Homeຂ່າວເຫດການມອບ-ຮັບໜ້າທີ່ ລັດຖະມົນຕີຫ້ອງວ່າການ ປະທານປະເທດຜູ້ໃໝ່

ມອບ-ຮັບໜ້າທີ່ ລັດຖະມົນຕີຫ້ອງວ່າການ ປະທານປະເທດຜູ້ໃໝ່

Published on

Untitled-102.11.1

ຂປລ. ພິທີ​ມອບ​-ຮັບ​ໜ້າ​ທີ່ ລະຫວ່າງ ທ່ານ ພົງ​ສະຫວັດ ບຸບຜາ ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ປະທານ​ປະ​ເທດ (ຜູ້​ເກົ່າ) ​ແລະ ທ່ານ ຄໍາ​ເມິງ ພົງ​ທະ​ດີ ​ເປັນ​ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ປະທານ​ປະ​ເທດ (ຜູ້ໃໝ່) ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ຕຸລາ 2015 ທີ່​ຫ້ອງ​ວ່າການ​ປະ​ທານ​ປະ​ເທດ(ຫໍ​ຄໍາ) ​ໂດຍ​ມີ ທ່ານ ບຸນ​ຍັງ ວໍລະ​ຈິດ ກໍາມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ຜູ້​ປະ​ຈໍາ​ການ ຄະນະ​ເລຂາທິການ​ສູນ​ກາງ​ພັກ, ຮອງ​ປະທານ​ປະ​ເທດ ​ແຫ່ງ ສປປ ລາວ, ມີ​ບັນດາ​ຄະນະ​ພັກ, ຫົວ​ໜ້າ​ກົມ​ຄຸ້ມ​ຄອງ​ພະນັກງານ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ຕາງໜ້າ​ຫ້ອງ​ວ່າການ​ລັດຖະບານ, ພ້ອມ​ດ້ວຍ​ພະນັກງານ-ລັດຖະກອນ ພາຍ​ໃນຫ້ອງການ​ດັ່ງກ່າວ ​ເຂົ້າ​ຮ່ວມ.

​ ເພື່ອ​ສືບ​ຕໍ່​ຊີ້​ນຳ​ນຳພາ ​ແລະ ຄຸ້ມ​ຄອງ​ບໍລິຫານ​ວຽກ​ງານ​ຂອງ ​ຫ້ອງ​ວ່າການ​ປະທານ​ປະ​ເທດ ທີ່​ການຈັດ​ຕັ້ງ​ພັກ-ລັດຖະບານ​ມອບ​ໝາຍ​ໃຫ້ ທັງ​ປະຕິບັດ​ພາລະ​ບົດບາດ, ໜ້າ​ທີ່ ​ແລະ ຂອບ​ເຂດ​ສິດ​ຂອງ​ຕົນ ​ໃຫ້​ປະສົບ​ຜົນສຳ​ເລັດ​ນັ້ນ, ທ່ານ ບຸນ​ຍັງ ວໍລະ​ຈິດ  ​ ໄດ້​ໃຫ້​ກຽດ​ໂອ້​ລົມ​ໂດຍ​ກ່າວວ່າ: ການ​ມອບ-ຮັບ​ໜ້າ​ທີ່​ ລະຫວ່າງ ​ລັດຖະມົນຕີ​, ຫົວໜ້າ​ຫ້ອງ​ວ່າການ​ປະທານ​ປະ​ເທດ ​ຜູ້​ເກົ່າ ​ແລະ ຜູ້​ໃໝ່​ໃນ​ຄັ້ງ​ນີ້ ​ແມ່ນ​ມີ​ຄວາມ​ສຳຄັນ​ເປັນ​ຢ່າງ​ຍິ່ງ ທີ່​ລັດຖະມົນຕີ​​ຜູ້​ໃໝ່​ຈະ​ໄດ້​ສືບ​ຕໍ່​ນຳພາ, ຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດ​ໃຈຂອງ​ພັກ-ລັດ​ ​ ໃຫ້​ປາກົດ​ຜົນ​ເປັນ​ຈິງ. ພ້ອມ​ກັນ​ນັ້ນກໍ​ເພື່ອ​ເປັນ​ການ​ຮອງ​ຮັບບໍາລຸງ​ຍົກ​ລະດັບ ພະນັກງານ​ການ​ນໍາຜູ້ທີ່​ມີ​ຄວາມ​ຮູ້, ຄວາມ​ສາມາດ ເຂົ້າ​ໃນ​ພາລະກິດ​ລວມຂອງ​ຊາດ. ​ການ​ໜູນ​ວຽນ, ການ​ຊັບຊ້ອນ​ໜ້າ​ທີ່ ​ເຊິ່ງ​ແມ່ນ​ເປັນ​ເລື່ອງ​ປົກກະຕິ, ທັງ​ເປັນ​ກົດ​ເກນ ​ແລະ ທັງ​ແມ່ນ​ຫລັກການ​ຂອງ​ພັກ​ເຮົາ ທີ່​ເຄີຍ​ປະຕິບັດ​ກັນ​ມາ.

​ ​ພ້ອມ​ກັນ​ນີ້, ທ່ານ​ລັດຖະມົນຕີ​ຜູ້​ໃໝ່​ ກໍຕ້ອງ​ໄດ້​ເອົາ​ໃຈ​ໃສ່ນຳພາ​ ເຕົ້າ​ໂຮມ​ຄວາມ​ສາມັກຄີ​ໃນ​ໝູ່​ຄະນະ, ໃນ​ພະນັກງານ-ລັ​ດຖະກອນ​ໃຫ້​ແໜ້ນ​ແຟ້ນ; ​ເອົາ​ໃຈ​ໃສ່​ສຶກສາ​ອົບຮົມ​ການ​ເມືອງ​ແນວ​ຄິດ​ພະນັກງານ​ການ​ນໍາ ​ພາຍ​ໃນ​ກົມ ລວມທັງ​ພະນັກງານ-ລັດຖະກອນ ​ທົ່ວ​ຫ້ອງ​ວ່າການ​ປະທານ​ປະ​ເທດ ​ໃຫ້​ມີ​ທັດສະນະ​ຫລັກ​ໝັ້ນ​ການ​ເມືອງ​ໜັກ​ແໜ້ນ, ສ້າງ​ໃຫ້​ພະນັກງານ​ມີ​ສະຕິ​ເຄົາລົບ​ລະບຽບ​-ກົດໝາຍ, ມີ​ສະຕິ​ຕໍ່​ການຈັດ​ຕັ້ງ; ​ເພີ່​ມທະວີ​ຄວາມ​ຮັບຜິດຊອບ​ຕໍ່​ການ​ນຳພາ​​ສະມາຊິກ​ພັກ-ພະນັກງານ ​ໃນ​ຂົງ​ເຂດ​ທີ່​ຕົນ​ຮັບຜິດຊອບ ​ໃຫ້ມີ​ຜົນ​ສໍາ​ເລັດ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...