spot_img
Homeຂ່າວການພັດທະນາປະທານປະເທດເນັ້ນ ນະຄອນຫລວງວຽງຈັນ ຕ້ອງເປັນຕົວແບບ​ໃນການພັດທະນາ!

ປະທານປະເທດເນັ້ນ ນະຄອນຫລວງວຽງຈັນ ຕ້ອງເປັນຕົວແບບ​ໃນການພັດທະນາ!

Published on

choummaly

ໃນໂອກາດໃຫ້ກຽດໂອ້ລົມ ກອງປະຊຸມໃຫຍ່ອົງຄະນະພັກ ນະຄອນຫລວງວຽງຈັນ ຜ່ານ​ມານີ້ ຂອງທ່ານປະທານປະເທດ ຈູມມາລີ ໄຊຍະສອນ ໂດຍທ່ານໄດ້ເນັ້ນວ່າ: ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນານະຄອນຫລວງວຽງຈັນໃຫ້ຫລຸດພົ້ນອອກຈາກກສະຖານະພາບຄວາມດ້ອຍພັດທະນາ, ກາຍເປັນນະຄອນທີ່ມີການພັດທະນາລະດັບປານກາງ, ໜ້າຢູ່, ຍືນຍົງ ແລະ ເປັນສູນກາງທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມຂອງປະເທດ, ກ່ອນອື່ນ ຕ້ອງສືບຕໍ່ພັດທະນານະຄອນຫລວງ ກາຍເປັນນະຄອນຈະເລີນວັດທະນາ, ໜ້າຢູ່, ສີວິໄລ, ທັນສະໄໝ ແລະ ເປັນຕົວແບບໃຫ້ແຂວງ, ນະຄອນອື່ນໆຂອງທົ່ວປະເທດ, ໂດຍສະເພາະສ້າງເງື່ອນໄຂໃຫ້ປະຊາຊົນໄດ້ມີໂອກາດ ພົວພັນຮ່ວມມືດ້ານເສດຖະກິດ, ວັດທະນະທໍາ, ການສຶກສາ, ວິທະຍາສາດ ແລະ ເຕັກໂນໂລຊີອັນໃໝ່ກັບເພື່ອນມິດສາກົນ.

ສ່ວນການພັດທະນາໃນດ້ານເສດຖະກິດ ແມ່ນຕ້ອງສູ້ຊົນປະຕິບັດບາດກ້າວບຸກທະລຸ ໃນການສ້ານະຄອນຫລວງວຽງຈັນ ເປັນໃຈກາງເສດຖະກິດຂອງປະເທດ ທີ່ມີຈັງຫວະເຕີບໂຕສູງ, ຕາມກົນໄກເສດຖະກິດຕະຫລາດ, ຫັນເປັນອຸດສະຫະກໍາ-ທັນສະໄໝ, ມີຄຸນະພາບ ແລະ ຍືນຍົງ, ຮັບປະກັນຄວາມໝັ້ນຄົງ ດ້ານສະບຽງອາຫານ, ຖືກຕາມຫລັກໂພຊະນາການ, ພັດທະນາກະສິກໍາແບບປະສົມປະສານ, ກະສິກໍາສະອາດເປັນສີນຄ້າ, ສົ່ງເສີມໂຄງການລ້ຽງສັດ ທັງແບບຄອບຄົວ ແລະ ເປັນຟາມ, ສົ່ງເສີມການສ້າງຕັ້ງກຸ່ມ ຫລື ສະຫະກອນການຜະລິດ ແລະ ບໍລິສັດຫຸ້ນສ່ວນ, ຈັດຫຕະຫລາດ ຈໍາໜ່າຍຜະລິດຕະພັນກະສິກໍາ ດ້ວຍຫລາຍຮູບການ ແລະ ປົກປ້ອງຜູ້ຜະລິດໃໝ່, ສົ່ງເສີມອຸດສະຫະກໍາປຸງແຕ່ງ ແລະຫັດຖະກໍາໃຫ້ຂະຫຍາຍຕົວຢ່າງແຂງແຮງ, ຫັນເປັນທັນສະໄໝ ແລະ ຮັບໃຊ້ການປຸງແຕ່ງວັດຖຸທີ່ຜະລິດພາຍໃນເປັນຈຸດໜັກ, ຊຸກຍູ້ທຸລະກິດຂະໜາດນ້ອຍ, ກາງ ແລະ ເສດຖະກິດຄອບຄົວໃນການຜະລິດສີນຄ້າໃຊ້ສອຍ, ສົ່ງເສີມອຸດສະຫາກໍາ-ຫັດຖະກໍາຂະໜາດໃຫຍ່ເປັນຕົ້ນ: ອຸດສະຫະກໍາສະອາດ, ປຸງແຕ່ງຜະລິດຕະພັນກະສິກໍາ, ຕັດຫຍິບ, ວັດສະດຸກໍ່ສ້າງ, ຫັດຖະກໍາຜ້າໄໝລາວ. ພ້ອມທັງເອົາໃຈໃສ່ປັບປຸງ ແລະ ຂະຫຍາຍຕາໜ່າງການຄ້າ-ບໍລິການໃຫ້ເປັນລະບົບຕ່ອງໂສ້ ແລະ ເຂົ້າສູ່ມາດຕະຖານຂອງອາຊຽນ (AEC), ຫັນຂະແໜງບໍລິການເຂົ້າໃນແຜນພັດທະນາທີ່ຍືນຍົງ, ກໍານົດເຂດພັດທະນາໃຫ້ເອກະຊົນ ມາລົງທຶນຕາມຄວາມສະໝັກໃຈບົນພື້ນຖານວິຊາອາຊີບ, ຖືກກົດໝາຍ ແລະ ເອົາໃຈໃສ່ຂະຫຍາຍ, ປັບປຸງພື້ນຖານໂຄງລ່າງດ້ານຄົມມານາຄົມ ແລະ ໄປສະນີໂທລະຄົມມະນາຄົມໃຫ້ມີຄຸນນະພາບ, ຮັບປະກັນການບໍລິການປະຊາຊົນ ມີຄວາມສະດວກວ່ອງໄວ, ທັນເວລາ, ສົ່ງເສີມການກໍ່ສ້າງຂົວ-ທາງ, ນໍ້າປະປາ ແລະ ສົ່ງເສີມການຂົນສົ່ງມວນຊົນ ທີ່ທັນສະໄໝ ເພື່ອແນໃສ່ຫລຸດຜ່ອນການຈໍລະຈອນແອອັດ. ຂະນະດຽວກັນຕ້ອງສູ້ຊົນຂຸດຄົ້ນ ແຫລ່ງລາຍຮັບງົບປະມານ ໃຫ້ໄດ້ຕາມແຜນທີ່ລັດຖະບານໄດ້ກໍານົດ, ແກ້ໄຂໜີ້ສີນເກົ່າໃຫ້ຫລຸດລົງ ແລະ ບໍ່ສ້າງໜີ້ສີນໃໝ່. ຖ້າພວກເຮົາພ້ອມກັນຈັດຕັ້ງປະຕິບັດໄດ້ຕາມທິດທີ່ກ່າວມານີ້ ກໍຈະເຮັດໃຫ້ນະຄອນຫລວງວຽງຈັນ ເປັນນະຄອນທີ່ໜ້າຢູ່ ແລະ ສາມາດຫລຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ຕາມແນວທາງນະໂຍບາຍຂອງພັກ ແລະລັດກໍານົດໄວ້ແນ່ນອນ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...