spot_img
Homeຂ່າວຕ່າງປະເທດພົບສຽງປະຫລາດໃນຫ້ອງນັກບິນ” ກ່ອນທີເຮືອບິນຣັດເຊຍ A-321 ຫາຍໄປຈາກຈໍເຣດ້າ

ພົບສຽງປະຫລາດໃນຫ້ອງນັກບິນ” ກ່ອນທີເຮືອບິນຣັດເຊຍ A-321 ຫາຍໄປຈາກຈໍເຣດ້າ

Published on

558000012718501

ເອ​ເຈນ​ຊີ ສື່​ຣັດ​ເຊຍ ອິນ​ເຕີ​ແຟກ ລາຍ​ງານ ແຫລ່ງ​ຂ່າວ​ເປີດ​ເຜີຍ​ພົບ​ກ່ອງ​ດຳ​ເຮືອບິນ​ເມ​ໂທຣ​ເຈັດ​ຣັດ​ເຊຍ A-321 ບັນ​ທຶກ​ສຽງ​ແປກປະ​ຫລາດ​ທີ່​ບໍ່​ສາມາດ​ລະ​ບຸ​ໄດ້​ຈາກ​ພາຍ​ໃນ​ຫ້ອງ​ນັກ​ບິນ​ບໍ່​ຈັກ​ວິ​ນາ​ທີ​ທີ່ ເຮືອ​ບິນ​ຈະ​ຫາຍ​ໄປ​ຈາກ​ຈໍ​ເຣດ້າ ໃນ​ຂະນະ​ທີ່​ຜູ້​ຊ່ຽວຊານ​ເລີ່ມ​ຕົ້ນ​ການ​ກວດ​ສອບ​ກ່ອງ​ດຳ​ທັງ​ສອງ​ຂອງ​ຖ້ຽວ​ບິນ​ມໍລະນະ​ນີ້ ຊຶ່ງ​ມາ​ເຖິງ​ເວລາ​ນີ້ ອີ​ຍິບປະ​ຕິ​ເສດ​ຄວາມກ່ຽວ​ພັນ​ກັບ​ການ​ຕົກ ແຕ່​ສະ​ຫະລັດ ​ຍັງ​ບໍ່​ຕັດ​ຂໍ້​ສົງ​ໄສ​ນີ້
ເດິ​ກາດ່ຽນ ສື່​ອັງ​ກິດ ລາຍ​ງານ​ມື້ວານ​ນີ້ວ່າ ເຖິງແມ່ນ​ອີ​ຍິບ​ຈະ​ປະ​ດິ​ເສດ​ຄວາມ​ກ່ຽວ​ພັນຂອງ​ກຸ່ມ​ກໍ່​ການ​ຮ້າຍ IS ແລະ​ການ​ຕົກ​ຂອງ​ເຮືອ​ບິນ​ໂດຍ​ສານ​ຣັດ​ເຊຍ​ເມ​ໂທຣ​ເຈັດ A-321 ໃນ​ຂະນະ​ທີ່​ເຈົ້າ​ຫນ້າທີ່​ສະ​ຫະລັດ​ຍັງ​ຄົງ​ບໍ່​ຕັດ​ປະ​ເດັນ​ນີ້​ອອກ​ໄປ
ຊຶ່ງ​ເປັນ​ທີ່​ຄາດ​ວ່າ​ທີມ​ເຈົ້າ​ຫນ້າທີ່​ສອບ​ສວນ​ນານາ​ຊາດ​ຈາກ ອີ​ຍິບ ຣັດ​ເຊຍ ແລະ ​ຝຣັ່ງ​ຈະ​ສະຫລຸບ​ຫລັກ​ຖານ​ທີ່​ໄດ້​ຈາກ​ສະຖານ​ທີ່​ຕົກ ແລະ​ ຈະ​ເລີ່ມ​ຕົ້ນ​ກວດ​ສອບ​ກ່ອງ​ດຳ​ທັງ​ສອງ​ກ່ອງ​ຂອງ​ເມ​ໂທຣ​ເຈັດ A-321 ທີ່​ຫາກໍ່​ພົບ​ກ່ອນ​ໜ້າ​ນີ້
