Homeຂ່າວຕ່າງປະເທດຜູ້ນຳຈີນ ແລະ ໄຕ້ຫວັນ ນັດພົບປະກັນ ຄັ້ງທຳອິດໃນປະຫວັດສາດ ໃນຮອບ 66 ປີ!

ຜູ້ນຳຈີນ ແລະ ໄຕ້ຫວັນ ນັດພົບປະກັນ ຄັ້ງທຳອິດໃນປະຫວັດສາດ ໃນຮອບ 66 ປີ!

Published on

EyWwB5WU57MYnKOuXogjqRIwfLWRsO68kLJGWs3kTPdglazimFjqZq

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 4 ພະຈິກນີ້ວ່າ ປະທານາທິບໍດີ ໝ່າອິງຈິ່ວ ແຫ່ງໄຕ້ຫວັນ ຈະພົບປະຫາລືເປັນຄັ້ງປະຫວັດສາດ ກັບປະທານປະເທດຈີນ ສີຈິ້ນຜິງ ທີ່ປະເທດສິງກະໂປ ໃນວັນເສົາທີ 7 ພະຈິກນີ້ ຊຶ່ງຈະເຮັດໃຫ້ເປັນການພົບປະກັນ ລະຫວ່າງຜູ້ນຳຈີນ ແລະ ໄຕ້ຫວັນ ເປັນຄັ້ງທຳອິດ ໃນຮອບ 66 ປີ ນັບຕັ້ງແຕ່ການສະຖາປະນາ ສາທາລະນະລັດປະຊາຊົນຈີນ ໃນປີ 1949 ເປັນຕົ້ນມາ ຊຶ່ງໃນເວລານັ້ນ ພັກກົກມິນຕັງ ໄດ້ອອກຈາກຈີນແຜ່ນດິນໃຫຍ່ ແລ້ວມາຢູ່ເກາະໄຕ້ຫວັນ ເພື່ອຕັ້ງລັດຖະບານຂອງຕົນຂຶ້ນ ໂດຍມີນະໂຍບາຍຢາກແຍກເອກະລາດຈາກຈີນ.

ແນວໃດກໍຕາມ ໂດຍປະຕິບັດຕາມນະໂຍບາຍຈີນດຽວສອງລະບອບ ຂອງພັກກອມມູນິດຈີນ ໄດ້ເຮັດໃຫ້ຄວາມສຳພັນ ລະຫວ່າງຈີນ ແລະ ໄຕ້ຫວັນ ນັບມື້ນັບ ເພີ່ມທະວີຄວາມເປັນປຶກແຜ່ນຫລາຍຂຶ້ນ ໂດຍສະເພາະນັບຕັ້ງແຕ່ ທ່ານ ໝ່າອິງຈິວ ຫົວໜ້າພັກກົກມິນຕັງ ໄດ້ກ້າວຂຶ້ນມາດຳລົງຕຳແໜ່ງ ປະທານາທິບໍດີ ແຫ່ງເກາະໄຕ້ຫວັນ ໃນປີ 2008 ເປັນຕົ້ນມາ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...