spot_img
Homeປະຊາສຳພັນຈະສະຫຼອງວັນປະດິດສະຖານ ອະນຸສອນ ເຈົ້າອະນຸວົງ ຄົບຮອບ 5 ປີ

ຈະສະຫຼອງວັນປະດິດສະຖານ ອະນຸສອນ ເຈົ້າອະນຸວົງ ຄົບຮອບ 5 ປີ

Published on

Estatua-Parque-Chao-Anouvong-Vientiane

ເມືອງ​ຈັນທະ​ບູ​ລີ ນະຄອນຫຼວງ​ວຽງ​ຈັນ ຈະ​ໄດ້​ຈັດ​ງານ​ສະເຫຼີມ​ສະຫຼອງ​ວັນ​ປະດິດສະຖານ ອະນຸສອນ ເຈົ້າ​ອະນຸວົງ ຄົບຮອບ 5 ປີ (2/11/2010-2/11/2015) ແລະ ຕັ້ງ​ກອງ​ບຸນ​ເພື່ອ​ອຸທິດ​ໃຫ້​ແກ່​ດວງ​ວິນ​ຍານ​ຂອງ​ເຈົ້າອະນຸວົງ ບັນດາ​ທ່ານ​ບັນ​ພະ​ບູ​ລຸດ ແລະ ຜູ້ນຳ​ພັກ-ລັດ​ຂອງ​ລາວ​ທີ່ໄດ້​ລ່ວງ​ລັບ​ໄປ​ແລ້ວ​ນັ້ນ ເຊິ່ງ​ຈະໄດ້​ຈັດ​ຂຶ້ນ​ລະຫວ່າງ​ວັນ​ທີ 5-9 ພະຈິກ 2015 ຢູ່​ທີ່​ສວນ​ເຈົ້າ​ອະນຸວົງ (ແຄມ​ຂອງ) ບ້ານ​ຊຽງ​ຍືນ ເມືອງ​ຈັນທະ​ບູ​ລີ.

ສຳລັບ​ງານ​ສະເຫຼີມສະຫຼອງວັນ​ປະດິດສະຖານ ​ອະນຸສອນ ເຈົ້າອະນຸວົງ ຄົບຮອບ 5 ປີ ຄັ້ງ​ນີ້ ​ທາງເຈົ້າພາບ​ແມ່ນ​ໄດ້​ຈັດ​ໃຫ້​ມີ​ຫຼາຍກິດຈະກຳ​ດັ່ງນີ້: ວັນ​ທີ 5-9 ພະຈິກ ຈັດ​ໃຫ້​ມີ​ຕະຫຼາດນັດ​ວາງສະແດງ​ສິນຄ້າ​ ຜະລິດ​ຕະ​ພັນ​ຫັດຖະ​ກຳ​ຂອງ​ຊາວບ້ານ​ຢູ່​ສວນ​ເຈົ້າອະນຸວົງ ວັນ​ທີ 7 ພະຈິກ ເປັນ​ມື້ຫ້າງ​ຫາ​ກະກຽມ​ສະຖານທີ່ ແລະ ເຄື່ອງ​ສັງຄະ​ທານ ວັນ​ທີ 8 ພະຈິກ ເປັນ​ມື້​ຕັ້ງ​ກອງ​ບຸນ 9 ກອງ ແລະ ເຄື່ອງ​ສັງຄະ​ທານ​ຕ່າງໆ ເວລາ 9:00 ໂມງ​ເຊົ້າ ມີ​ພິທີ​ແຫ່ອຸປະ​ຄຸດ (ຄອບ​ໄຄວ່) ຕາມ​ປະ​ເພນີ ຫຼັງ​ຈາກ​ນັ້ນ ເວລາ 16:00 ໂມງ​ແລງ ມີ​ການ​ສູດ​ປະລິ​ຕະ​ມຸງຄຸນ ຕອນ​ຄ່ຳ​ມີ​ການ​ຄົບງັນ​ຕາມປະເພນີ (ຟັງ​ໝໍ​ລຳ​ຄູ່-ລຳ​ກອນ) ແລະ ຮັບ​ຟັງ​ການ​ໂມທະນາ​ທານ ແລະ ວັນ​ທີ 9 ພະຈິກ ເວລາ 7:00-11:30 ໂມງ​ເຊົ້າ ມີ​ພິທີ​ໃສ່ບາດ​ພະ 121 ອົງ ຖວາຍ​ເຄື່ອງ​ສັງຄະ​ທານ​ແດ່​ພະສົງ​ສາມະເນນ ແລະ ຖວາຍ​ກອງ​ອັດຖະ​ສັງຄະທານ ເປັນ​ອັນວ່າ​ຈົບ​ພິທີ.

ດັ່ງນັ້ນ ຈຶ່ງ​ແຈ້ງ​ຂ່າວ​ບຸນ​ມາຍັງ​ບັນດາ​ທ່ານ​ຜູ້ນຳ​ພັກ-ລັດ ອົງການຈັດຕັ້ງ​ທຸກ​ພາກສ່ວນ ຫົວໜ່ວຍ​ທຸລະ​ກິດ ບໍລິສັດ​ ຫ້າງ​ຮ້ານ ຕະຫຼອດ​ຮອດ​ປະຊາຊົນ​ບັນດາເຜົ່າ ​ທີ່​ມີ​ຈິດໃຈ​ໃສ​ສັດທາ ​ໄປ​ຮ່ວມໂມທະນາ​ທານ​ນຳ​ດ້ວຍ​ເທີ້ນ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...