​ຈາກ​ລາຍ​ງານ​ພົບ​ວ່າ ຖ້ຽວ​ບິນ 7K-9268 ໄດ້​ຫາຍ​ໄປ​ຈາກ​ຈໍ​ເຣ​ດ້າ​ຫລັງ​ຈາກ​ທີ່​​ອອກຈາກເດີ່ນບິນ​ອີ​ຍິບ Sharm el-Sheikh ໄປ​ແລ້ວ 23 ນາ​ທີ ຊຶ່ງ​ມາຈົນ​ເຖິງ​ເວລາ​ນີ້​ລາຍ​ງານ​ບັນ​ທຶກ​ໄຟ​ລ໌​ການ​ບິນ​ຢ່າງ​ເປັນ​ທາງ​ການ​ຍັງ​ບໍ່​ຖືກ​ເປີດ​ເຜີຍ ແຕ່ວ່າ​ຫລ້າ​ສຸດ​ສື່​ຣັດ​ເຊຍ​ອິນ​ເຕີ​ແຟກ ລາຍ​ງານ​ຈາກ​ແຫລ່ງ​ຂ່າວ​ທີ່​ບໍ່​ເປີດ​ເຜີຍ​ຊື່ ຊຶ່ງ​ເປັນ​ຂໍ້​ມູນ​ທີ່​ຍັງ​ບໍ່​ໄດ້ຮັບ​ການ​ຢືນຢັນ​ລະ​ບຸ​ວ່າ ມີ​ການ​ຄົ້ນ​ພົບ​ສຽງ​ທີ່​ບໍ່​ສາມາດ​ລະ​ບຸ​ໄດ້​ເກີດ​ຂຶ້ນ​ພາຍ​ໃນ​ຫ້ອງ​ນັກ​ບິນ​ຄົນ​ຂັບ​ກ່ອນ​ທີ່ ເຮືອ​ບິນ​ລຳ​ນີ້​ຈະ​ຫາຍ​ໄປ​ຈາກ​ຈໍ​ເຣ​ດ້າ​ໃນ​ມື້ວັນ​ເສົາທີ່ 31 ຕຸລາ ແຕ່​ແຫລ່ງ​ຂ່າວ​ຍັງ​ຄົງ​ຢືນຢັນ​ນັກ​ບິນ​ບໍ່​ໄດ້​ສົ່ງ​ສັນ​ຍານ​ຂໍ​ຄວາມ​ຊ່ວຍເຫລືອ
ອິນ​ເຕີ​ແຟກ​ລາຍ​ງານ​ຕໍ່ວ່າ ນັກ​ບິນ​ຖ້ຽວ​ບິນ 7K-9268ໄດ້​ລົມ​ກັບ​ຫໍ​ບັງຄັບ​ການ​ບິນ​ເປັນ​ເວລາ 4 ນາ​ທີ​ຕາມ​ປົກກະຕິ​ກ່ອນ​ທີ່​ເຮືອ​ບິນ​ຈະ​ຫາຍ​ໄປ​ຈາກ​ຈໍ​ເຣ​ດ້າ ແລະ ​ບໍ່​ມີ​ສິ່ງ​ສະແດງ​ຄວາມ​ຜິດ​ປົກກະຕິ​ອອກ​ມາ​ໃນ​ການ​ສົນທະນາ​ນັ້ນ ແຕ່​ວ່າ​ຈາກ​ຄຳ​ກ່າວ​ຂອງ​ແຫລ່ງ​ຂ່າວ​ຂອງ​ສື່​ຣັດ​ເຊຍ​ໄດ້​ໃຫ້​ລາຍ​ລະອຽດ​ວ່າ “ພົບ​ສຽງ​ທີ່​ບໍ່​ສາມາດ​ລະ​ບຸ​ທີ່​ມາ​ຫລື​ປະ​ເພດ​ໄດ້​ໃນ​ຫ້ອງ​ນັກ​ບິນ​ຂອງ​ຖ້ຽວ​ບິນ​ໂດຍ​ສານ ນີ້ ຊຶ່ງ​ຖືກ​ບັນ​ທຶກ​ໄວ້​ກ່ອນ​ທີ່​ຖ້ຽວ​ບິນ​ນີ້​ຈະ​ຫາຍ​ໄປ​ຈາກ​ຈໍ​ເຣ​ດ້າ” ແລະ ​ຂໍ້​ມູນ​ຈາກກ່ອງ​ດຳ​ສາມາດ​ຊີ້​ແຈງວ່າ “ເປັນ​ສະຖານນະການ​ທີ່ເກີດຂື້ນ​ຢ່າງກະທັນຫັນ ​ແລະ ​ຄາດ​ບໍ່​ເຖິງ” ແຫລ່ງ​ຂ່າວ​ກ່າວ
