spot_img
Homeມູມໄອທີລາວວ້າວ! Apple ທົດສອບໜ້າຈໍໂຄ້ງແບບ OLED ຈາກ Samsung

ວ້າວ! Apple ທົດສອບໜ້າຈໍໂຄ້ງແບບ OLED ຈາກ Samsung

Published on

ຫລ້າ​ສຸດ​ເບິ່ງຄືວ່າ​ຈະ​ຮື​ຮາ​ບໍ່​ໜ້ອຍເລີຍ ເມື່ອ​ທາງ​ດ້ານ​ຂອງ Apple  ກຳ​ລັງ​ກຽມ​ທີ່​ຈະ​ທົດສອບໜ້າ​ຈໍ​ໂຄ້ງແບບ OLED ຈາກ​ຄ້າຍ Samsung ຄາດ​ກັນ​ວ່າ​ຈະ​ນຳ​ໄປ​ໃຊ້​ກັບ iPhone ໃນ​ລຸ້ນ​ປີ 2018

ໂດຍ​ກ່ອນ​ໜ້າ​ນີ້​ທາງ Apple ເຄີຍ​ນຳ​ເອົາ​ໜ້າ​ຈໍ​ດັ່ງ​ກ່າວ​ໄປ​ໃຊ້​ກັບ  Apple Watch ມາ​ແລ້ວ ຜະລິດ​ໂດຍ LG Display ແຕ່​ວ່າ​ກຳ​ລັງ​ຈະ​ມີ​ການ​ນຳ​ໄປ​ໃຊ້​ກັບ  iPhone ອີກດ້ວຍ ແຕ່​ໜ້າ​ຈໍ​ລຸ້ນ​ນີ້​ຈະ​ຜະລິດ​ໂດຍ Samsung   ແລະ​ຈະ​ມີ​ການ​ທົດສອບ​ໃນ​ໄລຍະເດືອ​ນພະ​​ຈິ​ກ​ນີ້​

A1

ທັງ​ນີ້​ຈາກ​ການ​ທີ່​ທາງ  LG Display ເປ້ນ​ຜູ້​ຜະລິດ​ໜ້າ​ຈໍ OLED ເທິງ Apple Watch ພຽງ​ລາຍ​ດຽວ ດັ່ງ​ນັ້ນ​ທາງ​ດ້ານ​ຂອງ Samsung ຈຶ່ງ​ຕ້ອງ​ການ​ເຂົ້າ​ມາ​ມີ​ສ່ວນ​ຮ່ວມ​ໃນ​ເລື່ອງ​ນີ້​ດ້ວຍ​ນັ້ນ​ເອງ ເຖິງວ່າ​ຈະ​ມີ​ເລື່ອງ​​ກັນ​ມາ​ກ່ອນ​ໜ້າ​ນີ້​ກໍ​ຕາມ

A2

ນອກ​ຈາກ​ໜ້າ​ຈໍ  OLED ແລ້ວ​ທາງ Samsung ຍັງ​ສະເໜີ​ຕົວ​ຜະລິດ​ຊິບ​ເຊັດ Apple A9 ໃຫ້​ກັບ​ທາງ Apple ອີກ​ດ້ວຍ ໃນ​ຕອນ​ນີ້​ເລີຍ​ມີ​ຜູ້​ຜະລິດ ຊິບ​ເຊັດ Apple A9 ທັງ​ຈາກ TSMC ແລະ Samsung 

ຄາດ​ກັນ​ວ່າ​ເຮົາ​ຈະ​ໄດ້​ເຫັນ iPhone ໜ້າ​ຈໍ​ໂຄ້ງ​ໃນ​ປີ 2018 ຮູບ​ຮ່າງ​ໜ້າ​ຕາ​ຈະ​ເປັນ​ຢ່າງໃດ​ນັ້ນ​ກໍ​ຕ້ອງ​ລໍຖ້າ​ຕິດ​ຕາມ​ກັນ​ຕໍ່ໄປ​ແບບ​ຍາວໆ

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...