spot_img
Homeຄວາມງາມບອກລາບັນຫາເຊວລູໄລດ້ວຍສູດຂັດຈາກກາກກາເຟ

ບອກລາບັນຫາເຊວລູໄລດ້ວຍສູດຂັດຈາກກາກກາເຟ

Published on

5.3-cellu-slim (1)
ຍັງມີອີກໜຶ່ງບັນຫາທີ່ກຳລັງລົບກວນໃຈສາວໆ ຢູ່ນັ້ນກໍ່ຄື ບັນຫາເຊວລູໄລທີ່ມີຫລາຍເກີນໄປ ຈົນເຮັດໃຫ້ຮູ້ສຶກບໍ່ໝັ່ນໃຈ ເຮັດໃຫ້ຂາດຄວາມຫມັ້ນໃຈເມື່ອຕ້ອງໄປພົບປະຜູ້ຄົນຫລວງຫລາຍ ຈະມີວິທີໃດແດ່ທີ່ຈະຊ່ວຍກຳຈັດເຊວລູໄລທີ່ມີຢູ່ໃຕ້ຜິວໜັງນັ້ນຫາຍໄປ ດັ່ງນັ້ນຫາກຢາກຈະຫລຸດເຊວລູໄລນັ້ນ ນອກຈາກຈະຕ້ອງອອກກຳລັງກາຍຢ່າງສະໝ່ຳສະ ເໝີແລ້ວ ການນວດເພື່ອຫລຸດເຊວລູໄລກໍສາມາດຊ່ວຍໃຫ້ເຊວລູໄລຫລຸດລົງໄດ້ ໃນມື້ນີ້ເຮົາຈະຂໍແນະນຳສູດທີ່ຊ່ວຍໃຫ້ບັນຫາເຊວລູໄລນັ້ນຫາຍໄປ ໂດຍການໃຊ້ສູດຂັດເພື່ອກຳຈັດເຊວລູໄລດ້ວຍກາເຟ

ໂດຍສູດນີ້ຈະໃຊ້ສ່ວນປະສົມຈາກ ກາກກາເຟ ນ້ຳຕານຊາຍແດງ ນ້ຳມັນໝາກກອກ ຂັ້ນຕອນທຳອິດໃຫ້ນຳກາກກາເຟປະສົມກັບນ້ຳຕານຊາຍແດງ ຈາກນັ້ນກໍ່ໃຫ້ເຕີມນ້ຳມັນໝາກກອກລົງໄປພໍດີບໍ່ຫລາຍຫລືໜ້ອຍຈົນເກີນໄປພໍໃຫ້ທັງ 3 ຢ່າງປະສົມໃຫ້ເຂົ້າກັນ ເມື່ອໄດ້ສ່ວນປະສົມທີ່ເປັນເນື້ອຄີມຮຽບຮ້ອຍແລ້ວ ກໍ່ໃຫ້ນຳໄປນວດລົງໃນບໍລິເວນຜິວຂອງເຮົາບໍລິເວນທີ່ທ່ານຕ້ອງການ ໂດຍເນັ້ນບໍລິເວນທີ່ມີເຊວລູໄລ ຈາກນັ້ນກໍ່ໃຫ້ນວດຄ່ອຍໆ ຊຶ່ງການນວດນັ້ນຖ້າຈະໃຫ້ມີປະສິດທິພາບຫລາຍຂຶ້ນ ຕ້ອງນວດໃນເວລາເຮົາອາບນ້ຳ ໂດຍວິທີການນວດໃຫ້ຄ່ອຍໆ ນວດລັກສະນະເປັນວົງມົນ ໂດຍສະເພາະບໍລິເວນຂາອ່ອນທີ່ມັັກ ຈະມີເຊວລູໄລຫລາຍ ແລະເຮັດໃຫ້ຂາຂອງສາວໆ ນັ້ນບໍ່ລຽວງາມ ໂດຍໃຫ້ຂາຕັ້ງສາກກັບລຳຕົວ
ສາມາດຊ່ວຍກຳຈັດເຊວລູໄລໃນຮ່າງກາຍທີ່ຢູ່ບໍລິເວນກ້ອງຜິວໜັງຂອງເຮົາ ທີ່ເປັນສາເຫດຂອງຕົ້ນຂາໃຫຍ່ ຂາບໍ່ງາມ ໃສ່ຫຍັງກໍ່ຮູ້ສຶກບໍ່ໝັ່ນໃຈ ເພາະການຂັດຜິວດ້ວຍກາກກາເຟ ຈະຊ່ວຍເລັ່ງການລະລາຍໄຂມັນສ່ວນເກີນຂອງຮ່າງກາຍໃຫ້ມີປະສິດທິພາບແລະເຫັນຜົນໄວຂຶ້ນ ທັງນີ້ໃນການຂັດຜິວ ຫາກຢາກເຫັນຜົນຊັດເຈນຄວນເຮັດຢ່າງຕໍ່ເນື່ອງຢ່າງນ້ອຍອາທິດລະເທື່ອ ຄວນຫາເວລາວ່າງປະມານ 20 ນາທີ ເພື່ອທຳການນວດເຊວລູໄລ ກຳຈັດໄຂມັນສ່ວນເກີນ ເປັນຫຍັງເຮົາຕ້ອງໃຊ້ນ້ຳມັນໝາກກອກໃນການນຳມາປະສົມກັບກາກກາເຟ ເຫດຜົນກໍ່ຄື ຈະຊ່ວຍໃຫ້ການນວດຂັດຜິວເພື່ອກຳຈັດເຊວລູໄລໃຫ້ລາບລື່ນ ບໍ່ໜຽວ ແລະເພີ່ມປະສິດທິພາບໃນການນວດໃຫ້ດີຂຶ້ນ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...