spot_img
Homeຂ່າວການພັດທະນາຄູກາງເສັ້ນທາງ 450 ປີ ມີຫຍ້າປົ່ງສູງບັງການສັນຈອນ ຮ້ອງພາກສ່ວນກ່ຽວຂ້ອງແກ້ໄຂ!

ຄູກາງເສັ້ນທາງ 450 ປີ ມີຫຍ້າປົ່ງສູງບັງການສັນຈອນ ຮ້ອງພາກສ່ວນກ່ຽວຂ້ອງແກ້ໄຂ!

Published on

450 year way

ຜູ້ສັນຈອນຜ່ານໄປມາໃນ ເສັ້ນທາງ 450 ປີ ຢາກໃຫ້ໜ່ວຍງານກ່ຽວຂ້ອງ ລົງແກ້ໄຂສະພາບຕົ້ນຫຍ້າ ທີ່ປົ່ງຂຶ້ນສູງຕາມຄູກາງເສັ້ນທາງ ຈົນບັງການສັນຈອນຂອງລົດສອງຟາກທາງ ຫລຽວບໍ່ເຫັນກັນ, ອາດເປັນສາເຫດໜຶ່ງພາໃຫ້ເກີດອຸປະຕິເຫດ.

ບັນຫາດັ່ງກ່າວ ແມ່ນປະຊາຊົນໄດ້ສ່ອງແສງມາຫາສໍານັກງານ ໜັງສືພິມລາວພັດທະນາ ເມື່ອທ້າຍອາທິດຜ່ານມາ,ເພື່ອສະເໜີຫາພາກສ່ວນກ່ຽວຂ້ອງ ໃຫ້ເຂົ້າມາແກ້ໄຂສະພາບດັ່ງກ່າວ ທີ່ມີຄວາມສ່ຽງຫລາຍຕໍ່ການເກີດອຸປະຕິເຫດໃນຈຸດສາມແຍກ, ສີ່ແຍກ ແລະ ຈຸດກັບລົດ, ໂດຍສະເພາະໃນຍາມຄໍ່າຄືນ ຍິ່ງມີຄວາມອັນຕະລາຍ ເພາະໄຟເຍືອງທາງບາງຍ່ານແມ່ນບໍ່ມີ, ສະນັ້ນ ເພື່ອຫລີກລ້ຽງຄວາມອັນຕະລາຍຕ່າງໆທີ່ອາດຈະເກີດຂຶ້ນ, ທັງເຮັດໃຫ້ເສັ້ນທາງດັ່ງກ່າວ ມີຄວາມຈົບງາມ, ຈຶ່ງຂໍຮຽກຮ້ອງໃຫ້ໜ່ວຍງານກ່ຽວຂ້ອງ ໄດ້ເຂົ້າໄປແກ້ໄຂດ້ວຍການເຮັດອະນາໄມ, ຖາງຕົ້ນຫຍ້າເຫລົ້ານັ້ນອອກ ໃຫ້ກ້ຽງສະອາດດີ ຈຶ່ງຈະສ້າງໃຫ້ນະຄອນຫລວງວຽງຈັນ ເປັນຕົວເມືອງງົດງາມ ແລະ ໜ້າຢູ່.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...