spot_img
HomeມູມໄອທີລາວZTE ປະກາດຮ່ວມເຮັດ Smartwatch ນຳ ຈະໃຊ້ໄດ້ກັບໂທລະສັບຕົວເອງເທົ່ານັ້ນ

ZTE ປະກາດຮ່ວມເຮັດ Smartwatch ນຳ ຈະໃຊ້ໄດ້ກັບໂທລະສັບຕົວເອງເທົ່ານັ້ນ

Published on

<ignore_js_op>

ZTE ປະກາດຮ່ວມເຮັດ Smartwatch ນຳ ຈະໃຊ້ໄດ້ກັບໂທລະສັບຕົວເອງເທົ່ານັ້ນ

ຍັກໃນວົງການໂທລະສັບເບີສອງຈາກຈີນກໍຄື ZTE ປະກາດວ່າຈະເຮັດໂມງອັດສະລິຍະວາງຈຳໜ່າຍໃນປີໜ້າ ແລະໃນໄລຍະເບື້ອງຕົ້ນຈະໃຊ້ໃນໂທລະສັບຕົວເອງກ່ອນເທົ່ານັ້ນ ຖືວ່າເປັນບໍລິສັດເຮັດໂທລະສັບຫຼ້າສຸດທີ່ໄດ້ອອກມາປະກາດຮ່ວມໃນວົງການໂມງ

ເຖິງວ່າຕະຫຼາດໂມງອັດສະລິຍະໃນຕອນນີ້ອາດຈະສາມາດເວົ້າໄດ້ວ່າບໍ່ໝັ້ນຄົງ ອະນາຄົດບໍ່ຊັດເຈນແລະຂາຍໄດ້ບໍ່ດີ ແຕ່ກໍມີຜູ້ແຂ່ງຂັນໃໝ່ໆເຂົ້າມາເລື້ອຍໆ (ດ້ວຍຄວາມທີ່ຍັງຄົ້ນຫາຕົວເອງບໍ່ພົບ ເຮັດໃຫ້ຜູ້ທ້າຊິງເຂົ້າມາຮ່ວມຄົ້ນຫາອະນາຄົດນຳກັນເລື້ອຍໆ) ໃນຂະນະດຽວກັນແຕ່ລະບໍລິສັດກໍພະຍາຍາມສ້າງຈຸດເດັ່ນໃຫ້ແກ່ໂມງຕົນເອງ ແລະຂາຍຮ່ວມກັບສະມາກໂຟນ

ສຳລັບໂມງອັດສະລິຍະຂອງ ZTE ນີ້ຕັ້ງເປົ້າໄວ້ວ່າຈະວາງຂາຍໃນໄຕມາດ 2 ຂອງປີໜ້າ ຄາດກັນໄວ້ວ່າຈະມີລູກຫຼິ້ນຫຼາຍເທົ່າໆກັບ Galaxy Gear ແຕ່ຈະມີລາຄາທີ່ຖືກກວ່າ ແຕ່ໃນໄລຍະທຳອິດນີ້ຈະວາງຂາຍໃນປະເທດຈີນເທົ່ານັ້ນ ແລະຈາກນັ້ນຈະເຂົ້າສູ່ຕະຫຼາດຍຸໂຣບ ແລະອາເມຣິກາໃນພາຍຫຼັງ ແລະໄລຍະຍາງໜ້າຈະອອກໂມງອັດສະລິຍະທີ່ໃຊ້ກັບແອນດຣອຍຕົວໃດກໍໄດ້ໃນໂລກ

ທີ່ມາ:www.deklao.com

ບົດຄວາມຫຼ້າສຸດ

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...