສ້າງ, ເຄື່ອງຕົບແຕ່ງ ບ້ານ ແລະ ອາຄານແບບຄົບ ວົງຈອນຜູ້ຊຶ່ງຈັດ ຈຳໜ່າຍພາຍ ໃຕ້ສູນວາງສະແດງສິນຄ້າທີ່ ທັນສະໄໝ ພາຍໃຕ້ເຄື່ອງໝາຍ ການຄ້າ “ສຸວັນນີ” ທີ່ເປັນອັນ ດັບໜຶ່ງຂອງປະເທດ ແລະ ຍັງ ຈັດຈຳໜ່າຍເຄື່ອງມືອຸປະກອນ ທີ່ໃຊ້ໃນການກໍ່ສ້າງ, ເຟີນີເຈີ, ລິບ ແລະ ຂັ້ນໄດເລື່ອນ. ປະຈຸ ບັນ ບໍລິສັດ ຢູ່ໃນລະຫວ່າງການ ວາງແຜນການ ຂະ ຫຍາຍສາ ຂາສູນຈັດຈຳໜ່າຍ.
ທ່ານ ສົມພົບ ສັກພັນພະ ນົມ ຜູ້ອຳນວຍການໃຫຍ່ ບໍລິ ສັດ ຫຼັກຊັບເອພີເອັມລາວ ຈຳ ກັດ (APMLAO) ໃນຖານະທີ່ ປຶກສາທາງການເງິນຂອງບໍລິ ສັດ ສຸວັນນີ ໂຮມເຊັນເຕີ ມະຫາ ຊົນ APMLAO ເວົ້າວ່າໃນຂະ ນະນີ້ສຳນັກງານຄະນະກຳມະ ການຄຸ້ມຄອງຫຼັກຊັບ (ສຄຄຊ) ຢູ່ໃນລະຫວ່າງ ການພິຈາລະ ນາຂໍອອກຈັດຈຳໜ່າຍຮຸ້ນສາ ມັນເພີ່ມທຶນຄັ້ງທຳອິດ (IPO) ຂອງ ບໍລິສັດ ສຸວັນນີ ໂຮມເຊັນ ເຕີ ມະຫາຊົນ ເພື່ອຂໍເຂົ້າຈົດ ທະບຽນໃນ ຕະຫຼາດຫຼັກຊັບ ລາວ (LSX) ເບື້ອງຕົ້ນຄາດວ່າ ຈະໄດ້ຮັບການອະນຸມັດ ແລະ ສາມາດເຂົ້າຊື້ – ຂາຍ ໃນ LSX ໄດ້ປະມານຕົ້ນເດືອນທັນວາ 2015 ໂດຍເງິນທີ່ໄດ້ຈາກການ ລະດົມທຶນຄັ້ງນີ້ຈະຊ່ວຍຮັບ ຮອງການຂະຫຍາຍທຸລະກິດ ຂອງສຸວັນນີໃນອະນາຄົດ ແລະ ເພີ່ມຄວາມສາມາດໃນການ ແຂ່ງຂັນໃຫ້ທັນກັບບໍລິສັດ ເພື່ອນບ້ານໃນກຸ່ມ AEC ໃນ ທ້າຍປີ 2015 ນີ້.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...