ນອກ​ຈາກ​ນີ້ RIA Novosti ສື່​ລັດຖະບານ​ຣັດ​ເຊຍ​ໄດ້​ລາຍ​ງານ​ຄຳ​ເວົ້າ​ຂອງ​ເຈົ້າ​ຫນ້າທີ່​ສອບ​ສວນ​ຄົນ​ໜຶ່ງ​ຊີ້​ວ່າ ຮູບ​ແບບ​ການ​ໄດ້ຮັບ​ບາດ​ເຈັບ​ຂອງ​ຜູ້​ໂດຍ​ສານ​ເຮັດໃຫ້​ເຂົ້າໃຈ​ໄດ້​ວ່າ ອາດ​ມີ​ການ​ລະ​ເບີດ​ຂຶ້ນ​ກ່ອນ​ທີ່​ເຮືອ​ບິນ​ຈະ​ຕົກຮອດ​ພື້ນ
ແລະ​ນອກ​ຈາກ​ນີ້​ຍັງມີ​ລາຍ​ງານ​ໃນ​ຣັດ​ເຊຍ​ເປີດ​ເຜີຍ​ວ່າ ມີ​ລູກ​ເຮືອ​ບາງ​ສ່ວນ​ກັງ​ວົນ​ໃນ​ສະພາບ​ຂອງ​ເຮືອ​ບິນ​ລຳ​ເກີດ​ເຫດ ຊຶ່ງ​ເຮັດໃຫ້​ມີ​ຜູ້​ຕັ້ງ​ຂໍ້​ສັງເກດ​ເພີ່ມ​ຫລາຍ​ຂຶ້ນ​ເຖິງ​ຄວາມ​ເປັນ​ໄປ​ໄດ້​ວ່າ ອາດ​ຄ້າຍ​ເຫດການ​ໃນ​ປີ 2001 ຊຶ່ງ​ເກີດ​ໃນ​ໄຄ​ໂລ ອີ​ຍິບ ທີ່​ບໍລິເວນ​ຫາງ​ຂອງ​ເຮືອ​ບິນ​ແອລ໌​ບັດ 321 ກະ​ທົບ​ເຂົ້າ​ກັບ​ພື້ນ​ທາງ​ລັນ​ເວ​ໃນ​ຂະນະ​ກຳ​ລັງ​​ລົງຈອດ ແລະ ​ເຮັດໃຫ້​ໂຄງ​ເຮືອ​ບິນ​ໄດ້ຮັບ​ຄວາມ​ເສຍ​ຫາຍ
ນອກ​ຈາກ​ນີ້ ສື່​ອັງ​ກິດ​ຍັງ​ລາຍ​ງານ​ເພີ່ມຕື່ມ​ວ່າ ໄດ້​ມີ​ການ​ເປີດ​ເຜີຍ​ເຖິງ​ຂໍ້​ມູນ​ການ​ບິນ​ຜ່ານ​ທາງ​ເວັບ​ໄຊຕ໌ FlightRadar24 ເວັບ​ໄຊຕ໌​ຊ່ຽວຊານ​ຕິດ​ຕາມ​ການ​ເຄື່ອນ​ໄຫວ​ຖ້ຽວ​ບິນ
ຊຶ່ງ​ຈາກ​ຂໍ້​ມູນ​ພົບ​ວ່າ ເມ​ໂທຣ​ເຈັດ A-321 ນັ້ນ​​ລະ​ດັບ​ບິນ​ສູງ​ ແລະ ​ໄວ​ກ່ອນທີ່ຈະ​ຕົກ​ລົງ​ມາ ຊຶ່ງ​ເປັນ​ຮູບ​ແບບ​ທີ່​ຜູ້​ຊ່ຽວຊານ​ບາງ​ຄົນ​ໃຫ້​ຄວາມ​ເຫັນ​ວ່າ ເປັນ​ຮູບ​ແບບ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ເຮືອ​ບິນ​ໄດ້​ເສຍ​ສ່ວນ​ຫາງ​ໄປ ຊຶ່ງ​ໄດ້ຮັບ​ການ​ຢືນຢັນ​ຈາກ​ຫລັກ​ຖານ​ພາບ​ຖ່າຍ​ຂອງ​ເຮືອ​ບິນ​ເມ​ໂທຣ​ເຈັດ A-321 ລຳ​ດຽວ​ກັນ​ນີ້​ທີ່​ໄດ້​ຖ່າຍ​ໄວ້​ໃນ​​ບໍ່​ຈັກ​ເດືອນ​ໃນ​ປີ 2015 ຊຶ່ງ​ພາບ​ຖ່າຍ​ສະແດງ​ໃຫ້​ເຫັນ​ເຖິງ​ສີ​ທີ່​ປ່ຽນ​ແລະ​ຄວາມ​ເສຍ​ຫາຍ​ໃນ​ສ່ວນ​ຫາງ
ເດິ​ກາ​ດ່ຽນ​ລາຍ​ງານ​ເພີ່ມຕື່ມ​ວ່າ ສະ​ຫະລັດ ໄດ້​ອອກ​ຄຳ​ສັ່ງ​ຫ້າມ​ບໍ່​ໃຫ້​ເຈົ້າ​ຫນ້າທີ່​ການ​ທູດ​ຂອງ​ຕົນ​ເດີນທາງ​ໃນທະເລ​ໄຊ​ນາຍ ໃນ​ຂະນະ​ທີ່​ເຈມສ໌ ແຄບ​ເຕີ ຜູ້​ອຳ​ນວຍ​ການ​ສຳ​ນັກ​ງານ​ສອບ​ສວນ​ກາ​ງຂອງສະ​ຫະລັດ CIA ຢືນຢັນ​ວ່າ ຍັງ​ບໍ່​ສາມາດ​ຕັດ​ປະ​ເດັນ​ຂໍ້​ສົງ​ໄສ​ກໍ່​ການ​ຮ້າຍ​ອອກ​ໄປ​ໄດ້ ເຖິງແມ່ນ​ຈະ​ຍອມ​ຮັບ​ວ່າ ໃນ​ຂະນະ​ນີ້​ຍັງ​ບໍ່​ມີ​ຫລັກ​ຖານ​ສະແດງ​ຄວາມ​ເຊື່ອມ​ໂຍງ​ໃຫ້​ເຫັນ​ວ່າ ເຮືອ​ບິນ​ໂດຍ​ສານ​ຣັດ​ເຊຍ​ຖືກ​ກຸ່ມ​ກໍ່​ການ​ຮ້າຍ IS ເຮັດໃຫ້​ຕົກ​ແທ້
ແຕ່​ວ່າ ປະ​ທາ​ນາ​ທິບໍ​ດີ​ອີ​ຍິບ ອັນ​ເດລ ຟາ​ຕາ ຊິ​ຊີ ຢືນຢັນ​ເຖິງ​ຄວາມ​ປອດ​ໄພ​ໃນ​ການເດີນທາງ​ເທິງ​​ທະເລ​ໄຊ​ນາຍ​ເຖິງແມ່ນ​ຈະ​ມີ​ກຸ່ມ​ຕິດ​ອາ​ວຸດ ທ້ອງ​ຖິ່ນ​ທີ່​ມີ​ຄວາມ​ເຊື່ອມ​ໂຍງ​ກັບ​ກຸ່ມ​ກໍ່​ການ​ຮ້າຍ IS ອອກ​ປະຕິບັດ​ການ​ໃນ​ບໍລິເວນ​ນັ້ນ

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...